ປະເທດ ເປຣູ

27/04/2023 12:10
Email Print 545
ຂປລ ປະເທດເປຣູ (Peru) ທີ່ມີຊື່ທາງການຄື: ສາທາລະນະລັດ ເປຣູ(Republic Of Peru), ມີນະຄອນຫລວງຊື່ວ່າ ລີມາ(Lima), ຕັ້ງຢູ່ທາງຕາເວັນຕົກ ຂອງທະວີບ ອາເມລິກາໃຕ້ ມີຊາຍແດນທິດເໜືອ ຕິດກັບ ເອກວາດໍ ແລະ ໂກໂລມບີ , ທິດຕາເວັນອອກຕິດກັບ ບຣາຊິນ ແລະ ໂບລີວີ, ທິດໃຕ້ຕິດກັບ ຊີເລ ແລະ ທິດຕາເວັນຕົກ ຕິດກັບ ມະຫາສະໝຸດປາຊີຟິກ. ມີເນື້ອທີ່ທັງໝົດ1.285.000 ກິໂລຕາແມັດ, ກວມເອົາປະຊາກອນ 33,72 ລ້ານຄົນ(ໃນປີ 2021), ໃຊ້ພາສາສະເປນ ເປັນພາສາທາງການ

ປະ​ເທດ​ເປ​ຣູ (Peru) ທີ່​ມີ​ຊື່​ທາງ​ການ​ຄື: ສາ​ທາ​ລະ​ນະ​ລັດ ເປ​ຣູ(Republic Of Peru), ມີນະ​ຄອນ​ຫລວງ​ຊື່​ວ່າ ລີ​ມາ(Lima), ​ຕັ້ງ​ຢູ່​ທາງ​ຕາ​ເວັນຕົກ ​ຂອງ​ທະ​ວີບ ອາ​ເມ​ລິ​ກາ​ໃຕ້ ມີ​ຊາຍ​ແດນ​ທິດ​ເໜືອ​ ຕິດ​ກັບ ເອກວາ​ດໍ ແລະ ໂກ​ໂລມ​ບີ , ທິດ​ຕາ​ເວັນ​ອອກ​ຕິດ​ກັບ ບ​ຣາ​ຊິນ ແລະ ໂບ​ລີ​ວີ, ທິດ​ໃຕ້​ຕິດ​ກັບ ​ຊີ​ເລ  ແລະ ທິດ​ຕາ​ເວັນ​ຕົກ​ ຕິດ​ກັບ ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ. ມີເນື້ອ​ທີ່​ທັງ​ໝົດ1.285.000 ກິ​ໂລ​ຕາ​ແມັດ, ກວມ​ເອົາ​ປະ​ຊາ​ກອນ 33,72 ລ້ານ​ຄົນ(ໃນ​ປີ 2021), ໃຊ້​ພາ​ສາ​ສະ​ເປນ​ ເປັນ​ພາ​ສາ​ທາງ​ການ; ສະ​ກຸນ​ເງິນ​ແມ່ນ ນວຍ​ໂວ​​ໂຊລ (nuevo sol), ປະ​ຊາ​ຊົນ​ສ່ວນ​ໃຫຍ່​ ຖື​ສາ​ສະ​ໜາ ຄ​ຣິ​ສ​ນິ​ກາຍ ​ໂຣ​ມັນ​ຄາ​ທໍ​ລິກ ກວມ​ເອົາ 81% ​ແລະ ນິກາຍ​ອື່ນໆ 10%. ສ່ວນ​ວັນ​ຊາດ ​ແມ່ນ​ວັນ​ທີ 28 ກໍລະກົດ.  ປະ​ເທ​ດ ​ເປຣູ ແລະ ປະ​ເທດ ​ສ.ປ​ປລາວ​ ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ ທາງ​ການ​ທູດ​ຮ່ວມ​ກັນ​ ນັບ​ແຕ່​ວັນ​ທີ 27.4.1989 ເປັນ​ຕົ້ນ​ມາ  ຫລັງ​ຈາກນັ້ນ ​ສອງ​ປະ​ເທດ ກໍໄດ້​ເພີ່ມທະວີຮ່ວມ​ມືກັນ ​ໃຫ້​ນັບ​ມື້​ຂະຫຍາຍຕົວ ຢ່າງແໜ້ນ​ແຟ້ນ ​ແລະ ບໍ່​ຢຸດຢັ້ງ.

ເປ​ຣູ ມີ​ນະ​ໂຍບາຍ​ເສດຖະກິດ ​ແບບ​ເສລີ​ນິຍົມ ​ແນ​ໃສ່​ການ​ເປີດ​ເສລີ​ ທາງ​ການ​ຄ້າ ​ແລະ ​ເສດຖະກິດ, ເປັນ​ປະ​ເທດ​ທີ່​ມີ​ອຸ​ດົມ​ສົມ​ບູນ​ ​ເຕັມໄປ​ດ້ວຍ​ ຊັບ​ພະ​ຍາ​ກອນ​ແຮ່​ທາດ​ ທີ່​ສຳ​ຄັນ​ຫລາຍ​ຊະ​ນິດ ຈຶ່ງ​ກາຍ​ເປັນ​ຜູ້​ຜະ​ລິດ​ແຮ່​ທາດ​​ ຂະ​ໜາດໃຫຍ່​ຂອງ​ໂລກ​ເຊັ່ນ: ກົ່ວ, ທອງ​ແດງ, ສັງ​ກະ​ສີ, ດີ​ບຸກ ແລະ ເງິນ,ນ້ຳ​ມັນ ແລະ ແກັ​ສ​ທຳ​ມະ​ຊາດ. ​ໂດຍ​ລວມຍອດ​ຜະ​ລິດ​ຕະ​ພັນ ​ພາຍ​ໃນປະ​ເທດ(GDP) ບັນ​ລຸ 223,2 ຕື້ໂດ​ລາ​ສະ​ຫະ​ລັດ(ໃນ​ປີ 2021), ສະ​ເລ່ຍ​ຕໍ່​ຫົວ​ຄົນ 6.621 ກວ່າໂດ​ລາ​ສະ​ຫະ​ລັດຕໍ່​ປີ; ອັດ​ຕາ​ການ​ຈະ​ເລີ​ນ​ເຕີບ​ໂຕ ​ທາງ​ເສດຖະກິດ 13,3% ຕໍ່ປີ. ສິນ​ຄ້າ​ທີ່​ສົ່ງ​ອອກ​ຕົ້ນຕໍ​ແມ່ນ ​ທອງ​ແດງ, ຄຳ, ສັງ​ກະ​ສີ, ປິ​ໂຕ​ລຽມ​ດິບ ແລະ ຜະ​ລິດ​ຕະ​ພັນ​ປິ​ໂຕ​ລຽມ, ກາ​ເຟ. ​ສິນ​ຄ້າ​ທີ່​ນຳ​ເຂົ້າ​​ເຊັ່ນ: ຜະ​ລິດ​ຕະ​ພັນ​ເຄ​ມີ, ຢາງພາລາ, ເຄື່ອງ​ຈັກ, ຍານ​ພາ​ຫະ​ນະ, ອຸ​ປະ​ກອນ​ ຄົມ​ມະ​ນາ​ຄົມ ແລະ ອຶ່ນໆ. ສ່ວນປະ​ເທດ​ຄູ່ການ​ຄ້າ​ທີ່​ສຳ​ຄັນມີ: ຈີນ, ສະ​ວິດ, ກາ​ນາ​ດາ, ເມັກ​ຊິກ, ເອກວາ​ດໍ,  ບ​ຣາ​ຊິນ ແລະ ຍີ່​ປຸ່ນ ຕາມ​ລຳ​ດັບ.

ນອກນີ້ ຍັງ​ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ ອັນ​ສວຍ​ງາມ ​​ໂດຍ​ສະ​ເພາະ ເມືອງກຸ​ສ​ໂກ(Cusco) ເປັນ​​ເມືອງ​ທ່ອງ​ທ່ຽວ​ ທີ່ມີ​ຊື່​ສຽງ ເຊັ່ນ: ມາ​ຊູ​ປິກ​ຊູ;​ ພ​ລາ​ຊ່າ ເດ​ອາ​ຣ​ມາ​ສ ແຫ່ງ​ກຸ​ສ​ໂກ ​ມີ​ຂະ​ໜາດ​ໃຫຍ່​ກາງ​ເມືອງ ອ້ອມ​ຮອບ​ໄປ​ດ້ວຍ ​ສະ​ຖາ​ນ​ທີ່​ສຳ​ຄັນ​ຫລາຍ​ແຫ່ງ​ຄື: ຮ້ານ​ອາ​ຫານ, ຮ້າ​ນ​ຄ້າ, ຮ້າຍ​ຂາຍ​ເຄື່ອງ​ປະດັບ, ຕົວ​ແທນ​ທຸລະ​ກິດ​ການທ່ອງທ່ຽວ ​ແລະ ວິຫານ​ກຸສ​ໂກອື່ນ​ໆ ທີ່​ເປັນ​ແຫ​ລ່ງດຶງ​ດູດ ​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໃຫ້​ເຂົ້າ​ມາທ່ຽວຊົມ ​ຢ່າງ​ຫລວງຫລາຍ.

 

                                                                                               ໂດຍ: ດາ​ວັນ

KPL

ຂ່າວອື່ນໆ

ads
ads

Top