ຂປລ
ປັດຈຸບັນ, ທຸລະກິດການລ້ຽງນົກກະຈອກເທບ ຢູ່ ສປປ ລາວ ແມ່ນເລີ່ມແຜ່ຫລາຍຂຶ້ນ ເພາະເປັນສັດເສດຖະກິດໃໝ່, ມີອາຍຸຍືນ, ລ້ຽງງ່າຍ, ໃຫຍ່ໄວ, ໃຫ້ຜົນຜະລິດສູງ, ສາມາດສ້າງລາຍຮັບໃຫ້ກັບຜູ້ລ້ຽງເປັນຈຳນວນຫລາຍ.
*ປັດຈຸບັນ, ທຸລະກິດການລ້ຽງນົກກະຈອກເທບ ຢູ່ ສປປ ລາວ ແມ່ນເລີ່ມແຜ່ຫລາຍຂຶ້ນ ເພາະເປັນສັດເສດຖະກິດໃໝ່, ມີອາຍຸຍືນ, ລ້ຽງງ່າຍ, ໃຫຍ່ໄວ, ໃຫ້ຜົນຜະລິດສູງ, ສາມາດສ້າງລາຍຮັບໃຫ້ກັບຜູ້ລ້ຽງເປັນຈຳນວນຫລາຍ. ໃນນັ້ນ, ທ່ານ ແກ້ວສັນຕິສຸກ ໄຊຄຳວົງ ເຈ້ົາຂອງຟາມນົກກະຈອກເທບ ບ້ານຖ້ຳ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ກໍໄດ້ເລີ່ມລ້ຽງມາແຕ່ ປີ 2016 ມາຮອດປັດຈຸບັນ, ສາມາດສ້າງລາຍຮັບ ໃຫ້ກັບຄອບຄົວໄດ້ເຖິງ 1.500 ລ້ານກີບຕໍ່ປີ.
![](https://kpl.gov.la/Media/Upload/News/Thumb/2025/02/13/Untitled-4.jpg)
ທ່ານ ແກ້ວສັນຕິສຸກ ໄຊຄຳວົງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມ່ືອບ່ໍດົນນ້ີວ່າ: ຈຸດເລ່ີມຕ້ົນໃນການຕັດສິນໃຈລົງມືລ້ຽງນົກກະຈອກເທບ ກໍຍ້ອນມັກຮັກໃນການຜະລິດກະສິກຳ, ອີງໃສ່ພື້ນຖານຄວາມຮູ້, ຄວາມຊຳນິຊຳນານ ແລະ ມີຄວາມຊ່ຽວຊານທາງດ້ານສັດປີກ ຈຶ່ງເກີດມີແນວຄວາມຄິດຢາກທົດລອງຟັກໄຂ່ນົກກະຈອກເທບ ເປັນເສດຖະກິດຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ໂດຍໃຊ້ທຶນຮອນຂອງຕົນເອງຊື້ແນວພັນມາຟັກເອງ ແລະ ທ້ອນໂຮມແນວພັນຈຳນວນໜຶ່ງມາລ້ຽງ, ມາຮອດປັດຈຸບັນຟາມນົກກະຈອກ ເທບ ບ້ານຖ້ຳ ມີເນື້ອທີ່ທັງໝົດ 8 ເຮັກຕາ, ມີນົກທັງໝົດ 180 ກວ່າໂຕ.
![](https://kpl.gov.la/Media/Upload/News/Thumb/2025/02/13/Untitled-5.jpg)
ໃນນັ້ນ, ມີແມ່ພັນ 40 ໂຕ, ພໍ່ ພັນ 20 ໂຕ, ນົກນ້ອຍພ້ອມຈຳໜ່າຍ ມີ 120 ໂຕ, ມີນົກທັງໝົດ 2 ສາຍພັນຄື: ສາຍພັນຄໍແດງ ແລະ ສາຍພັນຄໍນ້ຳເງິນເຊິ່ງນົກກະຈອກເທບ ເປັນສັດເສດຖະກິດໃໝ່, ລ້ຽງງ່າຍ, ໃຫຍ່ໄວ, ມີອາຍຸຍືນ ເຖິງ 65 ປີ ແລະ ໃຫ້ຜົນຜະລິດໄດ້ 44 ປີ, ສະເລ່ຍແມ່ໜຶ່ງສາມາດອອກໄຂ່ 40-60 ໜ່ວຍ/ປີ.
![](https://kpl.gov.la/Media/Upload/News/Thumb/2025/02/13/Untitled-7.jpg)
ຟາມນົກກະຈອກເທບ ບ້ານຖ້ຳ ສ່ວນໃຫຍ່ແມ່ນເນັ້ນສະໜອງແນວພັນນົກກະຈອກເທບນ້ອຍ ແລະ ສະໜອງຊີ້ນໃຫ້ບັນດາຮ້ານອາຫານ ຢູ່ນະຄອນຫລວງວຽງຈັນ ເຊິ່ງປີໜຶ່ງສາມາດສະໜອງແນວພັນໄດ້ 400-600 ໂຕຕໍ່ປີ. ໃນອະນາຄົດ, ຈະຂະຫຍາຍຕະຫລາດໄປຍັງບັນດາຮ້ານອາຫານຢູ່ໂຮງແຮມຕ່າງໆ ໃນຂອບເຂດທົ່ວປະເທດທີ່ມີຄວາມຕ້ອງການ. ຄຽງຄູ່ກັບການລ້ຽງນົກກະຈອກເທບແລ້ວ, ຍັງໄດ້ປູກຫຍ້າເນເປຍ, ຫຍ້າອິດສະລາເອວ ເພື່ອເປັນອາຫານເສີມໃຫ້ກັບນົກຕື່ມອີກ.
ໂດຍ: ທະນູທອງ
KPL