ຍອດມູນຄ່າຂາເຂົ້າ-ຂາອອກ ລະຫວ່າງ ນະຄອນຊຽງໄຮ້ກັບປະເທດສະມາຊິກອາຊຽນ ເພີ່ມຂຶ້ນກວ່າ 7%

23/04/2025 16:24
Email Print 127
ຂປລ ໃນ​ໄຕ​ມາດ​ ທີ​ໜຶ່ງ​ປີ​ນີ້, ຍອດ​ມູນ​ຄ່າ​ ຂາ​ເຂົ້າ​-ຂາ​ອອກ ​ລະ​ຫວ່າງ ​ນະ​ຄອນ​ຊຽງ​ໄຮ້ ​ກັບ​ປະ​ເທດ​​ ສະ​ມາ​ຊິກ ອາ​ຊຽນ ​ບັນ​ລຸ​ເຖິງ 143,52 ຕື້ຢວນ ເມື່ອທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ ຂອງ​ປີ​ກາຍ ເພີ່​ມ​ຂຶ້ນ 7,1%.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ດ່ານພາ​ສີ​ ຊຽງ​ໄຮ້​​ຈີນ ເປີດ​ເຜີຍ​​ວ່າ: ໃນ​ໄຕ​ມາດ​ ທີ​ໜຶ່ງ​ປີ​ນີ້, ຍອດ​ມູນ​ຄ່າ​ ຂາ​ເຂົ້າ​-ຂາ​ອອກ ​ລະ​ຫວ່າງ ​ນະ​ຄອນ​ຊຽງ​ໄຮ້ ​ກັບ​ປະ​ເທດ​​ ສະ​ມາ​ຊິກ ອາ​ຊຽນ ​ບັນ​ລຸ​ເຖິງ 143,52 ຕື້ຢວນ ເມື່ອທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ ຂອງ​ປີ​ກາຍ ເພີ່​ມ​ຂຶ້ນ 7,1%.ຄຽງ​ຄູ່​ກັບ ​ການ​ສ້າງ​ເຂດ ​ການ​ຄ້າ​ ເສ​ລີ​ຈີນ-ອາ​ຊຽນ​ ສະ​ບັບ 3,0 ​​ພັດ​ທະ​ນາ​ໄປ ​ຢ່າງ​ຕໍ່​ເນື່ອງ, ດ່ານພາ​ສີ​​ເຂດ​ ທ່າ​ກຳ​ປັ່ນ ​ວ້າຍກ່າວ​ສຽງຊຽງ​ໄຮ້ ​ໄດ້ຊຸກ​ຍູ້​ ການ​ປະ​ຕິ​ບັດ​ ມາດ​ຕະ​ການ​​ ທີ່​ອຳ​ນວຍ ​ຄວາມສະ​ດວກ ​ຕ່າງໆ​ເຊັ່ນ: “​ການ​ແຈ້ງ​ຜ່ານ​​ດ່ານ ​ພຽງ​ໃຊ້​ສອງ​​ຂັ້ນ​ຕອນ”, “ບັນ​ທຸກ​ ສິນ​ຄ້າ​ ໂດຍ​ກົງ​ ພາຍ​ຫລັງ​ ສິນ​ຄ້າ ສົ່ງ​​ເຖິງ ​ທ່າ​ກຳ​ປັ່ນ” ​ແລະ​ ອື່ນໆ, ​ເພື່ອຊ່ວຍ​ຊຸກ​ຍູ້ ການ​ຮ່ວມ​ມື ​ເສດ​ຖະ​ກິດ ​ການ​ຄ້າ​ ລະ​ຫວ່າງ ​ຊຽງ​ໄຮ້ ​ກັບ​ປະ​ເທດ​​ ສະ​ມາ​ຊິກ ອາ​ຊຽນ. ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້, ​​​ດ່ານ​ພາ​ສີ​​ ເຂດ​ທ່າ​ກຳ​ປັ່ນ ວ້າຍ​ກ່າວ​ສຽວ​ຊຽງ​ໄຮ້ ​ໄດ້​ຄ້ຳ​ປະ​ກັ​ນ ​ມູນ​ຄ່າ​ ຂາ​ເຂົ້າ​-ຂາ​ອອກ​ ກັບ​ປະ​ເທດ ສະ​ມາ​ຊິກ​ ອາ​ຊຽນ ​ຫລາຍກວ່າ 190 ຕື້ຢວນ ເມື່ອທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ ​ເພີ່ມ​ຂຶ້ນ 7,3%./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top