ສານ-ຈົດໝາຍ ອວຍພອນວັນຊາດຫວຽດນາມ ຄົບຮອບ 79 ປີ

03/09/2024 18:18
Email Print 266
ຂປລ ເນື່ອງໃນໂອກາດ ສະເຫລີມ ສະຫລອງ ວັນຊາດ ແຫ່ງ ສສ. ຫວຽດນາມ ຄົບຮອບ 79 ປີ (02/09/1945 – 02/09/2024), ການນຳ ບັນດາ ປະເທດ ສປປ.ລາວ, ສປ. ຈີນ, ລາຊະອານາຈັກ ກຳປູເຈຍ, ກູບາ, ຣັດເຊຍ, ອິນເດຍ, ສປປ. ເກົາຫລີ, ມົງໂກນ ໄດ້ສົ່ງສານ ແລະ ຈົດໝາຍ ອວຍພອນ ສົ່ງເຖິງການນຳພັກ-ລັດ ຫວຽດນາມ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,  ເນື່ອງໃນໂອກາດ ສະເຫລີມ ສະຫລອງ ວັນຊາດ ແຫ່ງ ສສ. ຫວຽດນາມ ຄົບຮອບ 79 ປີ (02/09/1945 – 02/09/2024), ການນຳ ບັນດາ ປະເທດ ສປປ.ລາວ, ສປ. ຈີນ, ລາຊະອານາຈັກ ກຳປູເຈຍ, ກູບາ, ຣັດເຊຍ, ອິນເດຍ, ສປປ. ເກົາຫລີ, ມົງໂກນ ໄດ້ສົ່ງສານ ແລະ ຈົດໝາຍ ອວຍພອນ ສົ່ງເຖິງການນຳພັກ-ລັດ ຫວຽດນາມ.

ທ່ານ ທອງລຸນ ສີສຸລິດ,​ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານ ປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ໄຊສົມພອນ ພົມວິຫານ, ປະທານ ສະພາແຫ່ງຊາດລາວ ໄດ້ສົ່ງໂທລະເລກ ອວຍພອນເຖິງ ທ່ານ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານ ປະເທດ ຫວຽດນາມ, ທ່ານ ຟ້າມມິງຈິງ,ນາຍົກ ລັດຖະມົນຕີ ຫວຽດນາມ ແລະ ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ຫວຽດນາມ ບັນດາການນຳ ຫລັກແຫລ່ງ ຂອງ ສປປ ລາວ ອວຍພອນ ສສ ຫວຽດນາມ ສືບຕໍ່ຍາດໄດ້ ບັນດາຜົນງານໃໝ່, ຍິ່ງໃຫຍ່ ກວ່າເກົ່າ ໃນການຈັດຕັ້ງ ປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ, ບັນລຸໄດ້ເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດ ເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

        ທ່ານ ສີ ຈີ້ນຜິງ, ເລຂາທິການໃຫຍ່, ປະທານ ປະເທດ ຈີນ ສົ່ງໂທລະເລກ ອວຍພອນເຖິງ ທ່ານ ໂຕເລິມ,ເລຂາທິການໃຫຍ່, ປະທານ ປະເທດ ຫວຽດນາມ; ການນຳ ລັດຖະບານ ແລະ ສະພາແຫ່ງຊາດ ຈີນ ກໍໄດ້ສົ່ງໂທລະເລກ ອວຍພອນ ວັນຊາດ ເຖິງການນຳ ລັດຖະບານ ແລະ ສະພາແຫ່ງຊາດ ຫວຽດນາມ ເຊັ່ນດຽວກັນ. ໃນນັ້ນ, ການນຳຈີນ ເຊື່ອໝັ້ນວ່າ  ພາຍໃຕ້ ການນຳພາ ຂອງພັກກອມມູນິດ ຫວຽດນາມ, ສສ ຫວຽດນາມ ຈະສືບຕໍ່ ປະສົບຜົນສຳເລັດ ໃນເສັ້ນທາງ ສັງຄົມນິຍົມ ແທດເໝາະກັບ ສະພາບການ ຂອງປະເທດຊາດ. ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ກຳປູເຈຍ ໄດ້ສົ່ງໂທລະເລກ ອວຍພອນ ເຖິງຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ; ພະບໍລົມວົງສານຸວົງ ລາຊະອານາຈັກ ກຳປູເຈຍ, ນາຍົກລັດຖະມົນຕີ ກຳປູເຈຍ, ປະທານ ສະພາ ແຫ່ງຊາດ ກຳປູເຈຍ ກໍໄດ້ສົ່ງໂທລະເລກ ອວຍພອນ ເຖິງການນຳພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ ເນື່ອງໃນໂອກາດວັນຊາດ ຫວຽດນາມ ທີ 2 ກັນຍາ.

        ທ່ານ ເລຂາທີ 1 ຄະນະບໍລິຫານງານ ສູນກາງພັກ ກອມມຸນິດ ກູບາ, ປະທານປະເທດ ກູບາ, ທ່ານ ປະທານາທິບໍດີ ຣັດເຊຍ, ປະທານາທິບໍດີ  ອິນເດຍ; ທ່ານ ເລຂາທິການໃຫຍ່ ພັກແຮງງານ ສປປ.ເກົາຫລີ, ປະທານສະພາແຫ່ງຊາດ ສປປ.ເກົາຫລີ; ທ່ານ ລັດຖະມົນຕີ ການຕ່າງປະເທດ ອາເມລິກາ ກໍໄດ້ສົ່ງ ໂທລະເລກ ອວຍພອນ ເຖິງການນຳ ຫວຽດນາມ ເຊັ່ນດຽວກັນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top