ຊາວອາຊຽນຫັນມາຊົມໃຊ້ສິນຄ້າ ແລະ ເຕັກໂນໂລຊີຈາກ ສປຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

25/02/2025 12:02
Email Print 2103
ຂປລ ບໍ່ແມ່ນເລື່ອງມະໂນພາບ ແລະ ນັ່ງຄິດໄປເອງຕາມມີຕາມເກີດ ແຕ່ຫາກຄວນຍ້ອງຍໍສັນລະເສີນຄົນເຮັດແທ້ທໍາຈິງ ຫລື ມະນຸດເຮົາຜູ້ທີ່ມີຫົວຄິດປະດິດສ້າງ ແລະ ອຸທິດເຫື່ອແຮງມັນສະໝອງຢ່າງບໍ່ຮູ້ອິດບໍ່ເມື່ອຍ ເພື່ອສ່ວນລວມໃນການຄົ້ນຄົ້ວວິທະຍາສາດອັນກ້າວໜ້າ, ຜະລິດວັດຖຸສິ່ງຂອງໃໝ່ໆ, ເຕັກໂນໂລຊີນະວັດຕະກໍາທັນສະໄໝມາຮັບໃຊ້ສັງຄົມມະນຸດເຮົາຢ່າງຮອບດ້ານ.

     *ບໍ່ແມ່ນເລື່ອງມະໂນພາບ ແລະ ນັ່ງຄິດໄປເອງຕາມມີຕາມເກີດ ແຕ່ຫາກຄວນຍ້ອງຍໍສັນລະເສີນຄົນເຮັດແທ້ທໍາຈິງ ຫລື ມະນຸດເຮົາຜູ້ທີ່ມີຫົວຄິດປະດິດສ້າງ ແລະ ອຸທິດເຫື່ອແຮງມັນສະໝອງຢ່າງບໍ່ຮູ້ອິດບໍ່ເມື່ອຍ ເພື່ອສ່ວນລວມໃນການຄົ້ນຄົ້ວວິທະຍາສາດອັນກ້າວໜ້າ, ຜະລິດວັດຖຸສິ່ງຂອງໃໝ່ໆ, ເຕັກໂນໂລຊີນະວັດຕະກໍາທັນສະໄໝມາຮັບໃຊ້ສັງຄົມມະນຸດເຮົາຢ່າງຮອບດ້ານ.

    ຜູ້ຂຽນອາດບໍ່ໄດ້ເກີດໃນຍຸກສົງຄາມຕ້ານພວກຈັກກະພັດລ່າເມືອງຂຶ້ນໃນອະດີດ ແຕ່ຫາກໄດ້ຖອດຖອນບາງບົດຮຽນ, ສຶກສາຮໍ່າຮຽນ, ຟັງ ແລະ ແລກປ່ຽນຄວາມຮູ້ຈາກຄູອາຈານ, ຜູ້ອາວຸໂສ ໃນນັ້ນບາງບົດຮຽນກໍໄດ້ຜ່ານການຊອກຮູ້, ອ່ານປື້ມ ແລະ ທ່ອງໂລກອິນເຕີເນັດ, ໂດຍຂໍຢ້ອນເວລາຫຍໍ້ໆວ່າຫລັງປົດປ່ອຍຊາດປີ 1975 ເວົ້າເລື່ອງລົດລາງພາຫະນະ ແລະ ກົນຈັກທີ່ເປັນພື້ນຖານໃນການຮັບໃຊ້ຊີວິດການເປັນຢູ່ຂອງ ປະຊາຊົນລາວບັນດາເຜົ່ານັບແຕ່ເຄື່ອງກົນຈັກຜະລິດກະສິກໍາ, ລົດບັນທຸກ, ລົດຈັກ, ລົດເກັງ ແລະ ອື່ນໆໃນເວລານັ້ນເຫັນວ່າຂ້ອນຂ້າງທັນສະໄໝພໍສົມຄວນ ແຕ່ຖ້າປຽບທຽບກັບປັດຈຸບັນອາດຫ່າງ ກັນປານຟ້າກັບດິນ. ເວລານັ້ນສິ່ງທີ່ພໍອະທິບາຍໄດ້ລະອຽດທີ່ສຸດ ຄື: ມີພຽງຄົນລາວຈໍານວນໜ້ອຍໂດຍສະເພາະກຸ່ມຄົນມີຖະນາດີ ແລະ ຮັ່ງມີຈິ່ງສາມາດຊື້ມາໃຊ້ ແລະ ຄອບຄອງເຄື່ອງກົນຈັກ ລວມທັງພາຫະນະທີ່ວ່ານັ້ນເຊັ່ນ: ລົດຈັກຮອນດ້າດຣີມ(ຍີ່ປຸ່ນ), ລົດເຕົ່າ ສະວົກໂກ້ນ (ເຢຍລະມັນ), ລົດເກັງລາດາ (ໂຊຫວຽດ)…ຄວາມຈິງຄົນລາວເຮົາບໍ່ແມ່ນຄົນຫລ້າສະໄໝ ແຕ່ອັນສືບເນື່ອງມາຈາກລາຍຮັບຂອງບາງຄົນລາວມີຈໍາກັດຕ່າງຫາກທີ່ບໍ່ສາມາດຈັບຈ່າຍ ແລະ ຊື້ມາຮັບໃຊ້ຊີວິດປະຈໍາວັນໄດ້ຢ່າງທົ່ວເຖິງ. ເມື່ອເຮົາມາຕັ້ງຄໍາ ແລະ ຕີລາຄາພາບລວມເຫັນໄດ້ຢ່າງຈະແຈ້ງວ່າ: ເປັນຫຍັງຄົນລາວເຮົາຈໍານວນບໍ່ໜ້ອຍບໍ່ສາມາດຊື້ລົດໄຖນາ, ເຄື່ອງຈັກດູດນໍ້າ, ລົດຈັກ , ລົດເກັງ ແລະ ພາຫະນະອື່ນໄດ້ຢ່າງທົ່ວເຖິງໃນເວລານັ້ນ? ກໍຍ້ອນບາງປັດໃຈ ສິນຄ້າທີ່ຜະລິດຈາກປະເທດຈະເລີນແລ້ວ ຫລື ປະເທດຕາເວັນຕົກອາດຕັ້ງລາຄາສິນຄ້າຂ້ອນຂ້າງສູງເຮັດຄົນທຸກຍາກຜູ້ມີລາຍໄດ້ໜ້ອຍ, ລາຍປານກາງອາດບໍ່ສາມາດຈັບຕ້ອງ ແລະ ຊື້ມາຊົມໃຊ້ໄດ້ຢ່າງກວ້າງຂວາງ.


     ຕໍ່ມາໃນປີ 1986 ພັກ-ລັດຖະບານລາວໄດ້ວາງແນວທາງການປ່ຽນແປງໃໝ່ຮອບດ້ານເລີ່ມຈາກການປ່ຽນແປງດ້ານເສດຖະກິດ, ຫັນຈາກການຄຸ້ມຄອງລວມສູນບໍລິຫານເກື້ອກູນໄປສູ່ການຄຸ້ມຄອງຕາມກົນໄກຕະຫລາດທີ່ມີການໄລ່ລຽງເສດຖະກິດ ແລະ ມີການດັດສົມຂອງລັດ. ມາເຖິງຊຸມປີ 2004-2005, ການຜະລິດເປັນສິນຄ້າປ້ອນຕະຫລາດ ແລະ ການສົ່ງອອກເກີດເປັນໜໍ່ແໜງພົ້ນເດັ່ນຂຶ້ນເທື່ອລະກ້າວຍ້ອນໄດ້ຮັບກໍາລັງໜູນ ແລະ ແບ່ງປັນສິນຄ້າທີ່ມີທາງເລືອກດ້ວຍລາຄາທີ່ຈັບຕ້ອງໄດ້-ຊື້ໄດ້ຢ່າງສົມເຫດສົມຜົນຈາກ ສປ ຈີນ.

      ທ່ານ ຄໍາພາ, ອາຍຸ 75 ປີ, ປະຊາຊົນບ້ານທ່າໄຮ່ ເມືອງປາກເຊ ແຂວງຈໍາປາສັກເລົ່າສູ່ຟັງວ່າ “ ຂ້ອຍຍັງນຶກໄດ້ໄລຍະປີ 1975-1980 ທົ່ວເມືອງປາກເຊ ແຂວງຈໍາປາສັກ, ປະຊາຊົນຜູ້ສາມາດຊື້ລົດຈັກຮອນດ້າຜະລິດຈາກຍີ່ປຸ່ນ ແລະ ລົດເຕົ່າຜະລິດຈາກເຢຍລະມັນມາຂີ່ຕາມຖະໜົນຫົນທາງນັ້ນສາມາດນັບ ແລະ ຈື່ທຸກໆຄັນເພາະສ່ວນໃຫຍ່ແມ່ນຄົນມີຖານະດີ ແລະ ຮັ່ງມີຈິ່ງຊື້ໄດ້ ນອກຈາກນັ້ນການເຮັດນາ ແລະ ເຮັດການຜະລິດສ່ວນໃຫຍ່ແມ່ນອີງໃສ່ຄວາຍໄຖນາ ແລະ ແຮງງານຂອງຄົນເປັນທີ່ຕັ້ງ ສ່ວນວ່າເຄື່ອງຈັກດູດນໍ້າ, ລົດໄຖນາ ແລະ ເຄື່ອງກົນຈັກຜະລິດກະສິກໍາເກືອບບໍ່ເຫັນ ແລະ ບໍ່ໄດ້ສໍາຜັດເລີຍ. ມາຮອດປີ 1995-2000 ເຫັນວ່າສິນຄ້າຈາກຄ້າຍປະເທດພັດທະນາແລ້ວ ແລະ ປະເທດພວມພັດທະນາລວມຫລຸຫລັ່ງຖັ່ງເທເຂົ້າມາປະເທດລາວເພີ່ມຂຶ້ນຢ່າງເປັນປະຈັກຕາ ແຕ່ຖ້າເວົ້າເລື່ອງຄາລາກໍຍັງຂ້ອນແພງຢູ່  ພໍມາຮອດປີ 2005-2008 ສິນຄ້າທີ່ມາປ່ຽນຊີວິດຂອງປະຊາຊົນລາວແທ້ໆນັບແຕ່ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໃນຄົວເຮືອນ, ພາຫະນະ ແລະ ເຄື່ອງກົນຈັກການຜະລິດກະສິກໍານັ້ນແມ່ນນໍາເຂົ້າຈາກ ສປ ຈີນ ດ້ວຍລາຄາຈັບຕ້ອງໄດ້ ແລະ ມີທາງໃຫ້ເລືອກຊື້ພາຍໃຕ້ຄຸນນະພາບແຕກຕ່າງກັນ ຖ້າປຽບທຽບກັບສິນຄ້າຈາກຍີ່ປຸ່ນ,ເອີຣົບ ແລະ ປະເທດພັດທະນາແລ້ວເຫັນວ່າຖືກກວ່າຫລາຍເທົ່າ ແລະ ສາມາດເຂົ້າເຖິງທຸກຊັ້ນຄົນ. ຕາມທັດສະນະຂອງຂ້ອຍເອງເປັນຜູ້ໜຶ່ງທີ່ຊົມໃຊ້ສິນຄ້າຂອງຄ້າຍຕາເວັນຕົກ ແລະ ຄ້າຍສັງຄົມນິຍົມເຊື່ອວ່າສິນຄ້າຂອງຈີນໃນເມື່ອກ່ອນຄຸນນະພາບບໍ່ອາດເທົ່າທຽມກັບຄ້າຍຕາເວັນຕົກ ແຕ່ປັດຈຸບັນນີ້ຂ້ອຍກ້າວ່າມີບາງອັນດີກວ່າຂອງພວກຄ້າຍຕາເວັນຕົກອີກ ສະນັ້ນເວລາເບິ່ງບັນຫາຄວນເບິ່ງຫລາຍມູມ ແລະ ເບິ່ງໃຫ້ກວ້າງໆຢ່າງສົມເຫດສົມຜົນເພາະວ່າມີບາງສິນຄ້າຈາກຈີນໄດ້ສົ່ງອອກຕ່າງປະເທດກໍຢູ່ແຖວໜ້າຂອງໂລກ ຫລື ຕິດອັນດັບທີ 1 ຂອງໂລກແລ້ວເຊັ່ນ: ລົດໄຟຟ້າ, ແຜ່ນ ຫລື ຫລອດໄຟແສງຕາເວັນ ແລະ ອື່ນໆ ນອກຈາກນັ້ນອັນພົ້ນເດັ່ນສົດໆຮ້ອນໆທີ່ປະເທດຈີນເຮັດໃຫ້ຊາວໂລກຕົກຕະລືງ! ກໍແມ່ນປັນຍາປະດິດທີ່ທັນສະໄໝ ຫລື ເອໄອ (AI) ທີ່ຫາກໍນໍາສະເໜີ(ເປີດຕົວ)ຫວ່າງບໍ່ດົນມານີ້ ”.


     ທ່ານ ເຫລົາຄໍາ ພະນັກງານຂັບລົດແທັກຊີໄຟຟ້າບອກວ່າ: ພາຍຫລັງສິ້ນການລະບາດພະຍາດໂຄວິດໃນທ້າຍປີ 2022 ແລະ ປີ 2024 ເປັນຕົ້ນມາ “ ຂ້ອຍເອງໄດ້ຕັດສິນໃຈຂາຍຖິ້ມລົດກະບະວີໂກ້ທີ່ໃຊ້ນໍ້າມັນເຊື້ອໄຟເພາະຮູ້ສຶກເບື່ອໜ່າຍຫລາຍຍ້ອນລາຄານໍ້າມັນແພງຂຶ້ນທຸກໆເດືອນ ແລະ ບໍ່ທ່າທີຈະຫລຸດລົງ ຖ້າທຽບກັນລະຫວ່າງລາຄານໍ້າມັນ ແລະ ລາຄາເຂົ້າກິນເຫັນວ່ານໍ້າມັນແພງກວ່າເຂົ້າກິນ ບາງຄັ້ງເສົ້າໃຈໃນຊີວິດປະຈໍາວັນດິ້ນຮົນຫາແຕ່ເງິນຊື້ນໍ້າມັນໄປວຽກ ແລະ ເຮັດທຸລະກິດຫຍັງກໍບໍ່ໄດ້ກໍາໄລຍ້ອນລາຄານໍ້າມັນແພງ ສະນັ້ນໄດ້ມານັ່ງຄິດ ແລະ ປຶກສາກັບເມຍວ່າເຖິງເວລາແລ້ວເຮົາຕ້ອງຕັດສິນລາຍລົດກະບະຖິ້ມແລ້ວຫັນມາຊື້ລົດໄຟຟ້າທີ່ຜະລິດຈາກ ສປ ຈີນທີ່ຄົນລາວຈໍານວນບໍ່ໜ້ອຍພວມຊື້ມາໃຊ້ຢ່າງຫລວງຫລາຍ ແລະ ບໍ່ຄິດເຫັນບັນຫາໃດໆ. ພາຍຫລັງຊື້ລົດໄຟຟ້າມາແລ້ວໄດ້ຂັບບໍລິການແທັກຊີໃນຂົງເຂດນະຄອນຫລວງຕ່າງໆ ເຊິ່ງສາມາດສ້າງລາຍຮັບໄດ້ສະເລ່ຍ 5-7 ແສນກີບຕໍ່ມື້ ແລະ ສາມາດສ້າງຮັບໄດ້ 10 ກວ່າລ້ານກີບຕໍ່ເດືອນ ມາເຖິງປັດຈຸບັນຂ້ອຍຈົນລືມປໍ້ານໍ້າມັນ ແລະ ຂ້ອຍເຊື່ອວ່າລົດຜະລິດຈາກ ສປ ຈີນມີຄຸນນະພາບດີຫລາຍ ນັບແຕ່ຊື້ມາໃຊ້ກໍບໍ່ມີບັນຫາໃດໆ ດ້ວຍເຫດນັ້ນສິ່ງຂອງທີ່ຜະລິດ ແລະ ເທັກໂນໂລຊີຈາກ ສປ ຈີນໄດ້ຮັບການພັດທະນາທັນສະໄໝແລ້ວບໍ່ຄືແຕ່ເກົ່າຄືນຫລັງ ຖ້າເບິ່ງຕົວຈິງສິນຄ້ານັບແຕ່ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໃນຄອບຄົວ ແລະ ພາຫະນະອື່ນໆກໍລ້ວນແຕ່ນໍາເຂົ້າຈາກຈີນກວມເອົາອັດຕາສູງກວ່າປະເທດອື່ນໆ”.

    ດັ່ງຮູ້ນໍາກັນມາຮອດປັດຈຸບັນນີ້, ບໍ່ພຽງແຕ່ ສປປ ລາວເປັນຜູ້ນໍາເຂົ້າສິນຄ້າສໍາຄັນຕົ້ນຕໍຈາກຈີນ ແຕ່ຫາກບັນດາ 10 ປະເທດສະມາຊິກອາຊຽນກໍນໍາເຂົ້າສິນທີ່ມີຄວາມຫລາກຫລາຍຈາກຈີນເຊັ່ນກັນເປັນຕົ້ນ: ເຄື່ອງໃຊ້ໄຟຟ້າ, ເຄື່ອນຸ່ງຫົ່ມ, ເຄື່ອໃຊ້ໃນຄົວເຮືອນ, ລົດລາງພາຫະນະ, ເຄື່ອງກົນຈັກຜະລິດກະສິກໍາ ແລະ ອື່ນໆ.

    ພ້ອມດຽວກັນນີ້, ປະຊາກອນຈາກ 10 ປະເທດອາຊຽນນັບໄດ້ 600 ລ້ານຄົນພວມຕື່ນເຕັ້ນ ແລະ ດີໃຈທີ່ໄດ້ຊົມໃຊ້ເອໄອ ຫລື ປັນຍາປະດິດ (AI Deepseek) ຈາກ ສປ ຈີນ ເຊິ່ງຈຸດດີຂອງເອໄອຈາກ ສປ ຈີນນີ້ແມ່ນເປັນຮູບແບບເອໄອອະນຸຍາດໃຫ້ຄົນເອົາໄປນໍາຟຣີບໍ່ເສຍເງິນ( open source) ໃນນັ້ນ
ຜູ້ໃຊ້ສາມາດໃຊ້, ດັດແກ້, ແລະ ແຈກຢາຍຊອຟແວຣ໌ໄດ້ຕາມຄວາມຕ້ອງການຂອງຕົນເອງ, ມີຄວາມປອດໄພສູງ ແລະ ແກ້ໄຂບັນຫາຄວາມປອດໄພໄດ້ໄວ; ຄ່າໃຊ້ຈ່າຍຕໍ່າ: ຊອຟແວຣ໌ open source ສ່ວນຫຼາຍແມ່ນບໍ່ເສຍຄ່າ, ຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍໃນການພັດທະນາແລະບໍລິຫານລະບົບ; ສາມາດການປັບແຕ່ງໄດ້: ຜູ້ໃຊ້ສາມາດປັບແຕ່ງຊອຟແວຣ໌ໃຫ້ເໝາະສົມກັບຄວາມຕ້ອງການຂອງຕົນເອງ; ການຮຽນຮູ້ ແລະ ການພັດທະນາທັກສະ: ການເຂົ້າເຖິງລະຫັດແຫຼ່ງຊ່ວຍໃຫ້ນັກພັດທະນາໄດ້ຮຽນຮູ້ແລະພັດທະນາທັກສະຂອງຕົນ. ຈຸດດີເຫຼົ່ານີ້ເຮັດໃຫ້ open source ເປັນທາງເລືອກທີ່ດີສຳລັບຫລາຍໆຄົນ ແລະ ອົງກອນ.

    ໂດຍລວມແລ້ວຜົນປະໂຫຍດຂອງ AI (ປັນຍາປະດິດ) ຈະນຳໃຊ້ເຂົ້າໃນວຽກງານສຳຄັນຂອງພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກ ແລະ ບໍລິການອື່ນໆຫລາຍດ້ານເຊັ່ນ:

1. ສາທາລະນະສຸກ:  ຊ່ວຍໃນການວິເຄາະວິໃຈໂລກພະຍາດ, ການບົງມັດຕິອະການຄົນເຈັບ ແລະພັດທະນາຢາຮັກສາໂລກພະຍາດໃໝ່
2.ການສຶກສາ: ຊ່ວຍໃນການສ້າງບົດຮຽນສ່ວນບຸກຄົນ, ການສອນອອນລາຍ, ແລະ ການປະເມີນຜົນການຮຽນ.
3. ການຂົນສົ່ງ:ຖືກນຳໃຊ້ໃນການຄວບຄຸມລົດໃຊ້ເອງ, ການຈັດຕາຕະລາງການຂົນສົ່ງ, ແລະການຄາດເດົາການຈະລາຈອນຕາມທ້ອງຖະໜົນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ.
4. ການບໍລິການລູກຄ້າ: ຊ່ວຍໃນການຕອບຄຳຖາມລູກຄ້າ, ການແນະນຳຜະລິດຕະພັນ, ແລະ ການຈັດການຄຳຮ້ອງທຸກຕ່າງໆ.
5.ການຜະລິດ: ຊ່ວຍໃນການຄວບຄຸມຄຸນນະພາບຜົນຜະລິດ, ການຄາດເດົາການບໍາລຸງຮັກສາ, ແລະ ການຈັດຕາຕະລາງການຜະລິດ.
6. ການເງິນ: ຖືກນຳໃຊ້ເຂົ້າໃນການວິເຄາະການຕະຫຼາດ, ການຈັດການຄວາມສ່ຽງ, ແລະການຕອບສະຫນອງລູກຄ້າ.
7. ຄວາມປອດໄພ : ສາມາດຊ່ວຍໃນການຄົ້ນຫາຜູ້ລະເມີດຄວາມປອດໄພ, ການຄວບຄຸມການເຂົ້າເຖິງ, ແລະ ການວິເຄາະຂໍ້ມູນຄວາມປອດໄພ.
 ທັງໝົດເຫລົ່ານັ້ນມັນມີບົດບາດສຳຄັນໃນການປັບປຸງປະສິດທິພາບ, ຄວາມແມ່ນຍໍາ ແລະຄວາມສະດວກສະບາຍໃນວຽກງານຕ່າງໆໃນຊີວິດປະຈໍາວັນຂອງມະນຸດໄດ້ຢ່າງໜ້າມະຫັດສະຈັນ. 

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ບຣູໄນ ເລີ່ມຍົກເວັ້ນວີຊາຕໍ່ພົນລະເມືອງຈີນອາຊຽນ ASEAN

      ບຣູໄນ ເລີ່ມຍົກເວັ້ນວີຊາຕໍ່ພົນລະເມືອງຈີນ

      3/8/2025 10:48:45 PM

      ນັບແຕ່ ວັນທີ 8 ມີນານີ້ ເປັນຕົ້ນໄປ, ລັດຖະບານ ບຣູໄນ ຈະເລີ່ມດໍາເນີນ ນະໂຍບາຍ ການເຂົ້າເມືອງ ໂດຍຍົກເວັ້ນວີຊາ ສໍາລັບ ພົນລະເມືອງຈີນ ທີ່ມີໜັງສື ຜ່ານແດນ ທໍາມະດາ ຢ່າງເປັນທາງການ.

    • ປະເທດ ຍີ່ປຸ່ນອາຊຽນ ASEAN

      ປະເທດ ຍີ່ປຸ່ນ

      3/4/2025 1:26:04 PM

      ມີນະຄອນຫລວງຊື່ວ່າ: ໂຕກຽວ(Tokyo)ແລະ ປະເທດ ສປປລາວໄດ້ສ້າງຕັ້ງສາຍພົວພັນທາງການທູດ ຮ່ວມກັນ ນັບແຕ່ວັນທີ 5.3.1955 ເປັນຕົ້ນມາ ຈາກນັ້ນ ທັງສອງປະເທດ ໄດ້ຮ່ວມກັນພັດທະນາ ເສີມສ້າງສາຍພົວພັນ ການຮ່ວມມືໃຫ້ນັບມື້ ແໜ້ນແຟ້ນຂຶ້ນ.

    • ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນອາຊຽນ ASEAN

      ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ

      3/3/2025 9:39:50 AM

      ກອງປະຊຸມ ວົງແຄບ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 31 (AEMR-31) ໄດ້ຈັດຂຶ້ນຢູ່ ມາເລເຊຍ ໂດຍມີ ຜູ້ຕາງໜ້າ ບັນດາປະເທດ ສະມາຊິກ ອາຊຽນ ແລະ ຕີມໍແລັດສະເຕີ (ໃນຖານະ ເປັນຜູ້ສັງເກດການ), ທ່ານ ກາວຄິມຮອນ( Kao Kim Hourn) ເລຂາທິການໃຫຍ່ ອາຊຽນ.

    • ຕະຫລາດດອກໄມ້ສົດໃຫຍ່ສຸດໃນອາຊີ ສ້າງຍອດຂາຍບັນລຸ 11.500 ລ້ານຢວນອາຊຽນ ASEAN

      ຕະຫລາດດອກໄມ້ສົດໃຫຍ່ສຸດໃນອາຊີ ສ້າງຍອດຂາຍບັນລຸ 11.500 ລ້ານຢວນ

      2/26/2025 10:32:28 PM

      ຕະຫລາດດອກໄມ້ ໂຕ່ວຫນານ ຕັ້ງຢູ່ເຂດເສີງກົງ ຂອງ ເມືອງຄຸນຫມິງ ປະເທດສປຈີນ ຊຶ່ງເປັນ ຕະຫລາດ ດອກໄມ້ສົດຂະ ໜາດໃຫຍ່ທີ່ສຸດ ຂອງ ອາຊີ ມີປະລິມານ ການຊື້-ຂາຍ ດອກໄມ້ ລວມມີ 14.180 ລ້ານດອກ

    • ເວທີປາໄສອະນາຄົດ ອາຊຽນ 2025 ແມ່ນໂອກາດຊຸກຍູ້ການນຳອາຊຽນ ກ້າວຂຶ້ນອາຊຽນ ASEAN

      ເວທີປາໄສອະນາຄົດ ອາຊຽນ 2025 ແມ່ນໂອກາດຊຸກຍູ້ການນຳອາຊຽນ ກ້າວຂຶ້ນ

      2/25/2025 1:57:40 PM

      ເວທີປາໄສ ອະນາຄົດ ອາຊຽນ (AFF) 2025 ແມ່ນຂໍ້ລິເລີ່ມ ທີ່ຕັ້ງໜ້າຂອງ ສສ ຫວຽດນາມ, ແມ່ນໂອກາດ ເພື່ອຊຸກຍູ້ ເລື່ອງນຳ ອາຊຽນ ກ້າວຂຶ້ນ”. ນີ້ແມ່ນຂໍ້ສັງເກດຂອງ ທ່ານ ນາງ ຊາຣາ ອໍລ ບາກຣິ ເດວາດາຊັນ(Sarah Al Bakri Devadason), ເອກອັກ ຄະລັດຖະທູດ ມາເລເຊຍ ປະຈຳ ອາຊຽນ, ເນື່ອງໃນໂອກາດ AFF ຄັ້ງທີ 2 ປີ 2025 ຈັດຂຶ້ນຢູ່ ຮ່າໂນ້ຍ ແຕ່ວັນທີ 25–26 ກຸມພານີ້.

ads
ads

Top