ຂປລ
ໃນໄລຍະ 5 ປີຜ່ານມາ, ຄະນະພັກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ນຳພາ-ຊີ້ນຳ ການພັດທະນາເສດຖະກິດ-ສັງຄົມ ພາຍໃຕ້ວິໄສທັດ “ສືບຕໍ່ສ້າງເມືອງແກ່ນທ້າວ ໃຫ້ເປັນເມືອງບໍລິການດ້ານການຄ້າຊາຍແດນ, ສົ່ງເສີມການປູກໝາກຂາມຫວານ, ປູກຢາງພາລາ, ປູກພືດເປັນສິນຄ້າ ຕິດພັນກັບການປຸງແຕ່ງຂັ້ນຕົ້ນເພື່ອສົ່ງອອກ ແລະ ລ້ຽງສັດແບບເປັນກຸ່ມເປັນຟາມຕາມທິດສີຂຽວ ແລະ ຍືນຍົງ’’.
*ໃນໄລຍະ 5 ປີຜ່ານມາ, ຄະນະພັກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ນຳພາ-ຊີ້ນຳ ການພັດທະນາເສດຖະກິດ-ສັງຄົມ ພາຍໃຕ້ວິໄສທັດ “ສືບຕໍ່ສ້າງເມືອງແກ່ນທ້າວ ໃຫ້ເປັນເມືອງບໍລິການດ້ານການຄ້າຊາຍແດນ, ສົ່ງເສີມການປູກໝາກຂາມຫວານ, ປູກຢາງພາລາ, ປູກພືດເປັນສິນຄ້າ ຕິດພັນກັບການປຸງແຕ່ງຂັ້ນຕົ້ນເພື່ອສົ່ງອອກ ແລະ ລ້ຽງສັດແບບເປັນກຸ່ມເປັນຟາມຕາມທິດສີຂຽວ ແລະ ຍືນຍົງ’’.ອີງຕາມການລາຍງານຂອງ ສະຫາຍ ຄໍາປຸ່ນ ນວນສະບັບ ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ ຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VIII ເມື່ອບໍ່ດົນນີ້ວ່າ: ຕະຫລອດ 5 ປີ ຜ່ານມາ, ຄະນະພັກເມືອງໄດ້ເອົາໃຈໃສ່ນຳພາ-ຊີ້ນຳການພັດທະນາເສດຖະກິດ-ສັງຄົມ ພາຍໃຕ້ວິໄສທັດ “ສືບຕໍ່ສ້າງເມືອງແກ່ນທ້າວ ໃຫ້ເປັນເມືອງບໍລິການດ້ານການຄ້າຊາຍແດນ, ສົ່ງເສີມການປູກໝາກຂາມຫວານ, ປູກຢາງພາລາ, ປູກພືດເປັນສິນຄ້າຕິດພັນກັບການປຸງແຕ່ງຂັ້ນຕົ້ນເພື່ອສົ່ງອອກ ແລະ ລ້ຽງສັດແບບເປັນກຸ່ມເປັນຟາມຕາມທິດສີຂຽວ ແລະ ຍືນຍົງ” ໂດຍໄດ້ຫັນເອົາພະນັກງານຫລັກແຫລ່ງ, ພະນັກງານວິຊາການລົງນໍາພາປະຊາຊົນຫັນປ່ຽນ ແລະ ນໍາໃຊ້ເຕັກນິກ-ວິທະຍາສາດເຂົ້າໃນການຜະລິດ ເປັນຕົ້ນການປູກເຂົ້າ, ປູກພືດກະສິກໍາ ແລະ ພືດອຸດສາຫະກຳເປັນສິນຄ້າ ແລະ ລ້ຽງສັດໃຫຍ່ ໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ, ຍາດແຍ່ງເອົາການຊ່ວຍເຫລືອຈາກພາຍໃນ ແລະ ຕ່າງປະເທດເຂົ້າໃນການປັບປຸງລະບົບຊົນ ລະປະທານ ເພື່ອສະໜອງ ນ້ຳຫົດເນື້ອທີ່ທຳການຜະລິດໃຫ້ເພີ່ມຂຶ້ນ ໂດຍສະເພາະໂຄງການຊົນລະປະທານນ້ຳຊາງ ບ້ານຫ້ວຍເລິກ, ຂະບວນການສົ່ງເສີມການປູກ-ການລ້ຽງ ໄດ້ຫັນໄປສູ່ແບບເປັນກຸ່ມເປັນຟາມ, ສາ ມາດກຸ້ມຕົນເອງທາງດ້ານສະບຽງອາຫານປະເພດເຂົ້າ ແລະ ທາດຊີ້ນຢູ່ພາຍໃນ ແລະ ສົ່ງອອກເປັນສິນຄ້າ, ເອົາໃຈໃສ່ປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມໃຫ້ຍືນຍົງ.
ສຳລັບດ້ານອຸດສາຫະກຳ ແລະ ການຄ້າ ກໍໄດ້ມີການຂະຫຍາຍຕົວຕາມທິດທັນສະໄໝເປັນກ້າວໆເຊັ່ນ: ໂຮງອົບສາລີ, ລານຕາກມັນຕົ້ນ, ສາງເກັບຜົນຜະລິດໄດ້ຫັນໄປສູ່ລະບົບຄົບຊຸດສາມາດປຸງແຕ່ງຜົນຜະລິດກະສິກໍາຂັ້ນຕົ້ນສົ່ງອອກໄດ້ຫລາຍຂຶ້ນ, ພື້ນຖານໂຄງລ່າງ, ລະບົບເສັ້ນທາງພາຍໃນເມືອງ ໄດ້ຮັບການປັບປຸງຍົກລະດັບໂດຍການນໍາພາປະຊາຊົນປະຕິບັດນະໂຍບາຍລັດ ແລະ ປະຊາຊົນພ້ອມກັນເຮັດ ໃນການກໍ່ສ້າງທາງເບຕົງເສີມເຫລັກ, ເສີມໄມ້ໄຜ່ ແລະ ປູຫີນທາງຮ່ອມພາຍໃນບ້ານຢ່າງກວ້າງຂວາງ ໄດ້ 17 ບ້ານ, ນໍາພາກໍ່ສ້າງປະຕູໂຂງ ເຂົ້າເມືອງໂດຍທຶນສົມທົບຂອງພະນັກງານ, ທະຫານ, ຕໍາຫລວດ, ນັກທຸລະກິດ ແລະ ປະຊາຊົນ. ພ້ອມນີ້, ໄດ້ນໍາພາປັບປຸງ ແລະ ກໍ່ສ້າງຕະຫລາດຢູ່ພາຍໃນເມືອງ ໃຫ້ສາມາດເປັນບ່ອນແລກປ່ຽນຊື້-ຂາຍ ໄດ້ 2 ແຫ່ງ, ຂະຫຍາຍລະບົບນໍ້າປະປາໄປສູ່ບ້ານທີ່ຍັງບໍ່ທັນມີ ໄດ້ 4 ບ້ານ, ນໍາພາກວດກາ, ເກັບກຳຂໍ້ມູນການນຳໃຊ້ທີ່ດິນຂອງພໍ່ແມ່ປະຊາຊົນໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ຈັດສັນທ່ີດິນ, ຂະຫຍາຍຜັງເມືອງ , ເອົາໃຈໃສ່ຄຸ້ມຄອງການເຊົ່າ ແລະ ສຳປະທານທີ່ດິນຂອງລັດຖືກຕ້ອງຕາມລະບຽບກົດໝາຍ, ພ້ອມທັງຄຸ້ມຄອງສິ່ງແວດລ້ອມຢ່າງເປັນລະບົບ ຕ່ໍເນື່ອງ. ນອກຈາກນີ້, ຍັງໄດ້ເອົາໃຈໃສ່ນໍາພາປະຕິບັດວາລະແຫ່ງຊາດວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຊິ່ງສາມາດຈັດເກັບລາຍຮັບໄດ້ລື່ນແຜນການໃນແຕ່ລະປີ ເຮັດໃຫ້ເສດຖະກິດຂອງເມືອງ ຂະຫຍາຍຕົວໃນລະດັບ 6,5%, ລວມຍອດຜົນຜະລິດພາຍໃນບັນລຸໄດ້ 1.000 ກວ່າຕື້ກີບ, ລາຍໄດ້ສະເລ່ຍໃສ່ຫົວຄົນ ປະຕິບັດໄດ້ 24,22 ລ້ານກີບ, ທຽບໃສ່ຄາດໝາຍປະຕິບັດໄດ້ 71%.
KPL