ສະຫາຍ ເລຂາທິການໃຫຍ່, ປະທານປະເທດຊີ້ນໍາ ຕໍ່ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ I ປີ 2024

15/07/2024 16:10
Email Print 810
ຂປລ ຂປລ. ໃນໂອກາດ ເຂົ້າຮ່ວມກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ 1 ປີ 2024, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ທີ່ສໍາຄັນ



ຂປລ. ໃນໂອກາດ ເຂົ້າຮ່ວມກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ 1 ປີ 2024,
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ທີ່ສໍາຄັນ ດັ່ງນີ້: ກອງປະຊຸມລັດຖະບານ ເປີດກວ້າງຄັ້ງນີ້ ໄດ້ໄຂຂຶ້ນທ່າມກາງສະພາບແວດລ້ອມສາກົນ ມີການຜັນແປໄປຢ່າງສັບສົນ, ເຕັມໄປດ້ວຍສິ່ງທ້າທາຍທົດສອບ ຕໍ່ສະຖຽນລະພາບ ແລະ ຄວາມໝັ້ນຄົງ ດ້ານການເມືອງ, ເສດຖະກິດ-ການເງິນ ຂອງໂລກ; ຢູ່ພາຍໃນປະເທດ, ກຳລັງປະສົບກັບຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ເຊິ່ງປັດຈຸບັນ, ໄດ້ກາຍເປັນຄວາມຫລໍ່ແຫລມ ທີ່ພວມກະທົບຕໍ່ການນໍາພາ ຂອງພັກ ແລະ ລັດເຮົາ ໂດຍສະເພາະການຄຸ້ມຄອງ-ບໍລິຫານ ຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ທີ່ສະແດງອອກໃນສະພາບການປັ່ນປ່ວນ ຂອງອັດຕາແລກປ່ຽນເງິນຕາ, ເງິນກີບອ່ອນຄ່າ, ເງິນເຟີ້,...ເຮັດໃຫ້ລາຄາ ສິນຄ້າ ແລະ ຄ່າຄອງຊີບຖີບຕົວສູງຂຶ້ນ ຢ່າງບໍ່ເຄີຍມີມາກ່ອນ.

ສະນັ້ນ, ກອງປະຊຸມຄັ້ງນີ້ ເຖິງວ່າເປັນກອງປະຊຸມສາມັນ ແຕ່ກໍຖືກກັບຈຸດເວລາ ແລະ ການເລັ່ງທວງຂອງສະພາບການ ເພື່ອໃຫ້ລັດຖະບານ ຕ້ອງໄດ້ປຶກສາຫາລື, ຄົ້ນຄວ້າຊອກຫາທາງອອກ, ວາງມາດຕະການ-ວິທີການແກ້ໄຂບັນຫາ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ມອບໝາຍ ໃຫ້ຂະແໜງການ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດດ້ວຍຄວາມເຄັ່ງຮ້ອນ, ດ້ວຍຄວາມຮັບຜິດຊອບສູງ ແລະ ດ້ວຍຈິດໃຈບຸກບືນສູ້ຊົນ, ເຮັດແທ້ທໍາຈິງ ຈຶ່ງຈະແກ້ບັນຫາທີ່ຫຍຸ້ງຍາກ ແລະ ເຮັດໃຫ້ຄວາມທ້າທາຍ ທີ່ມີຢູ່ໃນປັດຈຸບັນສາມາດຂ້າມຜ່ານໄປໄດ້.

      ສະຫາຍເລຂາທິການໃຫຍ່, ປະທານປະເທດ ໄດ້ຕາງໜ້າໃຫ້ສູນກາງພັກ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄວາມພະຍາຍາມ ຂອງລັດຖະບານ ກໍຄື ຄະນະພັກ, ບັນດາອົງການໃນລະບົບການເມືອງ ແຕ່ສູນກາງລົງຮອດທ້ອງຖິ່ນ-ຮາກຖານ ແລະ ປະຊາຊົນລາວ ທັງປະເທດ, ບັນດາພາກສ່ວນເສດຖະກິດຕ່າງໆ ທີ່ໄດ້ມີຄວາມພະຍາຍາມ, ບຸກບືນສູ້ຊົນ, ສະໜັບສະໜູນຊ່ວຍເຫລືອລັດຖະບານ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສາມາດຍາດໄດ້ຜົນສໍາເລັດ ທີ່ເປັນພື້ນຖານຫລາຍດ້ານ, ເຮັດໃຫ້ຄາດໝາຍ ດ້ານເສດຖະກິດ-ສັງຄົມ ປະຈໍາປີ 2024  ໂດຍສະເພາະ ໃນ  6 ເດືອນຕົ້ນປີ ຫລາຍດ້ານສາມາດບັນລຸໄດ້ຕາມແຜນ, ບໍ່ວ່າຈະເປັນດ້ານການຜະລິດ, ການປຸງແຕ່ງ, ການບໍລິການ ມີທ່າອ່ຽງຂະຫຍາຍຕົວທີ່ຕໍ່ເນື່ອງ; ການຈັດເກັບລາຍຮັບ ກໍເພີ່ມຂຶ້ນ; ການແກ້ໄຂໜີ້ສິນ ເຖິງວ່າມີຄວາມຫຍຸ້ງຍາກ ແຕ່ກໍໄດ້ຈັດສັນງົບປະມານ, ການລະດົມຈາກພາຍໃນ ເພື່ອບໍ່ໃຫ້ຜິດນັດຊໍາລະໜີ້; ດໍາເນີນນະໂຍບາຍເງິນຕາ ເພື່ອກະຕຸ້ນເສດຖະກິດ ແລະ ພະຍາຍາມຄຸມອັດຕາແລກປ່ຽນ, ລາຍຮັບເງິນຕາຈາກການສົ່ງອອກ ຜ່ານລະບົບທະນາຄານ ມີທ່າອ່ຽງດີຂຶ້ນ; ການເຕີບໂຕ ຂອງເສດຖະກິດ (GDP) ບັນລຸໄດ້ 4,7% ແລະ ອື່ນໆ. ທັງໝົດນັ້ນ ຖືເປັນສັນຍານທີ່ດີ ແລະ ເປັນພື້ນຖານຂັບເຄື່ອນໃຫ້ແກ່ການສືບຕໍ່ຍູ້ແຮງ ການຈັດຕັ້ງປະຕິບັດ ແຜນວຽກຈຸດສຸມ ຂອງລັດຖະບານ ໃນ 6 ເດືອນທ້າຍປີ 2024 ກໍຄື ວາລະແຫ່ງຊາດ ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ເຖິງວ່າຍັງບໍ່ສາມາດແກ້ໝົດ ແຕ່ກໍມີຄວາມພະຍາຍາມສູງ, ມີການເຂົ້າຮ່ວມຂອງສັງຄົມດີຂຶ້ນກວ່າເກົ່າ. ຜົນ​ສໍາ​ເລັດ​ທີ່ຍາດ​ມາ​ໄດ້​ນັ້ນ ເຖິງວ່າ ມີທ່ວງທ່າທີ່ດີ ແລະ ເປັນ​ພື້ນຖານ​ສໍາຄັນໃຫ້ແກ່ ການ​ສືບຕໍ່ແກ້ໄຂບັນຫາກໍ່ຕາມ, ແຕ່ກໍ່ຍັງບໍ່ທັນສາມາດຕອບໂຈດ ບັນຫາທີ່ເຄັ່ງຮ້ອນ ທີ່ແທ້ຈິງຢູ່ໃນປັດຈຸບັນນີ້ໄດ້ເທື່ອ.

          ດັ່ງນັ້ນ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໄດ້ໃຫ້ທິດຊີ້ນໍາວ່າ ການກະກຽມເນື້ອໃນແລະ ການຕັ້ງຫົວຂໍ້ປຶກສາຫາລື ໃນກອງປະຊຸມລັດຖະບານຄັ້ງນີ້ ແມ່ນຢາກໃຫ້ແທດກັບສະພາບການຕົວຈິງ, ຖືກຈຸດ ແລະ ມີການຈັດວາງບຸລິມະສິດ, ຈັດລຽງລຳດັບຂອງບຸລິມະສິດ ໃຫ້ຈະແຈ້ງ ເພື່ອປຶກສາ, ຖົກຖຽງ ຢ່າງເລິກເຊິ່ງ ແລະ  ເມື່ອຕົກລົງເປັນເອກະພາບແລ້ວ ຕ້ອງແບ່ງງານ, ມອບໝາຍວຽກທີ່ຈະແຈ້ງໄປຈັດຕັ້ງປະຕິບັດ ແລະ ມີການຕິດຕາມ, ກວດກາການປະຕິບັດ ຢ່າງໃກ້ຊິດ ເປັນຕົ້ນ:

  1. ຄວາມເຄັ່ງຮ້ອນທີ່ສຸດ ທີ່ກຳລັງປະເຊີນຢູ່ປັດຈຸບັນນີ້ ແມ່ນຄຸ້ມຄອງອັດຕາແລກປ່ຽເງິນຕາຕ່າງປະເທດ ກັບ ເງິນກີບ ບໍ່ໄດ້, ເຮັດໃຫ້ຄ່າເງິນກີບອ່ອນລົງທຸກມື້... ກົມການເມືອງສູນກາງພັກໄດ້ຊີ້ນຳບັນຫານີ້ຫລາຍເທື່ອຄື: ຕ້ອງເຮັດໃຫ້ສະພາບອັດຕາແລກປ່ຽນຢຸດຈຶ້ງ ແລະ ຫລຸດລົງເທື່ອລະກ້າວນັ້ນ ຈະເຮັດແນວໃດແທ້, ມີຈັກມາດຕະການ (ຜ່ານມາ ກໍມີການປັບປຸງບັນດາກົນໄກດ້ານຕ່າງໆ ແຕ່ກໍຍັງບໍ່ທັນມີ ທ່າອ່ຽງດີຂຶ້ນ).

-       ຊອກເຫັນສາເຫດຂອງບັນຫາແລ້ວບໍ່?

-       ຊອກເຫັນທາງອອກແລ້ວບໍ່?

-       ມີຈັກທາງອອກ?

-       ຈາກນັ້ນໃຜເປັນຜູ້ແກ້, ໃຜເປັນຜູ້ກວດ, ໃຜເປັນຜູ້ສະຫລຸບຜົນການແກ້ໄຂ ຕ້ອງໃຫ້ຈະແຈ້ງ, ຕ້ອງໃຫ້ຊັດເຈນ.

  1. ເງິນເຟີ້: ຄຸມບໍ່ໄດ້, ບໍ່ຢຸດ ຍ້ອນຈັກສາເຫດ? ເຫັນທີ່ມາຂອງບັນຫາແລ້ວບໍ່? ອັນໃດເປັນສາເຫດຫລັກ, ອັນໃດທາງກົງ-ອັນໃດທາງອ້ອມ? ເຊັ່ນ:

-       ມາຈາກ ອັດຕາແລກປ່ຽນບໍ່? ເງິນກີບອ່ອນຄ່າບໍ່?

-       ມາຈາກ ການຜະລິດພາຍໃນບໍ່ຂະຫຍາຍຕົວ ແລະ ຕ້ອງດິ້ນຮົນນຳເຂົ້າສິນຄ້າບໍ່?

-       ມາຈາກການເພີ່ມຂຶ້ນຂອງ M2 ບໍ່?

-       ມາຈາກການປັບພາສີອາກອນ ຫລື ວ່າການປັບອັດຕາດອກເບ້ຍເງິນຝາກ-ເງິນກູ້ ບໍ່ຖືກຈຸດເວລາ ຫລື ບໍ່ມີຫລັກວິທະຍາສາດ ບໍ່?

ຖ້າຮູ້ວ່າມັນເກີດມາຈາກອັນໃດ, ກອງປະຊຸມນີ້ ຕ້ອງວາງມາດຕະການອອກ ເພື່ອແກ້ໄຂບັນດາ

ບັນຫາທີ່ກ່າວມານັ້ນໃຫ້ໄດ້ຄືແນວໃດ?

ບັນຫາເຫລົ່ານີ້ ແຍກອອກເປັນຄວາມຮັບຜິດຊອບຂອງໃຜ, ພາກສ່ວນໃດ, ອົງກອນໃດແທ້, ອັນໃດເປັນຄວາມຮັບຜິດຊອບຂອງລັດຖະບານ ຫລື ອັນໃດ ເປັນພາລະຂອງອົງການມະຫາພາກ, ອັນໃດເປັນຂອງຈຸລະພາກ, ອັນໃດເປັນພາລະ-ພັນທະ ຂອງສັງຄົມ... ກອງປະຊຸມນີ້ ຕ້ອງຊີ້ອອກໃຫ້ເຫັນຢ່າງແຈ້ງຕື່ມ.

3.  ລາຄາສິນຄ້າແພງຂຶ້ນ, ຄຸມບໍ່ຢູ່, ມາຈາກຈັກສາເຫດ? ແພງຍ້ອນຂາດເຂີນ ຫລື ແພງຍ້ອນການຜະລິດພາຍໃນບໍ່ຂະຫຍາຍຕົວ, ແພງຍ້ອນອັດຕາແລກປ່ຽນ, ແພງຍ້ອນບໍ່ຮູ້ຄຸ້ມຄອງ ຫລື ແພງຍ້ອນການແກ້ງແຍ້ງແຂ່ງຂັນ ທີ່ບໍ່ເປັນທຳ ຫລື ຍ້ອນມີການທຸ້ມຕະຫລາດ ຫລື ເກີດຈາກບັນຫາ ຈິດຕະສາດຂອງສັງຄົມ ຫລື ມີປັດໄຈອື່ນໃດແດ່ ທີ່ເຊື່ອງຊ້ອນ...ຖ້າຂະແໜງການບໍ່ຮູ້, ທ້ອງຖິ່ນບໍ່ຮູ້ ຈົນເຖິງຂັ້ນລັດຖະບານ ກໍບໍ່ທັນຫາທາງອອກທີ່ຖືກຕ້ອງສອດຄ່ອງ ກໍຈະບໍ່ຮູ້ຈັກວ່າຈະແບ່ງງານ ແລະ ມອບໝາຍຄວາມຮັບຜິດຊອບໃຫ້ໃຜແກ້ອັນໃດ (ພາກັນເບິ່ງລວມໆ, ພາກັນທ້ວງ, ພາກັນຮ້ອງ... ຮູ້ແຕ່ຊຸບຊິບນິນທາແມ່ນແກ້ໄຂບັນຫາບໍ່ຕົກ) ສະພາບເປັນແບບນີ້ ມີແຕ່ຈະບົ່ມຊ້ອນບັນຫາ ແລະ ເຮັດໃຫ້ບັນຫາກອງຂຶ້ນ.

4.  ນະໂຍບາຍປະຢັດ ວາງອອກດີ ແຕ່ຂາດປະສິດທິພາບ ໃນການປະຕິບັດ ຫລື ປະຕິບັດບໍ່ໄດ້, ຊໍ້າບໍ່ໜຳ ຍັງພາກັນສວຍໂອກາດຟຸມເຟືອຍ ນັບມື້ນັບເພີ່ມຂຶ້ນອີກ... ເປັນຫຍັງ ກົມການເມືອງສູນກາງພັກ ຈຶ່ງແນະນຳວ່າໃຫ້ເພີ່ມພາສີອາກອນຂອງການນຳເຂົ້າສິນຄ້າຟຸມເຟືອຍສູງຂຶ້ນ ຫລື ບໍ່ນຳເຂົ້າສິນຄ້າທີ່ບໍ່ຈຳເປັນ, ບໍ່ນຳເຂົ້າສິນຄ້າທີ່ເຮົາຜະລິດໄດ້ແລ້ວ... ແຕ່ໃນພາກຕົວຈິງຍັງປ່ອຍໃຫ້ຊຸກເຊື່ອງ, ມີວິທີຮ່ວມກັນຊິກແຊກ ເພື່ອໃຫ້ໄດ້ນຳເຂົ້າ (ຕົວເລກເອົາເງິນຕາຕ່າງປະເທດ ໄປຈ່າຍໃຫ້ຜູ້ນຳເຂົ້າສິນຄ້າຟຸມເຟືອຍ...ປີກາຍ ລື່ນ ປີກ່ອນ, ປີນີ້ ລື່ນ ປີກາຍ...). ອັນນີ້ແມ່ນການຟຸມເຟືອຍ ເງິນຕາຕ່າງປະເທດ, ເຮັດໃຫ້ເງິນຕາໄຫລອອກແບບອັດຕະໂນມັດ, ຮູ້ແລ້ວວ່ານຳລົດເຂົ້າມາ ມາໃຊ້ນໍ້າມັນ, ນໍ້າມັນແພງຂຶ້ນ ແລະ ບໍລິການບໍ່ທັນ, ນໍ້າມັນຂາດປໍ້າ... ເປັນບັນຫາສັງຄົມ, ບັນຫາການເມືອງ ແທນທີ່ຈະນຳເຂົ້າເພື່ອຮັບໃຊ້ ແລະ ສົ່ງເສີມການຜະລິດ, ​ແທນທີ່ຈະປະຢັດເງິນຕາ ດ້ວຍມາດຕະການ ແລະ ປຸກລະດົມກັນໃຊ້ລົດ-ພາຫະ ນະດ້ວຍໄຟຟ້າ... ພ້ອມກັນນັ້ນ, ກໍປະຢັດເງິນບໍລິຫານບໍ່ໄດ້, ໄປຕ່າງປະເທດຫລາຍ..., ບັນຫານີ້ເວົ້າກັນມາຫລາຍ ແຕ່ເຮັດໄດ້ໜ້ອຍກວ່າເວົ້າ.

5. ການສ້າງເງື່ອນໄຂໃຫ້ມີການຜະລິດພາຍໃນ:

  1. ການຜະລິດພາຍໃນທົດແທນການນໍາເຂົ້າ ເຮັດບໍ່ທັນເຖິງຖອງ, ເຮັດບໍ່ທັນແຮງ, ແຕ່ມີບາງຊະນິດສິນຄ້າ ກໍມີແລ້ວ, ແຕ່ບໍ່ຮູ້ຈັດສັນ ເປັນສາເຫດໃຫ້ຜູ້ຢາກນຳເຂົ້າ, ຜູ້ເຄີຍໄດ້ຮັບຜົນປະໂຫຍດຈາກການນຳເຂົ້າສວຍໂອກາດ;
  2. ສົ່ງເສີມການລົງທຶນຕ່າງປະເທດ ເພື່ອດຶງດູດໃຫ້ເຂົານຳທຶນເຂົ້າມາສູ່ໂຄງສ້າງການຜະລິດຂອງປະເທດໃຫ້ຫລາຍ ເພື່ອສ້າງວຽກເຮັດງານທຳໃຫ້ປະຊາຊົນພາຍໃນ, ເພື່ອໃຫ້ມີຜະລິດຕະພັນພາຍໃນເພີ່ມຂຶ້ນ, ຫລຸດຜ່ອນການນໍາເຂົ້າ, ຫລຸດຜ່ອນການໃຊ້ເງິນຕາ, ປະຢັດເງິນຕາເພື່ອເພີ່ມຄັງ ສຳຮອງເງິນຕາ ແລະ ທຶນສະສົມແຫ່ງລັດ  ແຕ່ເປັນຫຍັງຈຶ່ງກະຕຸກກະຕັກ, ອັດຕັນ? ນະໂຍບາຍ3 ເປີດທີ່ເຄີຍປະກາດ ວ່າແມ່ນດີ,ຖືກຕ້ອງ ແລະ ໃຜໆກໍດີໃຈ, ສຸດທ້າຍກໍກາຍເປັນ3 ປິດໄປໃນຕົວຍ້ອນຂາດຄວາມຮັບຜິດຊອບ, ຂາດການກວດກາເຄັ່ງຄັດ, ການລົງວິໄນ, ລົງໂທດຕໍ່ຜູ້ບໍ່ເຮັດ ຫລື ຜູ້ກັ່ນແກ້ງຂັດຂວາງ...

6.  ການແກ້ໄຂໜີ້ສິນສາທາລະນະ, ໜີ້ສິນຕ່າງປະເທດ ກໍເຫັນວ່າຍັງເປັນບັນຫາໃຫຍ່ຫລວງ ເຖິງວ່າມີຄວາມພະຍາຍາມຢຸດຕິການສ້າງໜີ້ເພີ່ມ ດ້ວຍຫລາຍມາດຕະການ ແລະ ຮູບການແຕ່ກໍຍັງເຕັມໄປດ້ວຍຄວາມທ້າທາຍ, ຖ້າຈັງຫວະເປັນຢູ່ປັດຈຸບັນນີ້ຍັງສືບຕໍ່ໄປ, ປະເທດເຮົາຈະຫລີກຈາກການ ຜິດນັດຊຳລະໜີ້ໄດ້ຍາກ. ພວກເຮົາກໍເຂົ້າໃຈດີນໍາກັນແລ້ວ ຕ້ອງທຳການຈັດສັນໃຫ້ດີ, ມີຫລາຍທາງອອກ, ມີຫລາຍມາດຕະການ ໃຫ້ແກ້, ໃຫ້ຜ່ອນຄາຍ... ກອງປະຊຸມນີ້ ຕ້ອງນຳມາຄົ້ນຄວ້າ, ຕຶກຕອງໃຫ້ດີ ແລະ ຫາທາງອອກໃຫ້ຊັດເຈນ...

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ຊີ້ໃຫ້ເຫັນຜົນຕາມມາ ຂອງການແກ້ໄຂບັນຫາເສດຖະກິດ ບໍ່ທັນໄດ້ ເຊິ່ງເຮັດໃຫ້ເກີດມີສະພາບການຕ່າງໆ ທີ່ໜ້າເປັນຫ່ວງຂຶ້ນ ເປັນຕົ້ນແມ່ນ:

-       ພະນັກງານປະລະວຽກງານອອກໄປຈາກຖັນແຖວ (ກຳລັງແຮງງານໄຫລ, ສະໝອງໄຫລ);

-       ແຮງງານມີສີມື ລວມທັງ ແຮງງານດິບກໍໄຫລອອກຈາກປະເທດໄປຫາເງິນລ້ຽງຊີບ;

-       ທຸລະກິດພາຍໃນບໍ່ເດີນ;

-       ນັກລົງທຶນຕ່າງປະເທດຖອນໜີ ຫລື ບໍ່ກໍບໍ່ດຳເນີນທຸລະກິດໄດ້ຕໍ່, ລັດບໍ່ມີຖານລາຍຮັບ ຫລື ມີກໍຫລຸດໜ້ອຍຖອຍລົງ;

-       ຕ່າງປະເທດບໍ່ມາລົງທຶນ;

-       ພາບພົດຂອງປະເທດຖືກກະທົບ;

-       ປະຊາຊົນພາຍໃນ ແລະ ປະເທດຄູ່ຮ່ວມພັດທະນາ ຂາດຄວາມເຊື່ອໝັ້ນສັດທາ;

-       ໄພວ່າງງານເພີ່ມຂຶ້ນ;

-       ເຍົາວະຊົນ, ຊາວໜຸ່ມ ປະລະການຮຽນຫລາຍຂຶ້ນ;

-       ບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ແລະ ອື່ນໆ...

ຕໍ່ໜ້າສະພາບການດັ່ງກ່າວ, ທຸກພາກສ່ວນຕ້ອງມີຄວາມຮັບຜິດຊອບຮ່ວມກັນ ເພື່ອແກ້ໄຂບັນດາບັນຫາທີ່ຕັ້ງຂຶ້ນໃຫ້ໄວ, ໃຫ້ມີປະສິດທິພາບ, ພວກເຮົາຕ້ອງຫັນປ່ຽນສະພາບວິກິດ ໃຫ້ເປັນໂອ ກາດ ໃຫ້ແກ່ການຫັນໄປສູ່ອັນໃໝ່, ສູ່ຈຸດໃໝ່ ໃນການຫັນປ່ຽນດ້ວຍ ການບໍລິຫານ ຈັດການຢ່າງຖືກເປົ້າໝາຍ ທີ່ຈະນຳໄປສູ່ການແກ້ໄຂບັນຫາໃຫ້ຕົກໄປ ໄວເທົ່າທີ່ຈະໄວໄດ້, ບໍ່ແມ່ນເພື່ອໃຫ້ຮູ້ຊື່ໆ, ໃຫ້ເບິ່ງຊື່ໆ, ຫລື ໃຫ້ມີການຮ້ອງໂຮ ຫລື ບໍ່ກໍຈົ່ມຊຸບໆຊິບໆກັນຊື່ໆ... ຖ້າພວກເຮົາ ບໍ່ຊອກມາດຕະການ ແລະ ບໍ່ດຳເນີນໃດໆ ແມ່ນພວກເຮົາຈະຕົກທ່າຮັບ ຢ່າງຫລີກລ່ຽງບໍ່ໄດ້.

ການທີ່ເວົ້າສະພາບ ທີ່ກຳລັງເປັນຢູ່ປັດຈຸບັນຂຶ້ນມາໃນທີ່ນີ້ ກໍຍ້ອນວ່າພວກເຮົາ ເປັນຜູ້ບໍລິຫານລະດັບສູງ, ເປັນຜູ້ຮັບຜິດຊອບຕໍ່ຊາຕາກຳຂອງປະເທດ. ອີກອັນໜຶ່ງ, ພວກເຮົາທຸກຄົນ ໂດຍສະເພາະ ການນຳຂັ້ນຕ່າງໆຕ້ອງໄດ້ທຸ່ນທ່ຽງ, ບໍ່ກະວົນກະວາຍ ແລະ ບໍ່ສິ້ນຫວັງເກີນໄປ, ເຖິງຈະຍາກປານໃດ, ທ້າທາຍປານໃດ ກໍຕ້ອງມີທາງອອກ, ມີທາງແກ້ຖ້າພວກເຮົາທຸກຄົນ ຢືນຢູ່ບົນຫລັກໝັ້ນປະຕິວັດ, ຫລັກໝັ້ນຊົນຊັ້ນ, ຊອກຮູ້ ແລະ ຊອກຫາທາງອອກ ຢ່າງແທດເໝາະ, ມີຫລັກວິທະຍາສາດ, ເບິ່ງບັນຫາ ແລະ ແກ້ບັນຫາຢ່າງພາວະວິໄສ, ບໍ່ເອົາພະຍາດຟ້າວຝັ່ງ, ຮ້ອນຮົນ, ກະວົນກະວາຍມາຄອບງໍາ ຈຶ່ງສາມາດເຮັດໃຫ້ບັນຫາຕົກໄປໄດ້, ສິ່ງສຳຄັນ ພວກເຮົາຕ້ອງແກ້ແຕ່ຕົ້ນເຫດ ແລະ ແກ້ໃຫ້ຖືກຈຸດ.

ຈາກນັ້ນ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ໄດ້ສະເໜີບາງບັນຫາ ທີ່ເປັນຂໍ້ຄິດ ແລະ ທິດຊີ້ນໍາ ເພື່ອໃຫ້ກອງປະຊຸມລັດຖະບານຄັ້ງນີ້ ຄົ້ນຄວ້າ, ພິຈາລະນາຕົກລົງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ດັ່ງນີ້ :

1.  ໃຫ້ເອົາມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ “ສອຈ” ໃນໄລຍະໃໝ່, ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ມາເປັນບ່ອນອີງ ເພື່ອໄຈ້ອອກມາເປັນອາວຸດ, ເປັນເຂັມທິດ ເພື່ອແກ້ບັນຫາເສດຖະກິດ ທີ່ກຳລັງເປັນຢູ່ໃຫ້ໄດ້ຜົນ (ເຖິງວ່າມີດຳລັດກ່ຽວກັບການແບ່ງງານແລ້ວ, ແຕ່ຕ້ອງໄດ້ນຳໄປສູ່ການປະຕິບັດໃຫ້ເປັນຈິງ);

  1. ເມື່ອຮັບຮູ້ວ່າ ພວກເຮົາພວມຢູ່ໃນສະພາບວິກິດການ ພວກເຮົາຕ້ອງປັບແບບແຜນເຮັດວຽກ ທີ່ຍັງເປັນແບບແຜນປົກກະຕິນັ້ນ ໃຫ້ມາເປັນແບບແຜນເຄັ່ງຮ້ອນສຸກເສີນ, ແນ່ນອນວ່າບໍ່ແມ່ນຢູ່ໃນອາການກະວົນກະວາຍ, ສິ້ນຫວັງ ບໍ່ມີທາງອອກແຕ່ຢ່າງໃດ, ຫາກແຕ່ວ່າລັດຖະບານ ຕ້ອງເປັນເຈົ້າການນຳພາທຸກພາກສ່ວນ, ທຸກກົມກອງ, ທຸກທ້ອງຖິ່ນໃຫ້ເຫັນແບບຢ່າງ ແລະ ວິທີເຮັດວຽກ ທີ່ ບຸກທະລຸແທ້ ຂອງລັດຖະບານ ຫລື ຜູ້ທີ່ເປັນຫົວໜ້າຢູ່ແຕ່ລະອົງກອນ, ທ້ອງຖິ່ນ...

ວິທີເຮັດວຽກແບບບຸກທະລຸ, ແບບແຜນການບໍລິຫານຈັດການແບບໃໝ່ ເພື່ອຮັບມືກັບສະ ຖານະການ ທີ່ເປັນຢູ່ຕ້ອງສະແດງອອກ ຄື:

  1. ທຸກໆນະໂຍບາຍ, ທຸກໆໜ້າວຽກທີ່ວາງອອກຕ້ອງຈັດໃຫ້ເປັນສ່ວນໆທີ່ຊັດເຈນ, ແທດຕົວຈິງ, ເຂົ້າໃຈງ່າຍ ແລະ ສາມາດນຳໄປປະຕິບັດໄດ້ໂລດ;
  2. ທຸກໆວຽກທີ່ວາງອອກ ຕ້ອງແບ່ງງານໃຫ້ປະຕິບັດ, ແບ່ງ ແລະ ມອບໝາຍກັນໃຫ້ແຈ້ງ ໜ່ວຍງານໃດຮັບຜິດຊອບ, ບຸກຄົນຜູ້ໃດຊີ້ນຳ, ບໍ່ຄຸມເຄືອ, ບໍ່ລວມໆ, ບໍ່ກະແຈກກະຈາຍຕ້ອງເຈາະຈົງ ອັນໃດໃຫ້ເປັນອັນນັ້ນ ເພື່ອບໍ່ໃຫ້ມີກໍລະນີໜິ້ງກັນ ໃນການຈັດຕັ້ງປະຕິບັດ ຫລື ບໍ່ໃຫ້ມີກໍລະນີທີ່ວຽກດຽວຍາດກັນເຮັດ ຫລື ບາງວຽກບໍ່ມີຄົນເຮັດ, ບໍ່ມີໜ່ວຍງານໃດເຮັດ ຫລື ບໍ່ມີຜູ້ຮັບຜິດຊອບ...ເປັນຕົ້ນ (ມອບວຽກ, ມອບຄວາມຮັບຜິດຊອບ, ມອບຄົນ ແລະ ມອບເງິນ... ໄປພ້ອມກັນ);
  3. ການມອບວຽກ ຕ້ອງໃຫ້ມີລະດັບຄາດໝາຍ, ມີກຳນົດເວລາ ໃຫ້ສຳເລັດມື້ໃດ-ໄລຍະໃດ, ໃຫ້ສະຫລຸບລາຍງານເວລາໃດ-ລາຍງານໃຫ້ໃຜ, ຜູ້ຮັບລາຍງານຕ້ອງສັງເກດ-ຕີລາຄາສາເຫດ ທີ່ເຮັດໄດ້ ຫລື ເຮັດບໍ່ໄດ້ ໃຫ້ຮູ້ໂລດ;
  4. ຜູ້ຊີ້ນຳບັນຊາ ຕ້ອງມີລະບອບກວດກາ ຢ່າງຕິດແທດ (ກວດກາປົກກະຕິ, ກວດກາສຸກເສີນ) ກວດກາຕາມການສະເໜີຂອງປະຊາຊົນ, ຂອງມະຫາຊົນ ຫລື ກວດກາຕາມການທັກທ້ວງ;
  5. ຖ້າມີຂໍ້ບົກຜ່ອງ-ຜິດພາດ ຕ້ອງຮີບຮ້ອນແກ້ໄຂ, ບໍ່ປະແຊ່ໄວ້ ແຕ່ຖ້າກວດເຫັນອັນດີ-ອັນເດັ່ນ ທີ່ພົ້ນເດັ່ນຂຶ້ນ ຕ້ອງຍ້ອງຍໍຊົມເຊີຍ ແລະ ໃຫ້ຄ່າຕອບແທນຢ່າງທັນເວລາ... ການຕຳນິ, ການຍ້ອງຍໍ ຕ້ອງເປີດເຜີຍ, ໂປ່ງໃສ ແລະ ມີປະຊາທິປະໄຕ...

 

  1. ສະຫາຍເລຂາທິການໃຫຍ່, ປະທານປະເທດ ໄດ້ສະເໜີບາງລະດັບຄາດໝາຍແລະຈຸດໝາຍສະເພາະໜ້າທີ່ລັດຖະບານ ຕ້ອງໄດ້ສຸມໃສ່ແກ້ໄຂບັນຫາໃຫ້ໄດ້ຕາມຄາດໝາຍ ທີ່ຈຳເປັນຮີບດ່ວນ ຄື:
  2.  ເອົາຄ່າເງິນກີບທີ່ອ່ອນລົງໃຫ້ຢຸດພາຍໃນ 1 ເດືອນ, ຈາກນັ້ນໃຫ້ຄ່ອຍໆແຂງຂຶ້ນເປັນກ້າວໆ (ບໍ່ແມ່ນເຮັດບໍ່ໄດ້, ຕ້ອງເຮັດໄດ້ຖ້າຕັດສິນໃຈເຮັດດ້ວຍນໍ້າໃຈຮັບຜິດຊອບແທ້);
  3. ເອົາອັດຕາເງິນເຟີ້ໃຫ້ລົງເປັນກ້າວໆດ້ວຍທຸກວິຖີທາງ (ກ້າວໄປເຖິງໃຫ້ຢູ່ໃນລະດັບທີ່ສະພາຮັບ ຮອງ);
  4. ຄຸ້ມຄອງລາຄາສິນຄ້າໃຫ້ຮັດກຸມ, ສົມເຫດສົມຜົນ; ພວກເຮົາປະຕິບັດການຄ້າເສລີເປີດກວ້າງ, ແຕ່ມີການຄຸ້ມຄອງ-ດັດສົມ ຂອງລັດ, ນີ້ຄືເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ;
  5. ແກ້ໄຂຄ່າຄອງຊີບຂອງພະນັກງານ, ລັດຖະກອນ, ທະຫານ, ຕຳຫລວດ, ຄູ, ແພດໝໍໃຫ້ຢູ່ໃນລະດັບສາມາດປະຄັບປະຄອງໄປໄດ້... ສ້າງທຸກເງື່ອນໄຂທຸກຢ່າງເທົ່າທີ່ຈະເຮັດໄດ້ ເພື່ອແກ້ໄຂບັນຫານີ້, ໃຫ້ຖືວຽກນີ້ ເປັນບຸລິມະສິດລະດັບຕົ້ນໆ;
  6. ເພີ່ມຄັງສຳຮອງເງິນຕາຕ່າງປະເທດຂຶ້ນຕື່ມໃຫ້ໄດ້ລະດັບຄາດໝາຍ ຫລື ລື່ນນັ້ນດ້ວຍມາດຕະການນໍາເຂົ້າ-ສົ່ງອອກສິນຄ້າຜ່ານລະບົບທະນາຄານ;
  7. ຕັ້ງໜ້າຫລຸດຜ່ອນການໃຊ້ເງິນຕາ ໃຫ້ຫລຸດລົງດ້ວຍວິທີຈຳກັດການນໍາເຂົ້າສິນຄ້າທີ່ບໍ່ຈຳເປັນໃຫ້ເປັນຮູບປະທຳ, ໃຫ້ຮີບຮ້ອນສ້າງຕັ້ງທະນາຄານຄຳຂຶ້ນໂດຍໄວ ແລະ ເອົາຄຳເປັນຄັງສະສົມແຫ່ງລັດໃຫ້ໄດ້, ຖືເປັນບາດກ້າວສຳຄັນ ຂອງການຄໍ້າປະກັນສະຖຽນລະພາບ ຂອງເສດຖະກິດ ແຫ່ງຊາດ; ແຕ່ຕ້ອງຄຸ້ມຄອງໃຫ້ຮັດກຸມ, ຫລຸດຜ່ອນການໃຊ້ເງິນຕາລົງ ແມ່ນໝາກຫົວໃຈ ຂອງການປະຢັດ, ແມ່ນການສະກັດກັ້ນການເພີ່ມຂຶ້ນ ຂອງການແລກປ່ຽນນອກລະບົບ;
  8. ຕັດສິນໃຈສູງໃນການປະຕິບັດມາດຕະການປະຢັດມັດທະຍັດ, ວາງມາດຕະການປະຢັດນີ້ກໍ່ເວົ້າລວມໆບໍ່ໄດ້, ຕ້ອງມີຈຸດສຸມ, ມີຄວາມລະອຽດ ຮອບດ້ານເປັນຕົ້ນແມ່ນປະຢັດຕົ້ນທຶນ, ປະຢັດພະລັງງານ, ປະຢັດການໃຊ້ຈ່າຍບໍລິຫານ... ປະຕິບັດນະໂຍບາຍການປະຢັດນີ້ ຕ້ອງສ້າງເປັນແຜນ, ສ້າງຂະບວນການປະຕິບັດ ໃຫ້ໄປພ້ອມໆກັນໃນທົ່ວສັງຄົມ;
  9. ແກ້ໄຂດ່ວນ, ແກ້ຂາດຕົວບັນດາກົນໄກອືດອາດ, ຊັກຊ້າ, ບໍ່ໂປ່ງໃສ ແລະ ມີເງື່ອນງໍາຂອງການສໍ້ລາດບັງຫລວງ, ກິນສິນບົນ, ໃຫ້ສິນບົນ ແລະ ກວດກາຄົນສວຍໃຊ້ໂອກາດໃນເວລາທີ່ມີສະພາບຫຍຸ້ງ ຍາກ ເຊັ່ນ: ການລັກລອບຂາຍໂຄງການ, ລັກລອບເອົາຊັບພະຍາກອນເອົາຂອງສ່ວນລວມໄປເປັນຂອງສ່ວນຕົວ...ຢ່າງເດັດດ່ຽວ, ເດັດຂາດ.
  10. ສືບຕໍ່ເກັບກູ້ໜີ້ສິນ, ທວງໜີ້ສິນ ມາໃຫ້ລັດ, ຮີບຮ້ອນປະມູນຂາຍຊັບສິນທີ່ຢືດໄດ້ຈາກຜູ້ກະທຳຜິດກົດໝາຍ, ຮີບຮ້ອນເກັບກູ້ວັດຖຸ-ເງິນຄຳ-ຊັບສົມບັດ ຈາກຜູ້ທີ່ລັກໂລບເອົາໄປໃນກໍລະນີ

ຕ່າງໆ ທີ່ສານຕັດສິນແລ້ວ.

  1. ສະຫາຍເລຂາທິການໃຫຍ່ ປະທານປະເທດ ຍັງໄດ້ຮຽກຮ້ອງໃຫ້ທົ່ວພັກ, ລັດ, ກໍາລັງປະ ກອບອາວຸດ ແລະ ປວງຊົນລາວທັງຊາດ ເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກເສດຖະກິດ-ການເງິນ ທີ່ພວມຜະເຊີນຢູ່ ໃຫ້ມີການຫັນປ່ຽນ ຕາມແນວທາງທີ່ດີຂຶ້ນ, ປະຕິບັດຄໍາຂວັນປະຈໍາໃຈທີ່ວ່າ ພວກເຮົາ ສາມາດເຮັດໄດ້, ສາມາດເຮັດເອງໄດ້, ສິ່ງສໍາຄັນ ແມ່ນເພີ່ມທະວີຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ, ຖືເອົາເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ເປັນແນວທາງ, ເປັນອາວຸດ. ກົມການເມືອງສູນກາງພັກ ຊີ້ນໍາ; ລັດຖະບານ, ບໍລິຫານ-ຈັດການ, ສະພາແຫ່ງຊາດ-ສະພາ ປະຊາຊົນທ້ອງຖິ່ນ ຕິດຕາມ, ກວດກາ ໃຫ້ຄໍາເຫັນ; ບັນດາອົງການຈັດຕັ້ງການເມືອງ, ມະຫາຊົນ ປຸກລະດົມ, ຈັດຕັ້ງເປັນແບບຢ່າງ; ນັກທຸ ລະກິດ, ຜູ້ປະກອບການ, ປະຊາຊົນ ເປັນຜູ້ເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດ ຢ່າງເປັນຂະບວນ, ຢ່າງມີສະຕິ. ຈຶ່ງຈະແກ້ໄຂໄດ້, ຜ່ານຜ່າໄດ້, ປະເທດຊາດ ຈຶ່ງຢູ່ໄດ້ ແລະ ກ້າວເດີນໄປໜ້າ ຕໍ່ໄປ.
KPL

ຂ່າວອື່ນໆ

    • ຫາລືແກ້ໄຂຂໍ້ຄົງຄ້າງວຽກປະຕິບັດຄໍາຕັດສິນຂອງສານການເມືອງ

      ຫາລືແກ້ໄຂຂໍ້ຄົງຄ້າງວຽກປະຕິບັດຄໍາຕັດສິນຂອງສານ

      9/3/2024 2:05:51 PM

      ຂປລ. ເມື່ອບໍ່ດົນມານີ້, ກະຊວງຍຸຕິທໍາ ຈັດກອງປະຊຸມປຶກສາຫາລືແກ້ໄຂຂໍ້ຄົງຄ້າງ ວຽກງານປະຕິບັດຄໍາຕັດສິນຂອງສານ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ, ມີຫົວໜ້າກົມຄຸ້ມຄອງ ການປະຕິບັດຄໍາຕັດສີນຂອງສານ, ຫົວໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງ, ພ້ອມດ້ວຍພະນັກງານ ປະຕິບັດຄໍາຕັດສີນຂອງສານ ທົ່ວນະຄອນຫລວງວຽງຈັນ ເຂົ້າຮ່ວມ ແລະ ຮັບຟັງການລາຍງານ ສະພາບການເຄື່ອນໄຫວ ວຽກງານການປະຕິບັດຄໍາຕັດສິນຂອງສານ ຢູ່ນະຄອນຫລວງວຽງຈັນ

    • ຍົກລະດັບທັກສະການບັນຊາກອງປະຊຸມ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງການເມືອງ

      ຍົກລະດັບທັກສະການບັນຊາກອງປະຊຸມ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

      9/3/2024 1:33:49 PM

      ຂປລ.ຊຸດຝຶກອົບຮົມທັກສະໃນການບັນຊາກອງປະຊຸມ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ 10 ແຂວງຄື: ຫົວພັນ, ຊຽງຂວາງ, ວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ແລະ ແຂວງໄຊສົມບູນ ຈັດຂຶ້ນໃນວັນທີ 2-3 ກັນຍາ 2024 ຢູ່ແຂວງບໍລິຄໍາໄຊ

    • ໂທລະເລກອວຍພອນວັນຊາດ ຫວຽດນາມ ຄົບຮອບ 79 ປີການເມືອງ

      ໂທລະເລກອວຍພອນວັນຊາດ ຫວຽດນາມ ຄົບຮອບ 79 ປີ

      9/2/2024 3:11:06 PM

      ຂປລ. ວັນ​ທີ 1 ກັນຍາ 2024 ນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​ເຖິງ ສະຫາຍ ບຸຍ ແທັງ ເຊີນ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ ໃນໂອກາດສະເຫລີມສະຫລອງ ວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ

    • ການນໍາຂັ້ນສູງຂອງລາວ ອວຍພອນ ວັນຊາດ ຫວຽດນາມ ຄົບຮອບ 79 ປີ 	ການເມືອງ

      ການນໍາຂັ້ນສູງຂອງລາວ ອວຍພອນ ວັນຊາດ ຫວຽດນາມ ຄົບຮອບ 79 ປີ

      9/2/2024 3:05:01 PM

      ຂປລ. ວັນ​ທີ 1 ກັນຍາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດສັງຄົມນິຍົມຫວຽດນາມ, ສະຫາຍ ເຈິ່ນ ແທັງ ເມີ້ນ ປະທານສະພາແຫ່ງຊາດແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ.

    • ມອບຫລຽນກາລະນຶກ ວັນສ້າງຕັ້ງຄະນະຊາວໝຸ່ມ ປະຊາຊົນປະຕິວັດລາວ ແລະ ປະຖະກະຖາ 2 ວັນສຳຄັນການເມືອງ

      ມອບຫລຽນກາລະນຶກ ວັນສ້າງຕັ້ງຄະນະຊາວໝຸ່ມ ປະຊາຊົນປະຕິວັດລາວ ແລະ ປະຖະກະຖາ 2 ວັນສຳຄັນ

      8/30/2024 4:25:46 PM

      ຂປລ. ຫ້ອງການຊາວໝຸ່ມກອງທັບ ຈັດພິທີມອບຫລຽນກາລະນຶກວັນສ້າງຕັ້ງ ຄະນະຊາວໝຸ່ມປະຊາຊົນປະຕິວັດລາວຄົບຮອບ 65 ປີ ແລະ ປາຖະກະຖາ 2 ວັນປະສາດຄື: ວັນຢຶດອໍານາດທົ່ວປະເທດ ຄົບຮອບ 49 ປີ, (23 ສິງຫາ 1955-23 ສິງຫາ 2024), ວັນລັດຖະທຳມະມູນແຫ່ງ ສປປ ລາວ ຄົບຮອບ 33 ປີ (15 ສິງຫາ 1991-15 ສິງຫາ 2024) ໃນວັນທີ 30 ສິງຫາ 2024

ads
ads

Top