ຕະຫລາດດອກໄມ້ສົດໃຫຍ່ສຸດໃນອາຊີ ສ້າງຍອດຂາຍບັນລຸ 11.500 ລ້ານຢວນ

26/02/2025 22:32
Email Print 1697
ຂປລ ຕະຫລາດດອກໄມ້ ໂຕ່ວຫນານ ຕັ້ງຢູ່ເຂດເສີງກົງ ຂອງ ເມືອງຄຸນຫມິງ ປະເທດສປຈີນ ຊຶ່ງເປັນ ຕະຫລາດ ດອກໄມ້ສົດຂະ ໜາດໃຫຍ່ທີ່ສຸດ ຂອງ ອາຊີ ມີປະລິມານ ການຊື້-ຂາຍ ດອກໄມ້ ລວມມີ 14.180 ລ້ານດອກ

ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກເມືອງ ຄຸນຫມິງ ປະເທດ ສປຈີນ, ເມື່ອບໍ່ດົນມານີ້, ຕະຫລາດດອກໄມ້ ໂຕ່ວຫນານ ຕັ້ງຢູ່ເຂດເສີງກົງ ຂອງ ເມືອງຄຸນຫມິງ ປະເທດສປຈີນ ຊຶ່ງເປັນ ຕະຫລາດ ດອກໄມ້ສົດຂະ    ໜາດໃຫຍ່ທີ່ສຸດ ຂອງ ອາຊີ ມີປະລິມານ ການຊື້-ຂາຍ ດອກໄມ້ ລວມມີ 14.180 ລ້ານດອກ ເມື່ອປີ 2024 ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີຕໍ່ປີ ແລະ ກວມເອົາມູນຄ່າ 11.500 ລ້ານຢວນ ເຮັດໃຫ້ປະລິມານ ແລະ ມູນຄ່າການຊື້-ຂາຍສູງສຸດໃນສປຈີນ ຢ່າງຕິດຕໍ່ກັນ 25 ປີ.

ໂດຍຕະຫລາດດອກໄມ້ ໂຕ່ວຫນານ ຕັ້ງຢູ່ເຂດເສີງກົງ ຂອງ ເມືອງຄຸນຫມິງ ໃນແຂວງຍຢຸນນານ ທາງຕາເວັນຕົກສຽງໃຕ້ ຂອງ ສປຈີນ ເປັນສູນກາງ ການຄ້າດອກໄມ້ສົດ ຂະໜາດໃຫຍ່ທີ່ສຸດ ອັນດັບ 2 ຂອງໂລກ , ຊຶ່ງດອກໄມ້ ແຫ່ງນີ້ ໄດ້ນຳສົ່ງໄປຈຳໜ່າຍ ໃນທຸກແຂວງ  ຢູ່ສປຈີນ ແລະ ປະເທດຕ່າງໆ ທົ່ວໂລກ ຫລາຍກວ່າ 50 ແຫ່ງ ລວມເຖິງ ຍີ່ປຸ່ນ ແລະ ໄທ ອີກດ້ວຍ. /

 

KPL

ຂ່າວອື່ນໆ

    • ບຣູໄນ ເລີ່ມຍົກເວັ້ນວີຊາຕໍ່ພົນລະເມືອງຈີນອາຊຽນ ASEAN

      ບຣູໄນ ເລີ່ມຍົກເວັ້ນວີຊາຕໍ່ພົນລະເມືອງຈີນ

      3/8/2025 10:48:45 PM

      ນັບແຕ່ ວັນທີ 8 ມີນານີ້ ເປັນຕົ້ນໄປ, ລັດຖະບານ ບຣູໄນ ຈະເລີ່ມດໍາເນີນ ນະໂຍບາຍ ການເຂົ້າເມືອງ ໂດຍຍົກເວັ້ນວີຊາ ສໍາລັບ ພົນລະເມືອງຈີນ ທີ່ມີໜັງສື ຜ່ານແດນ ທໍາມະດາ ຢ່າງເປັນທາງການ.

    • ປະເທດ ຍີ່ປຸ່ນອາຊຽນ ASEAN

      ປະເທດ ຍີ່ປຸ່ນ

      3/4/2025 1:26:04 PM

      ມີນະຄອນຫລວງຊື່ວ່າ: ໂຕກຽວ(Tokyo)ແລະ ປະເທດ ສປປລາວໄດ້ສ້າງຕັ້ງສາຍພົວພັນທາງການທູດ ຮ່ວມກັນ ນັບແຕ່ວັນທີ 5.3.1955 ເປັນຕົ້ນມາ ຈາກນັ້ນ ທັງສອງປະເທດ ໄດ້ຮ່ວມກັນພັດທະນາ ເສີມສ້າງສາຍພົວພັນ ການຮ່ວມມືໃຫ້ນັບມື້ ແໜ້ນແຟ້ນຂຶ້ນ.

    • ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນອາຊຽນ ASEAN

      ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ

      3/3/2025 9:39:50 AM

      ກອງປະຊຸມ ວົງແຄບ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 31 (AEMR-31) ໄດ້ຈັດຂຶ້ນຢູ່ ມາເລເຊຍ ໂດຍມີ ຜູ້ຕາງໜ້າ ບັນດາປະເທດ ສະມາຊິກ ອາຊຽນ ແລະ ຕີມໍແລັດສະເຕີ (ໃນຖານະ ເປັນຜູ້ສັງເກດການ), ທ່ານ ກາວຄິມຮອນ( Kao Kim Hourn) ເລຂາທິການໃຫຍ່ ອາຊຽນ.

    • ເວທີປາໄສອະນາຄົດ ອາຊຽນ 2025 ແມ່ນໂອກາດຊຸກຍູ້ການນຳອາຊຽນ ກ້າວຂຶ້ນອາຊຽນ ASEAN

      ເວທີປາໄສອະນາຄົດ ອາຊຽນ 2025 ແມ່ນໂອກາດຊຸກຍູ້ການນຳອາຊຽນ ກ້າວຂຶ້ນ

      2/25/2025 1:57:40 PM

      ເວທີປາໄສ ອະນາຄົດ ອາຊຽນ (AFF) 2025 ແມ່ນຂໍ້ລິເລີ່ມ ທີ່ຕັ້ງໜ້າຂອງ ສສ ຫວຽດນາມ, ແມ່ນໂອກາດ ເພື່ອຊຸກຍູ້ ເລື່ອງນຳ ອາຊຽນ ກ້າວຂຶ້ນ”. ນີ້ແມ່ນຂໍ້ສັງເກດຂອງ ທ່ານ ນາງ ຊາຣາ ອໍລ ບາກຣິ ເດວາດາຊັນ(Sarah Al Bakri Devadason), ເອກອັກ ຄະລັດຖະທູດ ມາເລເຊຍ ປະຈຳ ອາຊຽນ, ເນື່ອງໃນໂອກາດ AFF ຄັ້ງທີ 2 ປີ 2025 ຈັດຂຶ້ນຢູ່ ຮ່າໂນ້ຍ ແຕ່ວັນທີ 25–26 ກຸມພານີ້.

    • ຊາວອາຊຽນຫັນມາຊົມໃຊ້ສິນຄ້າ ແລະ ເຕັກໂນໂລຊີຈາກ ສປຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງອາຊຽນ ASEAN

      ຊາວອາຊຽນຫັນມາຊົມໃຊ້ສິນຄ້າ ແລະ ເຕັກໂນໂລຊີຈາກ ສປຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

      2/25/2025 12:02:45 PM

      ບໍ່ແມ່ນເລື່ອງມະໂນພາບ ແລະ ນັ່ງຄິດໄປເອງຕາມມີຕາມເກີດ ແຕ່ຫາກຄວນຍ້ອງຍໍສັນລະເສີນຄົນເຮັດແທ້ທໍາຈິງ ຫລື ມະນຸດເຮົາຜູ້ທີ່ມີຫົວຄິດປະດິດສ້າງ ແລະ ອຸທິດເຫື່ອແຮງມັນສະໝອງຢ່າງບໍ່ຮູ້ອິດບໍ່ເມື່ອຍ ເພື່ອສ່ວນລວມໃນການຄົ້ນຄົ້ວວິທະຍາສາດອັນກ້າວໜ້າ, ຜະລິດວັດຖຸສິ່ງຂອງໃໝ່ໆ, ເຕັກໂນໂລຊີນະວັດຕະກໍາທັນສະໄໝມາຮັບໃຊ້ສັງຄົມມະນຸດເຮົາຢ່າງຮອບດ້ານ.

ads
ads

Top