ໜ່ວຍພັກໂທລະສັບຕັ້ງໂຕະ-ອິນເຕີເນັດ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV

08/07/2024 17:14
Email Print 166
ຂປລ ຂປລ. ກອງປະຊຸມໃຫຍ່ ສະມາຊິກພັກ ຂອງໜ່ວຍພັກໂທລະສັບ ຕັ້ງໂຕະ-ອິນເຕີເນັດ ຄັ້ງທີ IV ທີ່ຂຶ້ນກັບຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຈັດຂຶ້ນໃນຕົ້ນ​ເດືອຍກໍລະກົດ 2024 ຜ່ານມາ



ຂປລ. ກອງປະຊຸມໃຫຍ່ ສະມາຊິກພັກ ຂອງໜ່ວຍພັກໂທລະສັບ ຕັ້ງໂຕະ-ອິນເຕີເນັດ ຄັ້ງທີ
IV ທີ່ຂຶ້ນກັບຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຈັດຂຶ້ນໃນຕົ້ນ​ເດືອຍກໍລະກົດ 2024 ຜ່ານມາ ໂດຍການເປັນປະທານ ຂອງ ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກກະຊວງ ຕັກໂນໂລຊີ ແລະ ການສື່ສານ (ຕສ), ເລຂາຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ (ລລທ), ສະຫາຍ ຈັນທະວີພອນ ເຄືອບຄໍາວອນ ຮອງຫົວໜ້າກົມຈັດຕັ້ງ, ຫົວໜ້າຄະນະຕິດຕາມຊຸກຍູ້ ການດໍາເນີນກອງປະຊຸມ 3 ຂັ້ນ ກະຊວງ ຕສ, ສະຫາຍ ອາລຸນນະເດດ ບານຈິດ ຄະນະປະຈໍາພັກຮາກຖານ ລລທ, ພ້ອມດ້ວຍ ຜູ້ຕາງໜ້າບັນດາໜ່ວຍພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກສົມບູນ, ສຳຮອງຂອງໜ່ວຍພັກໂທລະສັບ ຕັ້ງໂຕະ-ອິນເຕີເນັດ ເຂົ້າຮ່ວມ.

ສະຫາຍ ໄມ ພະກອນຄໍາ ຮອງເລຂາໜ່ວຍພັກໂທລະສັບ ຕັ້ງໂຕະ-ອິນເຕີເນັດ ​ໄດ້​ໃຫ້​ຮູ້ວ່າ: ໜ່ວຍພັກ ໂທລະສັບຕັ້ງໂຕະ-ອິນເຕີເນັດ ໄດ້ຮັບການຊີ້ນໍາຈາກຄະນະພັກຮາກຖານ ລລທ ເປັນປະຈໍາ ແລະ ສະມາຊິກພັກທຸກສະຫາຍ ມີຄວາມສາມັກຄີ ໃຫ້ຄວາມຮ່ວມມືໃນທຸກດ້ານ. ໃນຂະນະທີ່ສະພາບການຂອງໂລກ ທັງຢູ່ໃນລະດັບພາກພື້ນ ແລະ ສາກົນ ເກີດມີຄວາມທ້າທາຍໃນຫລາຍດ້ານ ເຊັ່ນ: ການລະບາດຂອງພະຍາດ ໂຄວິດ-19,  ບັນຫາການຂັດແຍ່ງທາງດ້ານພູມມີ​ສາດ ແລະ ຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ເຊິ່ງ ມັນໄດ້ສົ່ງຜົນກະທົບ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ



ຂອງຊາດ ​ໂດ​ຍ ສະເພາະ ມັນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາວຽກງານ ການດໍາເນີນທຸລະກິດຂອງ ລລທ ກໍຄື ການບໍລິຫານຈັດການວຽກງານ. ເຖິງແນວໃດກໍຕາມ ໂດຍໄດ້ຮັບການນໍາພາ-ຊີ້ນໍາໂດຍກົງຈາກ ຄະນະພັກຮາກຖານ ລລທ  ເຮັດໃຫ້ຄະນະໜ່ວຍພັກ, ສະມາຊິກພັກ-ພະນັກງານ ຂອງໜ່ວຍພັກ ໂທລະສັບຕັ້ງໂຕະ-ອິນເຕີເນັດ ໄດ້ມີຄວາມສາມັກຄີເປັນປຶກແຜ່ນ
, ຕັດສິນໃຈສູງຜ່ານຜ່າອຸປະສັກນາໆປະການ ປະຕິບັດໜ້າທີ່ການເມືອງ ທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມ ຄັ້ງທີ V ຂອງຄະນະພັກຮາກຖານ ລລທ ​ໂດຍສະເພາະ ແມ່ນຈັດຕັ້ງປະຕິບັດ  ບັນດາຄາດໝາຍທີ່ກໍານົດໄວ້ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະໜ່ວຍພັກ ໂທລະສັບຕັ້ງໂຕະ-ອິນເຕີເນັດ ໃຫ້ມີຜົນສໍາເລັດເປັນຢ່າງດີ ເປັນການປະກອບສ່ວນຢ່າງໜັກແໜ້ນ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ.

ພ້ອມກັນນີ້, ສະມາຊິກພັກ ຈໍານວນ 24 ສະຫາຍ ໄດ້ພ້ອມກັນນໍາໃຊ້ສິດ ປະຊາທິປະໄຕ ຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກ ໂທລະສັບຕັ້ງໂຕະ-ອິນເຕີເນັດ ຊຸດໃໝ່ ແລະ ຜູ້ແທນສົມບູນ, ສຳຮອງ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຂອງຄະນະພັກຮາກຖານ ລລທ ບົນພື້ນຖານຫລັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບ ມາດຖານເງື່ອນໄຂທີ່ກໍານົດໄວ້ ເຊິ່ງມີຜູ້ທີ່ຈະເຂົ້າເປັນຜູ້ແທນສົມບູນ ຈໍານວນ 18 ສະຫາຍ, ສໍາຮອງ 5 ສະຫາຍ ແລະ ຜູ້ລົງຮັບສະໝັກເລືອກຕັ້ງຄະນະໜ່ວຍພັກ ໂທລະສັບຕັ້ງໂຕະ-ອິນເຕີເນັດ ຊຸດໃໝ່ ທັງໝົດ 5 ສະຫາຍ, ເລືອກໄດ້ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງເຫັນດີຮັບຮອງເອົາ ຄະນະໜ່ວຍພັກ ໂທລະສັບຕັ້ງໂຕະ-ອິນເຕີເນັດ ຊຸດໃໝ່ 3 ສະຫາຍ ຄື: ເລືອກເອົາ ສະຫາຍ ສຸກັນ ຄູນປະເສີດ ​​ເປັນເລຂາໜ່ວຍພັກ ໂທລະສັບຕັ້ງໂຕະ-ອິນເຕີເນັດ; ສະຫາຍ ຄໍາແດງ ເທບສົມບັດ ເປັນຮອງເລຂາໜ່ວຍພັກ, ທັງເປັນປະທານກວດກາ ແລະ ເລືອກເອົາ ສະຫາຍ ສຸລິໄຊ ຈັນທະວິໄຊ ເປັນກໍາມະການໜ່ວຍພັກ.

​ໂອກາດ​ນີ້, ສະຫາຍ ສຸພົນ ຈັນທະວີໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ໜ່ວຍພັກ ໂທລະສັບຕັ້ງໂຕະ-ອິນເຕີເນັດ ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ຄະນະໜ່ວຍພັກ ໂທລະສັບຕັ້ງໂຕະ-ອິນເຕີເນັດ ຊຸດໃໝ່ ເອົາໃຈໃສ່ໃນການແບ່ງງານ, ແບ່ງຄວາມຮັບຜິດຊອບ ໃຫ້ລະອຽດຈະແຈ້ງ ເພື່ອເປັນບ່ອນອີງໃນການເຕົ້າໂຮມຄວາມສາມັກຄີ ຂອງອ້າຍເອື້ອຍນ້ອງ ສະມາຊິກພັກ-ພະນັກງານ ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສຳເລັດໃນແຕ່ລະໄລຍະ, ເອົາໃຈໃສ່ຕິດຕາມ, ກວດກາ, ຊຸກຍູ້ການເຄື່ອນໄຫວວຽກງານ, ເນັ້ນໜັກເຖິງ 6 ໜ້າທີ່ຂອງໜ່ວຍພັກ ໂດຍສະເພາະແມ່ນ ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຊິ່ງເປັນໜ້າທີ່ກວມລວມ ແລະ ຢັ້ງຢືນເຖິງດ້ານດີ, ດ້ານກ້າວໜ້າ ແລະ ດ້ານອ່ອນ ໃນການເຄື່ອນໄຫວນໍາພາຂອງໜ່ວຍພັກຕົນ.

ຂ່າວ-ພາບ: ລາວໂທລະຄົມ
KPL

ຂ່າວອື່ນໆ

ads
ads

Top