ໄຂງານມະໂຫລານຮູບເງົາ ອາຊຽນ + 3 ຢູ່ ເຊັກ

03/09/2024 18:01
Email Print 217
ຂປລ ງານມະໂຫລານຮູບເງົາ ອາຊຽນ + 3 ໄດ້ໄຂຂຶ້ນ ຢູ່ນະຄອນຫລວງ ປລາກ ຂອງປະເທດ ເຊັກໂກ ດ້ວຍການເຂົ້າຮ່ວມຂອງ 9 ປະ ເທດ, ລວມມີ 6 ປະເທດ ສະມາຊິກ ອາຊຽນ ລວມມີ ສສ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ ພ້ອມກັບ 3 ປະເທດ ຄູ່ຮ່ວມມືແມ່ນ ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,  ງານມະໂຫລານຮູບເງົາ ອາຊຽນ + 3 ໄດ້ໄຂຂຶ້ນ ຢູ່ນະຄອນຫລວງ ປລາກ ຂອງປະເທດ ເຊັກໂກ ດ້ວຍການເຂົ້າຮ່ວມຂອງ 9 ປະ ເທດ, ລວມມີ 6 ປະເທດ ສະມາຊິກ ອາຊຽນ ລວມມີ ສສ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ ພ້ອມກັບ 3 ປະເທດ ຄູ່ຮ່ວມມືແມ່ນ ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ ໂດຍມີ ບັນດາຮູບເງົາ ດ້ວຍຫລາຍ ຫົວຂໍ້ ທີ່ເປັນຫລາຍຮູບ ຫລາຍແບບ ຂອງບັນດາປະເທດ ອາຊີ ໃນນັ້ນມີ ສສ ຫວຽດນາມ.ໃນໂອກາດນີ້ ທ່ານ ນາງ ຫງວຽນ ຢຽວລິງ, ອັກຄະລັດຖະທູດ ທີ່ປຶກສາ ຫວຽດນາມ ປະຈຳ ເຊັກ ໄດ້ຕາງໜ້າ ສສ ຫວຽດນາມ ດ້ວຍຖານະ ເປັນປະທານ ຄະນະກຳມະການ ຫວຽດນາມ ປະຈຳ ປລາກ  ໃຫ້ຮູ້ວ່າ: ນີ້ແມ່ນປີທີ 3 ງານມະໂຫລານໄດ້ຈັດຂຶ້ນ ເຊິ່ງດຶງດູດ ໄດ້ຄວາມສົນໃຈ ຈາກ ຜູ້ຊົມທີ່ມາຈາກ ບັນດາປະເທດ ແລະ ເຊັກ. ໃນງານມະໂຫລານຄັ້ງນີ້, ສສ ຫວຽດນາມ ໄດ້ນຳ 2 ຮູບເງົາ ມາເຂົ້າຮ່ວມ. ງານມະໂຫລານ ຮູບເງົາ ອາຊຽນ + 3 ປີ 2024 ໄດ້ດຳເນີນໄປຈົນຮອດ ວັນທີ 9 ກັນຍາ ຈຶ່ງຈະອັດລົງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top