ສປ ຈີນ ເປີດເສັ້ນທາງການບິນຂົນສົ່ງສິນຄ້າສາກົນ 10 ເສັ້ນທາງທົ່ວປະເທດ

03/09/2024 17:48
Email Print 186
ຂປລ ສປ ຈີນ ສືບຕໍ່ ໄດ້ເປີດເສັ້ນທາງ ການບິນ ຂົນສົ່ງສິນຄ້າ ສາກົນໃໝ່, ສິນຄ້າສົ່ງອອກ ຕົ້ນຕໍ ເປັນສິນຄ້າ ຂອງນັກທຸລະກິດ ເອກເລັກໂຕຣນິກ ຂ້າມຊາດ ແລະ ໄດ້ເປີດເສັ້ນທາງ ການບິນ ຂົນສົ່ງ ສິນຄ້າ ສາກົນ 10 ເສັ້ນທາງ ທົ່ວປະເທດ ໃນເດືອນສິງຫາ ຜ່ານມາ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້ີ້, ແຫລ່ງຂ່າວ ຈາກສະຫະພັນ ການຈໍລະຈອນ ແລະ ການຈັດຊື້ ສິນຄ້າຈີນ ສາຂາ ການຈໍລະຈອນ ສິນຄ້າ ທາງການບິນ ໃຫ້ຮູ້ວ່າ: ເດືອນສິງຫາ ຜ່ານມາ, ສປ ຈີນ ສືບຕໍ່ ໄດ້ເປີດເສັ້ນທາງ ການບິນ ຂົນສົ່ງສິນຄ້າ ສາກົນໃໝ່, ສິນຄ້າສົ່ງອອກ ຕົ້ນຕໍ ເປັນສິນຄ້າ ຂອງນັກທຸລະກິດ ເອກເລັກໂຕຣນິກ ຂ້າມຊາດ ແລະ ໄດ້ເປີດເສັ້ນທາງ ການບິນ ຂົນສົ່ງ ສິນຄ້າ ສາກົນ 10 ເສັ້ນທາງ ທົ່ວປະເທດ ໃນເດືອນສິງຫາ ຜ່ານມາ. ແຕ່ລະອາທິດ ຈະໄດ້ເພີ່ມຖ້ຽວບິນໄປ-ກັບ ຫລາຍກວ່າ 30 ຖ້ຽວ. ໃນນັ້ນ, ເສັ້ນທາງ ການບິນ ອາຊີ ມີ 6 ເສັ້ນ, ເສັ້ນທາງ ການບິນ ເອີຣົບ ມີ 3 ເສັ້ນ ແລະ ອີກເສັ້ນໜຶ່ງ ແມ່ນອາເມຣິກາເໜືອ. ບໍລິສັດ ການບິນ ທີ່ເປີດເສັ້ນທາງ ການບິນໃໝ່ ມີ 8 ແຫ່ງ, ບໍລິສັດ ພາຍໃນປະເທດ ແລະ ຕ່າງປະເທດ ຕ່າງກວມເຄິ່ງໜຶ່ງ. ໃນດ້ານໂຄງປະກອບ ສິນຄ້າ, ສິນຄ້າສົ່ງອອກ ຕົ້ນຕໍ ເປັນສິນຄ້າ ຂອງນັກທຸລະກິດ ເອກເລັກໂຕຣນິກ ຂ້າມຊາດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top