ໄຂງານມະຫາກຳກິລາຄົນພິການ ປາຣີ 2024

29/08/2024 21:58
Email Print 550
ຂປລ ນະຄອນຫລວງ ປາຣີ ຂອງ ຝຣັ່ງ ໄດ້ໄຂງານ ມະຫາກຳ ກິລາ ສຳລັບ ຄົນພິການ (Paralympic Paris 2024)

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ວັນທີ 28 ສິງຫານີ້ ຢູ່ສະໜາມຫລວງ Concorde, ນະຄອນຫລວງ ປາຣີ ຂອງ ຝຣັ່ງ ໄດ້ໄຂງານ ມະຫາກຳ ກິລາ ສຳລັບ ຄົນພິການ (Paralympic Paris 2024). ງານມະຫາກຳ ກິລາ ສຳລັບ ຄົນພິການ ຄັ້ງທີ 17, ມີການເດີນ ສວນສະໜາມ ຢ່າງຟົດຟື້ນ ຂອງ 168 ຄະນະ ນັກກິລາ ຂອງບັນດາ ປະເທດ ແລະ ເຂດແຄວ້ນ ໂດຍມີ ນັກກິລາ ທັງໝົດ ຫລາຍກວ່າ 4.400 ຄົນ ເຂົ້າຮ່ວມ, ໃນນັ້ນ ມີນັກກິລາຍິງ ເກືອບ 2.000 ຄົນ. ນີ້ແມ່ນຕົວເລກ  ທີ່ບໍ່ເຄີຍມີ ມາກ່ອນ ໃນປະຫວັດສາດ 60 ປີ ຜ່ານມາ ຂອງງານມະຫາກຳກິລາ Paralympic. ຄະນະນັກກິລາ ຄົນພິການ ຫວຽດນາມ ເຂົ້າຮ່ວມ Paralympic Paris 2024 ດ້ວຍສະມາຊິກ 14 ຄົນ, ໃນນັ້ນ, ມີນັກກິລາ 7 ຄົນ, ແຂ່ງຂັນໃນບັນດາເນື້ອໃນ: ຍົກນ້ຳໜັກ, ລອຍນ້ຳ ແລະ ແລ່ນ ແລະ ລານ ໂດຍມີ ທ່ານ ເອັມມານູເອລ ມາໂຄຣນ(Emmanuel Macron), ປະທານາທິບໍດີ ຝຣັ່ງ, ພ້ອມດ້ວຍ ປະທານຄະນະຈັດຕັ້ງ Olympic ແລະ Paralympic Paris 2024, ປະທານ ຄະນະກຳມະການ ກິລາຄົນພິການ ສາກົນ (IPC) ແລະ  ລັດຖະມົນຕີກິລາ ບັນດາ ປະເທດ, ເຈົ້າໜ້າທີ່ ລັດຖະບານ ແລະ ຜູ້ຕາງໜ້າ ບັນດາ ອົງການ ຈັດຕັ້ງສາກົນ ເຂົ້າຮ່ວມ ຢ່າງຟົດຟື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top