ສປ ຈີນ-ມຽນມາ ເຊັນສັນຍາໂຄງການກອງທຶນພິເສດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2024

15/06/2024 15:01
Email Print 253
ຂປລ ພິທີ ເຊັນສັນຍາ ຮ່ວມມື ໂຄງການ ກອງທຶນ ພິເສດ ການຮ່ວມມື ແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງປີ 2024 ໄດ້ຈັດຂຶ້ນຢູ່ນະຄອນຫລວງ ເນປີດໍ ປະເທດ ມຽນມາ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ ໃນວັນທີ 15 ມິຖຸນານີ້, ພິທີ ເຊັນສັນຍາ ຮ່ວມມື ໂຄງການ ກອງທຶນ ພິເສດ ການຮ່ວມມື ແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງປີ 2024 ໄດ້ຈັດຂຶ້ນຢູ່ນະຄອນຫລວງ ເນປີດໍ ປະເທດ ມຽນມາ. ທ່ານ ເສີນໄຫ ເອກອັກ ຄະລັດຖະທູດຈີນ ປະຈຳ ມຽນມາ ແລະ ທ່ານ ລະວິນໂອ, ຮອງລັດຖະມົນຕິ ກະຊວງ ການຕ່າງປະເທດ ມຽນມາ ໄດ້ຮ່ວມກັນ ລົງນາມ ໃນສັນຍາ ໂຄງການ. ທ່ານ ເສີນໄຫ ກ່າວວ່າ: ການເຊັນສັນຍາ ຮ່ວມມື ໂຄງການ ກອງທຶນພິເສດ ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2024ເທື່ອນີ້, ເປັນມາດຕະການ ສຳຄັນ ເພື່ອຈັດຕັ້ງ ປະຕິບັດ ຄວາມເຫັນ ທີ່ເປັນເອກະພາບກັນ ຂອງກອງປະຊຸມ ຜູ້ນຳຄັ້ງທີ 4 ກ່ຽວກັບ ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ທັງເປັນການສະແດງ ໃຫ້ເຫັນເຖິງ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປຈີນ ກັບມຽນມາ ພາຍຫລັງ ສອງປະເທດ ສ້າງສາຍພົວພັນ ທາງການທູດ ເປັນເວລາ 74 ປີມານີ້. ສປ ຈີນ ຍິນດີສືບຕໍ່ ຮ່ວມກັບມຽນມາ ຕັ້ງໜ້າປະຕິບັດ ໂຄງການ ຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໃຫ້ດີ, ເຮັດໃຫ້ການຮ່ວມມື ສ້າງຜົນປະໂຫຍດ ຫລາຍກວ່າເກົ່າ ໃຫ້ແກ່ປະຊາຊົນ ມຽນມາ. ສຳລັບ 12 ໂຄງການ ທີ່ເຊັນສັນຍາ ໃນເທື່ອນີ້ ຈະສະໜັບ ສະໜູນ ມຽນມາ ພັດທະນາ ຂົງເຂດກະສິກຳ, ການຫລຸດຜ່ອນ ຄວາມທຸກຍາກ,ການຄ້າ, ການປະດິດສ້າງ ແລະ ຂົງເຂດອື່ນໆ ເພື່ອປັບປຸງ ຊີວິດການເປັນຢູ່ ຂອງປະຊາຊົນ ມຽນມາ ໃຫ້ດີຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top