ວິສາຫະກິດ ຫວຽດນາມ ລົງທຶນພັດທະນາການຄ້າເອເລັກໂຕຣນິກ

03/09/2024 17:37
Email Print 251
ຂປລ ສສ ຫວຽດນາມ ພວມພົ້ນເດັ່ນຂຶ້ນ ແມ່ນຕະຫລາດ ການຄ້າ ເອເລັກໂຕຣນິກ ພັດທະນາ ໄວທີ່ສຸດຢູ່ ອາຊີ ຕາເວັນອອກ ສ່ຽງໃຕ້. ດ້ວຍການເຕີບໂຕ ຢ່າງແຮງ ຂອງຂົງເຂດ ການຄ້າ ເອເລັກໂຕຣນິກ, ມີວິສາຫະກິດ ຫວຽດນາມ ຫລາຍແຫ່ງ ພວມລົງທຶນ ເຂົ້າໃນ ການພັດທະນາ ບັນດາຊ່ອງທາງ ຂາຍເຄື່ອງ ແບບທາງໄກ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ບົດລາຍງານ ການຄ້າ ເອເລັກໂຕຣນິກ ຢູ່ພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້ ໂດຍ ອົງການ OpenGov Asia ປະກາດ ເມື່ອບໍ່ດົນມານີ້  ໄດ້ສະແດງ ໃຫ້ເຫັນວ່າ: ສສ ຫວຽດນາມ ພວມພົ້ນເດັ່ນຂຶ້ນ ແມ່ນຕະຫລາດ ການຄ້າ ເອເລັກໂຕຣນິກ ພັດທະນາ ໄວທີ່ສຸດຢູ່ ອາຊີ ຕາເວັນອອກ ສ່ຽງໃຕ້. ດ້ວຍການເຕີບໂຕ ຢ່າງແຮງ ຂອງຂົງເຂດ ການຄ້າ ເອເລັກໂຕຣນິກ, ມີວິສາຫະກິດ ຫວຽດນາມ ຫລາຍແຫ່ງ ພວມລົງທຶນ ເຂົ້າໃນ ການພັດທະນາ ບັນດາຊ່ອງທາງ ຂາຍເຄື່ອງ ແບບທາງໄກ. ນີ້ໄດ້ຮັບຖືວ່າ ແມ່ນເໝາະສົມກັບ ຄວາມນິຍົມ, ວິທີການສຳຜັດ ກັບລູກຄ້າ ຢ່າງມີປະສິດທິຜົນ ແລະ ໄວກວ່າ.ຫລັງຈາກ ໃນ 4 ປີຜ່ານມາ, ຕະຫລາດ ການຄ້າ ເອເລັກໂຕຣນິກ ຫວຽດນາມ ມີລະດັບ ການເຕີບໂຕ ຢູ່ປົກກະຕິ ເຊິ່ງໄລ່ສະເລ່ຍ ໃນແຕ່ລະປີ ຢູ່ລະດັບສູງ ທີ່ສຸດໃນໂລກ ແຕ່ 16–30%. ທ່ານ ປ.ອ ຫວໍຈີແທັງ, ນັກຊ່ຽວຊານ ດ້ານເສດຖະກິດ ຖືວ່າ: ການພັດທະນາ ການຄ້າ ເອເລັກໂຕຣນິກ ມີຄວາມສາມາດ ບົ່ມຊ້ອນ ແລະ ແມ່ນໂອກາດ ທີ່ໃຫຍ່ຫລວງ ທີ່ສຸດ. ບໍ່ແມ່ນບັງເອີນ ພວກເຮົາ ຖືການຫັນເປັນ ດີຈີຕອນ, ການພັດທະນາ ເສດຖະກິດ ດີຈີຕອນ ແມ່ນກາລະໂອກາດ ທີ່ດີສຳລັບ ສສ ຫວຽດນາມ ເຊິ່ງແມ່ນປະເທດ ມີການພັດທະນາ ທາງຫລັງ ອາດຈະພັດທະນາ  ເທົ່າທຽບ ກັນກັບ ຍຸກສະໄໝ, ກັບບັນດາ ປະເທດ. ອາດເວົ້າໄດ້ວ່າ ການຄ້າ ເອເລັກໂຕຣນິກ ແມ່ນພາກສ່ວນ ທີ່ສຳຄັນທີ່ສຸດ ຂອງພື້ນຖານ ເສດຖະກິດ ດີຈິຕອນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top