ຫາລືແກ້ໄຂຂໍ້ຄົງຄ້າງວຽກປະຕິບັດຄໍາຕັດສິນຂອງສານ

03/09/2024 14:05
Email Print 685
ຂປລ ຂປລ. ເມື່ອບໍ່ດົນມານີ້, ກະຊວງຍຸຕິທໍາ ຈັດກອງປະຊຸມປຶກສາຫາລືແກ້ໄຂຂໍ້ຄົງຄ້າງ ວຽກງານປະຕິບັດຄໍາຕັດສິນຂອງສານ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ, ມີຫົວໜ້າກົມຄຸ້ມຄອງ ການປະຕິບັດຄໍາຕັດສີນຂອງສານ, ຫົວໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງ, ພ້ອມດ້ວຍພະນັກງານ ປະຕິບັດຄໍາຕັດສີນຂອງສານ ທົ່ວນະຄອນຫລວງວຽງຈັນ ເຂົ້າຮ່ວມ ແລະ ຮັບຟັງການລາຍງານ ສະພາບການເຄື່ອນໄຫວ ວຽກງານການປະຕິບັດຄໍາຕັດສິນຂອງສານ ຢູ່ນະຄອນຫລວງວຽງຈັນ



ຂປລ. ເມື່ອບໍ່ດົນມານີ້, ກະຊວງຍຸຕິທໍາ ຈັດກອງປະຊຸມປຶກສາຫາລືແກ້ໄຂຂໍ້ຄົງຄ້າງ ວຽກງານປະຕິບັດຄໍາຕັດສິນຂອງສານ
  ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ, ມີຫົວໜ້າກົມຄຸ້ມຄອງ ການປະຕິບັດຄໍາຕັດສີນຂອງສານ, ຫົວໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງ,  ພ້ອມດ້ວຍພະນັກງານ ປະຕິບັດຄໍາຕັດສີນຂອງສານ ທົ່ວນະຄອນຫລວງວຽງຈັນ ເຂົ້າຮ່ວມ ແລະ ຮັບຟັງການລາຍງານ ສະພາບການເຄື່ອນໄຫວ ວຽກງານການປະຕິບັດຄໍາຕັດສິນຂອງສານ ຢູ່ນະຄອນຫລວງວຽງຈັນ ໄລຍະຜ່ານມາ ໂດຍສະເພາະບັນຫາທີ່ ເປັນສາເຫດ ແລະ ຂໍ້ຄົງຄ້າງຕ່າໆໆ ໃນການປະຕິບັດຄໍາຕັດສິນຂອງສານ.

ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄ້ວາ, ປຶກສາຫາລື, ປະກອບຄໍາຄິດເຫັນ ເພື່ອກໍານົດທິດທາງແກ້ ໄຂວຽກງານດັ່ງກ່າວ, ໃນຕໍ່ໜ້າໃຫ້ມີຜົນສຳເລັດເປັນກ້າວໆ.




ໂອກາດນີ້ ທ່ານ ໄພວີ ສີບົວລິພາ ໄດ້ເນັ້ນໜັກໃຫ້ຄະນະພັກ
, ຄະນະນໍາຕະຫລອດຮອດພະນັກງານປະຕິ ບັດຄໍາຕັດສິນຂອງສານຂອງກົມກອງ ແລະ ຫ້ອງປະຕິບັດຄໍາຕັດສິນຂອງສານ ຕ້ອງມີຄວາມຮັບຮູ້ເຂົ້າໃຈ ເຖິງຄວາມໝາຍຄວາມສໍາຄັນ ຂອງໜ້າທີ່ການເມືອງທີ່ພັກ, ລັດ ໄດ້ມອບໝາຍໃຫ້, ກໍາໃຫ້ໄດ້ພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງຕົນຢ່າງໜັກແໜ້ນ ເປັນເຈົ້າການຜັນຂະຫຍາຍທິດຊີ້ນໍາຂອງຂັ້ນເທິງ, ກົດໝາຍ ແລະ ບັນ ດານິຕິກໍາທີ່ກະຊວງຍຸຕິທໍາ ໄດ້ກໍານົດອອກໃນແຕ່ລະໄລຍະ ໃຫ້ມີປະສິດຕິຜົນ, ປັບປຸງແບບແຜນວິທີເຮັດໃຫ້ສອດຄ່ອງ ຕາມລະບົບກົງຈັກການຈັດຕັ້ງ ກໍຄື ພາລະບົດບາດໃໝ່, ເພີ່ມຄວາມເອົາໃຈໃສ່ຕໍ່ວຽກງານກວດກາພາຍໃນ ໃຫ້ມີຄວາມເຂັ້ມແຂງ, ເປັນເຈົ້າການແກ້ໄຂບັນຫາ ຂໍ້ຄົງຄ້າງຕ່າງໆໃຫ້ໝົດໄປ, ເພີ່ມຂີດຄວາມສາມາດຂອງພະນັກງານ ປະຕິບັດຄໍາຕັດສິນຂອງສານ ໃນການນໍາເອົາຄໍາຕັດສິນ ອອກມາຈັດຕັ້ງປະຕິບັດ ໃຫ້ສໍາເລັດຢ່າງເຂັ້ມງວດ, ເດັດຂາດ ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ.

KPL

ຂ່າວອື່ນໆ

    • ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫລີ ພົບປະສອງຝ່າຍການເມືອງ

      ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫລີ ພົບປະສອງຝ່າຍ

      9/13/2024 8:13:31 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ປັກ ຊັງ ກິລ (Pak Sang Gil) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ ຈັດຂຶ້ນໃນວັນທີ 13 ກັນຍາ 2024 ທີ່ກະຊວງການຕ່າງປະເທດ ສປປ ລາວ ໂດຍມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

    • ຖະແຫລງການຮ່ວມ ລາວ-ຫວຽດນາມການເມືອງ

      ຖະແຫລງການຮ່ວມ ລາວ-ຫວຽດນາມ

      9/13/2024 7:38:47 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 10-13 ກັນຍາ 2024.

    • ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ອົງຄະນະພັກນະຄອນໂຮ່ຈີ່ມິງ ເຂົ້າຢ້ຽມຂໍ່ານັບການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ອົງຄະນະພັກນະຄອນໂຮ່ຈີ່ມິງ ເຂົ້າຢ້ຽມຂໍ່ານັບ

      9/13/2024 3:50:02 PM

      ຂປລ. ຕອນແລງວັນທີ 12 ກັນຍາ 2024, ທີ່ ນະຄອນໂຮ່ຈີ່ມິນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ວັນ ເນນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນໂຮ່ຈີ່ມິງ ແລະ ຄະນະ ໃນໂອກາດເດີນທາງຢ້ຽມ ຢາມລັດຖະກິດ ທີ່ ສສ ຫວຽດນາມ ໃນວັນທີ 10-13 ກັນຍາ 2024.

    • ສະຖານທູດ ອາເມຣິກາ ປະຈໍາ ລາວ ມອບ ພາຫະນະ ໃຫ້ອົງການໄອຍະການປະຊາຊົນສູງສຸດການເມືອງ

      ສະຖານທູດ ອາເມຣິກາ ປະຈໍາ ລາວ ມອບ ພາຫະນະ ໃຫ້ອົງການໄອຍະການປະຊາຊົນສູງສຸດ

      9/13/2024 12:40:53 PM

      ຂປລ. ສະຖານທູດສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ໄດ້ມອບລົດໃຫຍ່ ໂຕໂຍຕາ ຟໍຈູນເນີ (TOYOTA FORTUNER) ຈໍານວນ 2 ຄັນ, ລົດຈັກ ເວບ125 ໄອ (WAVE 125i) ຈໍານວນ 22 ຄັນ ລວມມູນຄ່າ 3,2 ຕື້ກີບ ໃຫ້ແກ່ອົງການໄອຍະການປະຊາຊົນສູງສຸດ ໃນວັນທີ 12 ກັນຍາ 2024 ນີ້

    • ນາຍົກລັດຖະມົນຕີ  ຊີ້ນຳຫລາຍບັນຫາ ຕໍ່ການ ພັດທະນາເສດຖະກິດ-ສັງຄົມ ຢູ່ສະຫວັນນະເຂດການເມືອງ

      ນາຍົກລັດຖະມົນຕີ ຊີ້ນຳຫລາຍບັນຫາ ຕໍ່ການ ພັດທະນາເສດຖະກິດ-ສັງຄົມ ຢູ່ສະຫວັນນະເຂດ

      9/13/2024 12:27:44 PM

      ຂປລ. ໃນໂອກາດລົງເຄື່ອນໄຫວຊີ້ນຳວຽກງານ ຢູ່ແຂວງສະຫວັນນະເຂດ ໃນວັນທີ 12 ກັນຍາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໂດຍໄດ້ຮັບການຕ້ອນຈາກ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳ ແລະ ພະນັກງານການນຳຫລັກ ແຫລ່ງພາຍໃນແຂວງ ເຂົ້າຮ່ວມນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຫລາຍບັນຫາສຳຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມຢ ຢູ່ແຂວງສະຫວັນນະເຂດ.

ads
ads

Top