ການນໍາຂັ້ນສູງຂອງລາວ ອວຍພອນ ວັນຊາດ ຫວຽດນາມ ຄົບຮອບ 79 ປີ

02/09/2024 15:05
Email Print 315
ຂປລ ຂປລ. ວັນ​ທີ 1 ກັນຍາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດສັງຄົມນິຍົມຫວຽດນາມ, ສະຫາຍ ເຈິ່ນ ແທັງ ເມີ້ນ ປະທານສະພາແຫ່ງຊາດແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ.

ຂປລ. ວັນ​ທີ 1 ກັນຍາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສາ  ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດສັງຄົມນິຍົມຫວຽດນາມ, ສະຫາຍ ເຈິ່ນ ແທັງ ເມີ້ນ ປະທານສະພາແຫ່ງຊາດແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ.

​ເນື້ອ​ໃນ​ໂທລະ​ເລກ​ໄດ້​ລະບຸ​ວ່າ: ໃນນາມຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວ, ພວກຂ້າພະເຈົ້າ ຂໍສົ່ງຄວາມຂໍ່ານັບຊົມ ເຊີຍອັນອົບອຸ່ນ, ໄມ​​ຕີຈິດມິດຕະພາບອັນດູດື່ມ, ຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ແລະ ພອນໄຊອັນປະເສີດ ມາຍັງບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ລັດຖະບານ, ສະພາແຫ່ງຊາດແຫ່ງ ສາທາ ລະນະລັດ ສັງຄົມນິຍົມຫວຽດນາມ ແລະ ປະຊາຊົນຫວຽດນາມ ວິລະຊົນອ້າຍນ້ອງທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ.

ພາຍໃຕ້ການນໍາພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ ໃນຕະຫລອດໄລຍະ 79 ປີຜ່ານມາ, ປະຊາຊົນຫວຽດນາມ ສາມາດຍາດໄດ້ ຜົນ ສຳເລັດອັນໃຫຍ່ຫລວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ, ເຮັດໃຫ້ປະເທດຊາດມີສະຖຽນລະພາບຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ​, ​ເສດຖະກິດມີການຂະຫຍາຍຕົວດ້ວຍຈັງວະໄວ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ, ຖານະບົດບາດຂອງຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ບັນດາຜົນສຳເລັດຂອງ ສສ ຫວຽດນາມ ໄດ້ກາຍເປັນບົດຮຽນອັນລໍ້າຄ່າ ແລະ ເປັນສິ່ງປຸກລະດົມກໍາລັງໃຈອັນ​ໃຫຍ່ຫລວງ ໃຫ້ແກ່ບັນດາປະເທດກຳລັງພັດທະນາໃນໂລກ ໂດຍສະເພາະ ຕໍ່ ສປປ ລາວ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງຕົນ.

          ພວກຂ້າພະເຈົ້າ ມີຄວາມພາກພູມໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ປະທານໂຮ່ຈີ່ມິນ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ລິເລີ່ມສ້າງຂຶ້ນນັ້ນ ສືບຕໍ່ໄດ້ຮັບການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ກາຍເປັນມູນມໍລະດົກອັນລໍ້າຄ່າຂອງສອງຊາດ ລາວ-ຫວຽດນາມ.

          ໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ການຊ່ວຍເຫລືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ ສປປ ລາວ ທັງໃນໄລຍະຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ໃນໄລຍະສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ພວກຂ້າພະເຈົ້າ ຂໍຢືນຢັນວ່າພັກ-ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ທີ່ຫາຍາກໃນການພົວພັນສາກົນ, ໜຶ່ງບໍ່ມີສອງຂອງພວກເຮົາໃຫ້ຈະເລີນງອກງາມ, ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ໂຕ ເລິມ ເປັນຜູ້ນໍາພານັ້ນ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ ໃຫຍ່ຫລວງກວ່າເກົ່າ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ບັນລຸເປົ້າໝາຍ ເຮັດໃຫ້ປະຊາຊົນຫວຽດນາມ ມີຄວາມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສິວິໄລ.​

ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງ ແລະ ມີກຽດສະຫງ່າຂອງຕົນ.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະນົງແກ່ນ ແລະ ສວຍສົດງົດງາມຕະຫລອດກາລະນານ.
KPL

ຂ່າວອື່ນໆ

    • ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫລີ ພົບປະສອງຝ່າຍການເມືອງ

      ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫລີ ພົບປະສອງຝ່າຍ

      9/13/2024 8:13:31 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ປັກ ຊັງ ກິລ (Pak Sang Gil) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ ຈັດຂຶ້ນໃນວັນທີ 13 ກັນຍາ 2024 ທີ່ກະຊວງການຕ່າງປະເທດ ສປປ ລາວ ໂດຍມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

    • ຖະແຫລງການຮ່ວມ ລາວ-ຫວຽດນາມການເມືອງ

      ຖະແຫລງການຮ່ວມ ລາວ-ຫວຽດນາມ

      9/13/2024 7:38:47 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 10-13 ກັນຍາ 2024.

    • ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ອົງຄະນະພັກນະຄອນໂຮ່ຈີ່ມິງ ເຂົ້າຢ້ຽມຂໍ່ານັບການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ອົງຄະນະພັກນະຄອນໂຮ່ຈີ່ມິງ ເຂົ້າຢ້ຽມຂໍ່ານັບ

      9/13/2024 3:50:02 PM

      ຂປລ. ຕອນແລງວັນທີ 12 ກັນຍາ 2024, ທີ່ ນະຄອນໂຮ່ຈີ່ມິນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ວັນ ເນນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນໂຮ່ຈີ່ມິງ ແລະ ຄະນະ ໃນໂອກາດເດີນທາງຢ້ຽມ ຢາມລັດຖະກິດ ທີ່ ສສ ຫວຽດນາມ ໃນວັນທີ 10-13 ກັນຍາ 2024.

    • ສະຖານທູດ ອາເມຣິກາ ປະຈໍາ ລາວ ມອບ ພາຫະນະ ໃຫ້ອົງການໄອຍະການປະຊາຊົນສູງສຸດການເມືອງ

      ສະຖານທູດ ອາເມຣິກາ ປະຈໍາ ລາວ ມອບ ພາຫະນະ ໃຫ້ອົງການໄອຍະການປະຊາຊົນສູງສຸດ

      9/13/2024 12:40:53 PM

      ຂປລ. ສະຖານທູດສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ໄດ້ມອບລົດໃຫຍ່ ໂຕໂຍຕາ ຟໍຈູນເນີ (TOYOTA FORTUNER) ຈໍານວນ 2 ຄັນ, ລົດຈັກ ເວບ125 ໄອ (WAVE 125i) ຈໍານວນ 22 ຄັນ ລວມມູນຄ່າ 3,2 ຕື້ກີບ ໃຫ້ແກ່ອົງການໄອຍະການປະຊາຊົນສູງສຸດ ໃນວັນທີ 12 ກັນຍາ 2024 ນີ້

    • ນາຍົກລັດຖະມົນຕີ  ຊີ້ນຳຫລາຍບັນຫາ ຕໍ່ການ ພັດທະນາເສດຖະກິດ-ສັງຄົມ ຢູ່ສະຫວັນນະເຂດການເມືອງ

      ນາຍົກລັດຖະມົນຕີ ຊີ້ນຳຫລາຍບັນຫາ ຕໍ່ການ ພັດທະນາເສດຖະກິດ-ສັງຄົມ ຢູ່ສະຫວັນນະເຂດ

      9/13/2024 12:27:44 PM

      ຂປລ. ໃນໂອກາດລົງເຄື່ອນໄຫວຊີ້ນຳວຽກງານ ຢູ່ແຂວງສະຫວັນນະເຂດ ໃນວັນທີ 12 ກັນຍາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໂດຍໄດ້ຮັບການຕ້ອນຈາກ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳ ແລະ ພະນັກງານການນຳຫລັກ ແຫລ່ງພາຍໃນແຂວງ ເຂົ້າຮ່ວມນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຫລາຍບັນຫາສຳຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມຢ ຢູ່ແຂວງສະຫວັນນະເຂດ.

ads
ads

Top