ສປ ຈີນ ສົ່ງດາວທຽມສຳຫລວດໄລຍະໄກ ຂຶ້ນສູ່ອະວະກາດສຳເລັດ

03/09/2024 17:37
Email Print 270
ຂປລ ສປ ຈີນ ໄດ້ສົ່ງດາວທຽມ ສຳຫລວດ ໄລຍະໄກ ໜ່ວຍ 2 ເລກ 43 ຂຶ້ນສູ່ ອະວະກາດ ດ້ວຍຈະຫລວດ ສົ່ງຍານ CZ-4B ຢ່າງສຳເລັດຜົນ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 3 ກັນຍານີ້, ຢູ່ຖານສົ່ງດາວທຽມ ຊີ່ສ່າງຂອງ ສປ ຈີນ,  ສປ ຈີນ ໄດ້ສົ່ງດາວທຽມ ສຳຫລວດ ໄລຍະໄກ ໜ່ວຍ 2 ເລກ 43 ຂຶ້ນສູ່ ອະວະກາດ ດ້ວຍຈະຫລວດ ສົ່ງຍານ CZ-4B ຢ່າງສຳເລັດຜົນ. ດາວທຽມດັ່ງກ່າວ ໄດ້ເຂົ້າສູ່ ວົງໂຄຈອນ ຢ່າງສະດວກ, ພາລະກິດ ການສົ່ງດາວທຽມ ໃນຄັ້ງນີ້ ໄດ້ປະສົບຜົນສຳເລັດ ຢ່າງຈົບງາມ. ດາວທຽມດັ່ງກ່າວ ແມ່ນຖືກນຳໃຊ້ ໃນພາລະກິດ ການທົດລອງ ເຕັກນິກໃໝ່ ສຳລັບ ດາວທຽມວົງໂຄຈອນ ລະດັບຕ່ຳ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top