ເວທີປາໄສອະນາຄົດ ອາຊຽນ 2025 ແມ່ນໂອກາດຊຸກຍູ້ການນຳອາຊຽນ ກ້າວຂຶ້ນ

25/02/2025 13:57
Email Print 1872
ຂປລ ເວທີປາໄສ ອະນາຄົດ ອາຊຽນ (AFF) 2025 ແມ່ນຂໍ້ລິເລີ່ມ ທີ່ຕັ້ງໜ້າຂອງ ສສ ຫວຽດນາມ, ແມ່ນໂອກາດ ເພື່ອຊຸກຍູ້ ເລື່ອງນຳ ອາຊຽນ ກ້າວຂຶ້ນ”. ນີ້ແມ່ນຂໍ້ສັງເກດຂອງ ທ່ານ ນາງ ຊາຣາ ອໍລ ບາກຣິ ເດວາດາຊັນ(Sarah Al Bakri Devadason), ເອກອັກ ຄະລັດຖະທູດ ມາເລເຊຍ ປະຈຳ ອາຊຽນ, ເນື່ອງໃນໂອກາດ AFF ຄັ້ງທີ 2 ປີ 2025 ຈັດຂຶ້ນຢູ່ ຮ່າໂນ້ຍ ແຕ່ວັນທີ 25–26 ກຸມພານີ້.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,  ເວທີປາໄສ ອະນາຄົດ ອາຊຽນ (AFF) 2025 ແມ່ນຂໍ້ລິເລີ່ມ ທີ່ຕັ້ງໜ້າຂອງ ສສ ຫວຽດນາມ, ແມ່ນໂອກາດ ເພື່ອຊຸກຍູ້ ເລື່ອງນຳ ອາຊຽນ ກ້າວຂຶ້ນ”. ນີ້ແມ່ນຂໍ້ສັງເກດຂອງ ທ່ານ ນາງ ຊາຣາ ອໍລ ບາກຣິ ເດວາດາຊັນ(Sarah Al Bakri Devadason), ເອກອັກ ຄະລັດຖະທູດ ມາເລເຊຍ ປະຈຳ ອາຊຽນ, ເນື່ອງໃນໂອກາດ AFF ຄັ້ງທີ 2 ປີ 2025 ຈັດຂຶ້ນຢູ່ ຮ່າໂນ້ຍ ແຕ່ວັນທີ 25–26 ກຸມພານີ້. ຖືເປັນຄັ້ງທີ 2 ເວທີປາໄສ AFF ຈັດຂຶ້ນຢູ່ ສສ ຫວຽດນາມ ໄດ້ສ່ອງແສງ ວິໄສທັດ ມຸ່ງໄປເຖິງ ອະນາຄົດຂອງ ສສ ຫວຽດນາມ ທີ່ມີຕໍ່ພາກພື້ນ. ຫົວຂໍ້ຂອງ AFF 2025 ແມ່ນ “ສ້າງ ອາຊຽນ ສາມັກຄີ, ກວມລວມ ແລະ ເຂັ້ມແຂງ ດ້ວຍຕົນເອງ ໃນໂລກ ທີ່ມີການຜັນແປ ຫລາຍຢ່າງ” ກໍ່ສອດຄ່ອງກັບ ບັນດາ ຫລັກການ ແກ່ນສານຂອງ ອາຊຽນ ແລະ ມີການເຊື່ອມຕໍ່ກັບ ວິໄສທັດຂອງ ມາເລເຊຍ, ດ້ວຍຖານະ ເປັນປະທານ ອາຊຽນ ປີ 2025. ຂະນະທີ່ ເວທີປາໄສ ອະນາຄົດ ອາຊຽນ ແມ່ນຂໍ້ລິເລີ່ມ ທີ່ຕັ້ງໜ້າ ທີ່ສຸດຂອງ ສສ ຫວຽດນາມ. ຫົວຂໍ້ຂອງເວທີປາໄສ ໃນພື້ນຖານນັ້ນ ກໍ່ກ່ຽວຂ້ອງເຖິງ ບັນດາແນວຄວາມຄິດ ກ່ຽວກັບ ຄວາມເປັນເອກະພາບ, ລັກສະນະ ກວມລວມ ແລະ ຄວາມສາມາດຟື້ນຟູ, ແມ່ນສິ່ງສອດຄ່ອງກັບ ອາຊຽນ ແລະ ບັນດາປະເທດສະມາຊິກ ແລະ ນັ້ນແມ່ນໜຶ່ງ ໃນບັນດາ ຫລັກການ ແກ່ນສານຂອງ ອາຊຽນ. ໃນສະພາບ ພູມສາດ ການເມືອງ ພວມເກີດມີ ສິ່ງທ້າທາຍ ຫລາຍຢ່າງ. ທ່ານ ນາງ ຊາຣາ ອໍລ ບາກຣິ ເດວາດາຊັນ ໄດ້ກ່າວເນັ້ນຕື່ມວ່າ: ເວທີປາໄສຄັ້ງນີ້ ຈະນຳມາ ເຊິ່ງໂອກາດ ເພື່ອສົນທະນາ ຢ່າງກົງໄປກົງມາ ແລະ ຄົບຖ້ວນ, ລະຫວ່າງ ບັນດາ ຜູ້ມີຄວາມສົນໃຈ ເຖິງຫົວຂໍ້ດັ່ງກ່າວ ແລະ ບັນດາ ຜູ້ມີຄວາມສົນໃຈທີ່ສຸດ ເຖິງເລື່ອງນຳ ອາຊຽນ ກ້າວຂຶ້ນ ຢ່າງເຂັ້ມແຂງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ບຣູໄນ ເລີ່ມຍົກເວັ້ນວີຊາຕໍ່ພົນລະເມືອງຈີນອາຊຽນ ASEAN

      ບຣູໄນ ເລີ່ມຍົກເວັ້ນວີຊາຕໍ່ພົນລະເມືອງຈີນ

      3/8/2025 10:48:45 PM

      ນັບແຕ່ ວັນທີ 8 ມີນານີ້ ເປັນຕົ້ນໄປ, ລັດຖະບານ ບຣູໄນ ຈະເລີ່ມດໍາເນີນ ນະໂຍບາຍ ການເຂົ້າເມືອງ ໂດຍຍົກເວັ້ນວີຊາ ສໍາລັບ ພົນລະເມືອງຈີນ ທີ່ມີໜັງສື ຜ່ານແດນ ທໍາມະດາ ຢ່າງເປັນທາງການ.

    • ປະເທດ ຍີ່ປຸ່ນອາຊຽນ ASEAN

      ປະເທດ ຍີ່ປຸ່ນ

      3/4/2025 1:26:04 PM

      ມີນະຄອນຫລວງຊື່ວ່າ: ໂຕກຽວ(Tokyo)ແລະ ປະເທດ ສປປລາວໄດ້ສ້າງຕັ້ງສາຍພົວພັນທາງການທູດ ຮ່ວມກັນ ນັບແຕ່ວັນທີ 5.3.1955 ເປັນຕົ້ນມາ ຈາກນັ້ນ ທັງສອງປະເທດ ໄດ້ຮ່ວມກັນພັດທະນາ ເສີມສ້າງສາຍພົວພັນ ການຮ່ວມມືໃຫ້ນັບມື້ ແໜ້ນແຟ້ນຂຶ້ນ.

    • ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນອາຊຽນ ASEAN

      ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ

      3/3/2025 9:39:50 AM

      ກອງປະຊຸມ ວົງແຄບ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 31 (AEMR-31) ໄດ້ຈັດຂຶ້ນຢູ່ ມາເລເຊຍ ໂດຍມີ ຜູ້ຕາງໜ້າ ບັນດາປະເທດ ສະມາຊິກ ອາຊຽນ ແລະ ຕີມໍແລັດສະເຕີ (ໃນຖານະ ເປັນຜູ້ສັງເກດການ), ທ່ານ ກາວຄິມຮອນ( Kao Kim Hourn) ເລຂາທິການໃຫຍ່ ອາຊຽນ.

    • ຕະຫລາດດອກໄມ້ສົດໃຫຍ່ສຸດໃນອາຊີ ສ້າງຍອດຂາຍບັນລຸ 11.500 ລ້ານຢວນອາຊຽນ ASEAN

      ຕະຫລາດດອກໄມ້ສົດໃຫຍ່ສຸດໃນອາຊີ ສ້າງຍອດຂາຍບັນລຸ 11.500 ລ້ານຢວນ

      2/26/2025 10:32:28 PM

      ຕະຫລາດດອກໄມ້ ໂຕ່ວຫນານ ຕັ້ງຢູ່ເຂດເສີງກົງ ຂອງ ເມືອງຄຸນຫມິງ ປະເທດສປຈີນ ຊຶ່ງເປັນ ຕະຫລາດ ດອກໄມ້ສົດຂະ ໜາດໃຫຍ່ທີ່ສຸດ ຂອງ ອາຊີ ມີປະລິມານ ການຊື້-ຂາຍ ດອກໄມ້ ລວມມີ 14.180 ລ້ານດອກ

    • ຊາວອາຊຽນຫັນມາຊົມໃຊ້ສິນຄ້າ ແລະ ເຕັກໂນໂລຊີຈາກ ສປຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງອາຊຽນ ASEAN

      ຊາວອາຊຽນຫັນມາຊົມໃຊ້ສິນຄ້າ ແລະ ເຕັກໂນໂລຊີຈາກ ສປຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

      2/25/2025 12:02:45 PM

      ບໍ່ແມ່ນເລື່ອງມະໂນພາບ ແລະ ນັ່ງຄິດໄປເອງຕາມມີຕາມເກີດ ແຕ່ຫາກຄວນຍ້ອງຍໍສັນລະເສີນຄົນເຮັດແທ້ທໍາຈິງ ຫລື ມະນຸດເຮົາຜູ້ທີ່ມີຫົວຄິດປະດິດສ້າງ ແລະ ອຸທິດເຫື່ອແຮງມັນສະໝອງຢ່າງບໍ່ຮູ້ອິດບໍ່ເມື່ອຍ ເພື່ອສ່ວນລວມໃນການຄົ້ນຄົ້ວວິທະຍາສາດອັນກ້າວໜ້າ, ຜະລິດວັດຖຸສິ່ງຂອງໃໝ່ໆ, ເຕັກໂນໂລຊີນະວັດຕະກໍາທັນສະໄໝມາຮັບໃຊ້ສັງຄົມມະນຸດເຮົາຢ່າງຮອບດ້ານ.

ads
ads

Top