ຂປລ
ມີຄໍາສັບຈໍານວນຫລວງຫລາຍທີ່ມີຄໍາລະ, ຫລັກ ແລະ ລັດຢູ່ໜ້າຄໍາ ເຊິ່ງມີຄວາມໝາຍແຕກຕ່າງກັນໄປ.
*ມີຄໍາສັບຈໍານວນຫລວງຫລາຍທີ່ມີຄໍາລະ, ຫລັກ ແລະ ລັດຢູ່ໜ້າຄໍາ ເຊິ່ງມີຄວາມໝາຍແຕກຕ່າງກັນໄປ. ບົດນີ້ ນໍາເອົາຈໍານວນໜຶ່ງມາທົບທວນນໍາກັນຕື່ມອີກ. ຄໍາວ່າ “ລະກາ” ເປັນຄໍານາມໝາຍເຖິງຊື່ປີທີ 10 ມີເຄື່ອງໝາຍຮູບໄກ່; ລະກໍາເປັນຄໍານາມ ໝາຍເຖິງຊື່ຕົ້ນໄມ້ຊະນິດໜຶ່ງ ມີໜາມຍາວ, ໜາມມີລົດສົ້ມ. ນອກນັ້ນ ຍັງມີຄວາມໝາຍເຖິງຄວາມທຸກຍາກ, ຄວາມລໍາບາກ, ຄວາມອຸກອັ່ງທໍລະມານໃຈ. ຄໍາ “ລະຄັງ” ເປັນຄໍານາມໝາຍເຖິງເຄື່ອງຕີສັນຍານ ຫລື ເວລາ, ຫລໍ່ດ້ວຍທອງເຫລືອງຮູບຄືໝາກກະດິງແຕ່ຂະໜາດໃຫຍ່ກວ່າ ກະດິງຫລາຍເທົ່າ. ຄໍາ “ລະແຄະລະໄຄ” ເປັນຄໍານາມໝາຍເຖິງ ຄວາມຜິດພາດ, ຄວາມປະພຶດທີ່ພາໃຫ້ສົງໄສໃນທາງທີ່ບໍ່ດີ. ຄໍາ “ລະຄອນ” ເປັນຄໍານາມໝາຍເຖິງການສະແດງ ຫລື ຫລິ້ນແນວໜຶ່ງ ເຊິ່ງຫລິ້ນເປັນເລື່ອງຕ່າງໆມີຫລາຍ ເຊັ່ນລະຄອນລໍາ, ລະຄອນເວົ້າ, ລະຄອນຕະຫລົກ, ລະຄອນສັດ... ຄໍາວ່າ “ລະໂງກ” ເປັນຄໍານາມ ໝາຍເຖິງຊື່ເຫັດຊະນິດໜຶ່ງດອກໃຫຍ່ ມີແນວສີຂາວ, ແນວສີເຫລືອງ ນໍາມາປຸງແຕ່ງໃຫ້ສຸກເປັນອາຫານ. ຄໍາ “ລະງັບ” ເປັນຄໍາກໍາມະ ໝາຍເຖິງ ເຮັດໃຫ້ສະຫລົບ, ເຮັດໃຫ້ເຊົາ, ເຊົາເຈັບຫົວ...; ຄໍາ “ລະງົມ” ເປັນຄໍາຄຸນນາມໝາຍເຖິງດັງສະໜັ່ນ, ດັງກ້ອງທົ່ວໄປ...
ຄໍາ “ຫລັກການ” ເປັນຄໍານາມໝາຍເຖິງຄວາມໝັ້ນຄົງ ອັນເປັນເຄື່ອງອ້າງ ຫລື ອ້າງອີງບ່ອນຢູ່ອັນແນ່ນອນ ຫລື ແນວຕັ້ງໄວ້ເພື່ອດໍາເນີນການ. ຄໍາ “ຫລັກເກນ” ເປັນຄໍານາມໝາຍເຖິງ ຫລັກວິນິດໄສ; ຫລັກສູດເປັນຄໍານາມ ໝາຍເຖິງຂໍ້ກໍານົດວິຊາທີ່ຕັ້ງໄວ້ໃຫ້ຮໍ່າຮຽນ. “ຫລັກແຫລ່ງ” ເປັນຄໍານາມໝາຍເຖິງທີ່ປະຈໍາຢູ່. ຄໍາ “ຫລັກແຫລມ” ເປັນຄໍາຄຸນນາມ ໝາຍເຖິງ ສະຫລາດຫລາຍ, ສ້ຽມແຫລມ, ມີປັນຍາໄຫວພິບດີ.
ດ່ັງນ້ັນ ຈຶ່ງນໍາມາເພ່ືອສຶກສາ ຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.
ຮິບໂຮມໂດຍ: ພະກາ
KPL