ເພີ່ມທະວີການນຳພາພັກ ຕໍ່ວຽກງານຖະແຫລງຂ່າວ-ສື່ມວນຊົນ

13/02/2025 09:48
ຂປລ ເພີ່ມທະວີການນໍາພາຂອງພັກແມ່ນການເພີ່ມທະວີບົດບາດ ແລະ ຄວາມສາມາດນໍາພາຂອງພັກ ຕໍ່ທຸກຂອດການເຄື່ອນໄຫວນໍາພາ- ຊ້ີນໍາຂອງພັກ.

    *ເພີ່ມທະວີການນໍາພາຂອງພັກແມ່ນການເພີ່ມທະວີບົດບາດ ແລະ ຄວາມສາມາດນໍາພາຂອງພັກ ຕໍ່ທຸກຂອດການເຄື່ອນໄຫວນໍາພາ- ຊ້ີນໍາຂອງພັກ. ສໍາລັບວຽກງານສື່ມວນຊົນ, ປະທານ ໄກສອນ ພົມວິຫານ ຮຽກຮ້ອງໃຫ້ພັກເຮົາເອົາໃຈໃສ່ນໍາພາ-ຊີ້ນໍາ ວຽກງານນີ ໃຫ້ກາຍເປັນເຄື່ອງມືອັນແຂງແຮງ ໃນການຮັບໃຊ້ວຽກງານໂຄສະນາແນວທາງຂອງພັກ, ໂດຍເພິ່ນໄດ້ອະທິບາຍວ່າ: “ພັກເຮົາຕ້ອງຖືວິທະຍຸກະຈາຍສຽງ, ໜັງສືພິມ ເປັນເຄື່ອງມືອັນແຂງແຮງໃນການຮັບໃຊ້ວຽກງານໂຄສະນາແນວທາງຂອງພັກ, ຕໍ່ສູ້ຕ້ານສັດຕູ, ສຶກສາອົບຮົມ ແລະ  ຈັດຕັ້ງປະຊາຊົນ” (ເອກະສານ ກອງປະຊຸມສໍາມະນາວິທະຍາສາດ ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຖະແຫລງຂ່າວ, ສະບັບຫຍ້ໍ, ນະຄອນຫລວງວຽງຈັນ, ປີ 2023, ໜ້າ 28).

     ພັກເຮົາບໍ່ວ່າເວລາໃດຂອງການປະຕິວັດ ກໍເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານຖະແຫລງຂ່າວ-ສື່ມວນຊົນ ໂດຍຖືເອົາວຽກງານດັ່ງກ່າວ ເປັນເວທີໂຄສະນາ, ສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງປະຊາຊົນ ເປັນວິທີຍຸດທະສາດອັນໜຶ່ງ ແລະ ຖືເປັນສະໜາມຮົບແນວຄິດ-ວັດທະນະທໍາ ໃນຍຸກສັງຄົມຂໍ້ມູນຂ່າວສານ. ໃນມະຕິສະບັບເລກທີ 36/ ກມສພ, ກໍໄດ້ເວົ້າແຈ້ງ ກ່ຽວກັບທັດສະນະຂອງພັກວ່າ: “ສື່ມວນຊົນ ຂອງພວກເຮົາໃນຖານະເປັນໜັງສືພິມປະຕິວັດ ທີ່ໄດ້ກໍາເນີດໃນຂະບວນການຕໍ່ສູ້ຂອງປະຊາຊົນ ແລະ ເຕີບໃຫຍ່ຕາມການເຕີບໂຕ ແລະ ໄຊຊະນະຂອງການປະຕິວັດນັ້ນ ໄດ້ກາຍເປັນສື່ອັນສໍາຄັນທີ່ສຸດ ລະ ຫວ່າງ ພັກກັບປະຊາຊົນ ທີ່ທັງເປັນຜູ້ນໍາເອົາແນວຄິດ, ທິດສະດີປະຕິວັດ, ແນວທາງນະໂຍບາຍຂອງພັກໄປສູ່ປະຊາຊົນ, ທັງເປັນຜູ້ນໍາພາເອົາຄວາມຄິດຄວາມເຫັນ, ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນມາສ່ອງແສງໃຫ້ພັກໄດ້ຮັບຊາບ”. ຍ້ອນເຫັນຄວາມສໍາຄັນຕໍ່ວຽກງານສື່ມວນຊົນ ດັ່ງນັ້ນ, ໃນມະຕິກອງປະຊຸມໃຫຍ່ຂອງພັກ ແຕ່ລະສະໄໝ ຈຶ່ງໄດ້ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານດັ່ງກ່າວພ້ອມ ທັງກໍານົດທິດທາງແຜນການເພື່ອພັດທະນາວຽກງານຖະແຫລງ ຂ່າວ- ສື່ມວນຊົນ ໃຫ້ຖືກຕ້ອງສອດຄ່ອງກັບຈຸດພິເສດຂອງແຕ່ລະຍຸກແຕ່ລະສະໄໝ ເປັນຕົ້ນມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກໄດ້ລະບຸວ່າ: “ສົ່ງເສີມບົດບາດວຽກງານຖະແຫລງຂ່າວໂຄສະນາ ແລະ ສື່ມວນຊົນ ໃນການເຮັດໃຫ້ທົ່ວສັງຄົມມີມານະຈິດ ແລະ ອຸດົມຄະຕິລວມອັນດຽວກັນ ໃນການສ້າງສາພັດທະນາປະເທດຊາດ. ຂະແໜງຖະແຫລງຂ່າວ ແລະ ສື່ມວນຊົນຕ້ອງຍຶດໝັ້ນໃນທັດສະນະຂອງພັກ, ຍຶດໝັ້ນໃນຄວາມເປັນຈິງ ແລະ ເປັນເຄື່ອງມືອັນຄົມ ແຫລມທາງດ້ານການເມືອງ- ແນວຄິດ; ເປັນທັງນັກໂຄສະນາ, ນັກຂົນຂວາຍມະຫາຊົນ, ເປັນນັກຈັດຕັ້ງລວມໝູ່  ແລະ ເປັນເວທີແຫ່ງການເສີມຂະຫຍາຍປະຊາທິປະໄຕຂອງມະຫາຊົນ”. 

    ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII  ຂອງພັກ ໄດ້ກໍານົດໜ້າທີ່ສະເພາະ ໜ້າ ຂອງວຽກງານຂ່າວສານວ່າ: “ຕອບສະໜອງຂ່າວສານ, ເພີ່ມສິ່ງພິມ ແລະ ການໂຄສະນາທີ່ມີເນື້ອຫາສາລະທີ່ດີ, ມີຄຸນປະໂຫຍດເພື່ອສ້າງຄ່ານິຍົມທີ່ຖືກຕ້ອງກ້າວໜ້າໃຫ້ແກ່ຄົນໃນສັງຄົມ, ຕ້ອງປັບປຸງຍົກ ລະດັບຄຸນນະພາບຂອງວຽກງານ ໂຄສະນາຖະແຫລງຂ່າວ, ອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມ ທີ່ເປັນເອກະລັກຂອງຊາດ ໄປຄຽງຄູ່ກັບການຮັບເອົາວັດທະນະທໍາທີ່ກ້າວໜ້າ ແລະ ດີງາມຂອງນາໆຊາດ”. ກອງປະຊຸມໃຫຍ່ ຄັ້ງທີ IX ຂອງ ພັກ ໄດ້ຕີລາຄາສູງຕໍ່ວຽກງານສື່ມວນຊົນວ່າ: “ຊີວິດວັດທະນະທໍາ ຂອງປະຊາຊົນເຮົາ ໄດ້ຮັບການຍົກສູງຂຶ້ນຕື່ມ ຈາກການຂະຫຍາຍຕາໜ່າງໂທລະພາບ ແລະ ພາຫະນະສື່ມວນຊົນປະເພດຕ່າງໆ, ເຮັດໃຫ້ປະຊາຊົນເຮົານັບທັງເຂດຫ່າງໄກ ສອກຫລີກໄດ້ຮັບຂ່າວສານສາລະຄວາມຮູ້ ແລະ ຄວາມບັນເທີງເບີກບານ ທີ່ມີຫລາຍຮູບຫລາຍສີ”.

    ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ວາງທິດທາງໃນຕໍ່ໜ້າສໍາລັບສື່ວ່າ: “ພັດທະນາວຽກງານ ຖະແຫລງຂ່າວ ແລະ ວັດທະນະທໍາ ຕາມທິດຫັນໄປສູ່ຄຸນນະພາບ ແລະ ທັນສະໄໝເທື່ອລະກ້າວ, ເປັນກະບອກສຽງອັນແຫລມຄົມຂອງພັກ- ລັດ, ເປັນເວທີສະແດງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ”.ບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໄດ້ລະບຸວ່າ: “ສ້າງລະບົບສື່ທີ່ຢູ່ພາຍ ໃຕ້ການຄຸ້ມຄອງຂອງລັດໃຫ້ເຂັ້ມແຂງ ແລະ ສາມາດປະຕິບັດບົດບາດອັນຕັ້ງໜ້າໃນການເປັນສື່ກາງ ເພື່ອສະໜງບັນດາຂໍ້ມູນອັນຈໍາເປັນໃນການເຄື່ອນໄຫວຂອງລັດ ແລະ ເປັນສື່ກາງໃຫ້ສັງຄົມສະແດງຄວາມຄິດເຫັນອັນສ້າງສັນຈາກສັງຄົມ ຕ່ໍການເຄ່ືອນໄຫວວຽກງານຂອງອໍານາດລັດ ຢ່າງເປັນລະບົບວ່ອງໄວຊັດເຈນ...”.

    ໃນໄລຍະຜ່ານມາ, ການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານຖະແຫລງຂ່າວ ຢູ່ ສປປ ລາວ ໄດ້ມີຜົນສໍາເລັດຫລາຍດ້ານ ແຕ່ເມື່ອອີງໃສ່ຄວາມຮຽກຮ້ອງຕ້ອງການຂອງສະພາບການໃນປັດຈຸບັນ ກໍຍັງເຫັນວ່າ ມີຂໍ້ຈໍາກັດຈໍານວນໜຶ່ງເປັນຕົ້ນການນໍາໃຊ້ບຸກຄະລາກອນຍັງບໍ່ທັນຖືກຕາມຄວາມຮູ້ຄວາມສາມາດທີ່ແທ້ຈິງ, ການເຜີຍແຜ່ຂໍ້ມູນຂ່າວສານ ຍັງມີລັກສະນະຈໍາກັດບໍ່ທັນວ່ອງໄວ ແລະ ການ ຕອບໂຕ້ຫາງສຽງທີ່ບໍ່ດີຍັງບໍ່ທັນການ, ການແລກປ່ຽນບົດຮຽນ ກັບ ບັນດາປະເທດເພື່ອນມິດ ແລະ ສາກົນຍັງຈໍາກັດ, ການຕອບສະໜອງງົບປະມານ, ອຸປະກອນ, ພາຫະນະຮັບໃຊ້ ແລະ ລະບອບນະໂຍບາຍຕ່ໍພະນັກງານສື່ຍັງບໍ່ທັນໄດ້ດີ. ເພື່ອແກ້ໄຂຂໍ້ຈໍາກັດດັ່ງກ່າວ, ມີຄວາມຈໍາເປັນຕ້ອງໄດ້ເພີ່ມທະວີການນໍາພາຂອງພັກ ຕໍ່ວຽກງານຖະແຫລງຂ່າວ ໃຫ້ໄປຕາມລະບົບ, ມີຫລັກການ, ເນື້ອໃນ, ວິທີການ, ກົນໄກ ແລະ ຄົ້ນຄວ້າໂຄງປະກອບການຈັດຕັ້ງໃຫ້ກະທັດຮັດ, ມີປະສິດທິຜົນສູງ, ບໍາລຸງກ່ໍສ້າງພະນັກງານນັກຂ່າວໃຫ້ມີຄວາມຮູ້, ຄວາມສາມາດ ແລະ ຈັດວາງສັບຊ້ອນໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການ; ເພີ່ມທະວີພັດທະນາຕົນເອງ ໃຫ້ຫຍັບມໍ່ ເຂົ້າກັບພາກພື້ນ ແລະ ສາກົນ ທັງ ໃນດ້ານຄວາມຮູ້ຄວາມສາມາດ ແລະ ການພັດທະນາເຕັກໂນໂລຊີ ໃຫ້ທັນສະໄໝຂຶ້ນເລື້ອຍໆ. ສັງລວມ ແລ້ວ ການເພີ່ມທະວີການນໍາພາ ຂອງພັກ ຕໍ່ວຽກງານນີ້ ມີຄວາມ ຈໍາເປັນສໍາຄັນໃນການຕັດສິນການ ປະຕິບັດໜ້າທີ່ການເມືອງຂອງ ເຫລົ່ານັກຮົບສື່ມວນຊົນ ໃຫ້ມີຜົນສໍາເລັດ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

ໂດຍ: ສ. ສີວັນໄຊ

KPL

ຂ່າວອື່ນໆ

ads
ads

Top