ມອບຫລຽນກາລະນຶກ ວັນສ້າງຕັ້ງຄະນະຊາວໝຸ່ມ ປະຊາຊົນປະຕິວັດລາວ ແລະ ປະຖະກະຖາ 2 ວັນສຳຄັນ

30/08/2024 16:25
Email Print 655
ຂປລ ຂປລ. ຫ້ອງການຊາວໝຸ່ມກອງທັບ ຈັດພິທີມອບຫລຽນກາລະນຶກວັນສ້າງຕັ້ງ ຄະນະຊາວໝຸ່ມປະຊາຊົນປະຕິວັດລາວຄົບຮອບ 65 ປີ ແລະ ປາຖະກະຖາ 2 ວັນປະສາດຄື: ວັນຢຶດອໍານາດທົ່ວປະເທດ ຄົບຮອບ 49 ປີ, (23 ສິງຫາ 1955-23 ສິງຫາ 2024), ວັນລັດຖະທຳມະມູນແຫ່ງ ສປປ ລາວ ຄົບຮອບ 33 ປີ (15 ສິງຫາ 1991-15 ສິງຫາ 2024) ໃນວັນທີ 30 ສິງຫາ 2024



ຂປລ. ຫ້ອງການຊາວໝຸ່ມກອງທັບ ຈັດພິທີມອບຫລຽນກາລະນຶກວັນສ້າງຕັ້ງ ຄະນະຊາວໝຸ່ມປະຊາຊົນປະຕິວັດລາວຄົບຮອບ 65 ປີ ແລະ ປາຖະກະຖາ 2 ວັນປະສາດຄື: ວັນຢຶດອໍານາດທົ່ວປະເທດ ຄົບຮອບ 49 ປີ
, (23 ສິງຫາ 1955-23 ສິງຫາ 2024), ວັນລັດຖະທຳມະມູນແຫ່ງ ສປປ ລາວ ຄົບຮອບ 33 ປີ (15 ສິງຫາ 1991-15 ສິງຫາ 2024)  ໃນວັນທີ 30 ສິງຫາ 2024 ໂດຍການປາຖະກະຖາຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນກອງທັບ, ມີຄະນະນຳຫ້ອງ ການຊາວໝຸ່ມກອງທັບ, ຫ້ອງການສະຫະພັນແມ່ຍິງກອງທັບ, ຫ້ອງການກຳມະບານກອງທັບ, ຫ້ອງການເມືອງ, ກົມກອງຮາກຖານ ແລະ ຄະນະຊາວໜຸ່ມອ້ອມຂ້າງເຂດ ໃຈກາງນະຄອນຫລວງວຽງຈັນ ເຂົ້າຮ່ວມ.



ສະຫາຍ ພັນໂທ ຫົງທອງ ສີຊານົນ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການມອບຫລຽນກາລະນຶກ 65 ປີ ວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວໃຫ້ແກ່ບຸກຄົນ
, ກະຊວງປ້ອງກັນປະເທດ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນ ວຽກງານຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວໃນໄລຍະຜ່ານມາ, ອີງຕາມ ກົດໝາຍວ່າດ້ວຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ສະບັບປັບປຸງ) ສະບັບເລກທີ 15/ສພຊ, ອີງຕາມ ບົດແນະນໍາກ່ຽວກັບການຍ້ອງຍໍ ຂອງສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໃນໄລຍະໃໝ່ ສະບັບເລກທີ 540/ລຂ ເຫັນດີມອບຫລຽນກາລະນຶກ 65 ປີ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ບຸກຄົນ ກະຊວງປ້ອງກັນປະເທດ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ (14 ເມສາ 1955-14 ເມສາ 2020) ລວມທັງໝົດ 150 ສະຫາຍ.

ຈາກນັ້ນ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ ຍັງໄດ້ຫວນຄືນປະຫວັດຄວາມເປັນມາຂອງວັນຢຶດອຳນາດ 23 ສິງຫາ ເຊິ່ງເປັນຂີດໝາຍສໍາຄັນສໍາລັບ ປະຊາຊົນລາວບັນດາເຜົ່າ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອ ການຕໍ່ສູ້ຢ່າງພິລະອາດຫານ ບໍ່ຍອມຈຳນົນ, ມີໄຫວພິກ ແລະ ຄວາມປີຊາສາມາດຂອງນັກຮົບປະຕິວັດຮຸ່ນກ່ອນ ຕ້ານກັບຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງເປັນໄລຍະຕໍ່ສູ້ເພື່ອເຮັດສຳເລັດການປະຕິວັດຊາດ ດ້ວຍກຳລັງແຮງທົ່ວ ປວງຊົນລາວ ທັງຊາດ ຍາດໄດ້ໄຊຊະນະຂັ້ນສຸດທ້າຍໂດຍໃຊ້ 3 ບາດຄ້ອນຍຸດທະສາດ, ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດ ອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ເພື່ອຢຶດອຳນາດການປົກຄອງໃນທົ່ວປະເທດແບບ “ບົວບໍ່ຊ້ຳນ້ຳບໍ່ຂຸ່ນ” ເຊິ່ງແມ່ນໄຊຊະນະ ທີ່ປະຕິບັດຕາມແນວທາງອັນຖືກຕ້ອງ ແລະ ການນຳພາອັນສະຫລາດສ່ອງໃສຂອງ ພັກ, ທັງແມ່ນໝາກຜົນແຫ່ງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວຂອງປວງຊົນລາວທັງຊາດ.




ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຖິງຄວາມສຳຄັນ ຂອງວັນລັດຖະທຳມະນູນແຫ່ງ ສປປ ລາວ ເຊິ່ງໄດ້ຖືກຮັບຮອງໃນກອງປະຊຸມຄັ້ງທີ
VI ຂອງສະພາປະຊາຊົນສູງສຸດໃນຊຸດທີ II ປີ 1991 ແລະ ໄດ້ປະກາດໃຊ້ໃນວັນທີ 15 ສິງຫາ 1991 ມາຮອດປີ 2003 ກອງປະຊຸມສະພາຊຸດທີ V ໄດ້ຮັບຮອງ ເອົາການປັບປຸງລັດຖະທຳມະນູນ ສະບັບດັ່ງກ່າວໃຫ້ຄົບຖ້ວນ ແລະ ສົມບູນກວ່າເກົ່າ, ການປະກາດໃຊ້ລັດຖະທຳມະນູນ ແມ່ນມີຄວາມໝາຍຄວາມສຳຄັນຫລາຍຕໍ່ປະເທດຊາດ ເພາະວ່າລັດຖະທຳມະນູນ ແມ່ນກົດໝາຍພື້ນຖານສຳຄັນຂອງຊາດ ໃນການຫັນແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານທີ່ມີຫລັກການ ຂອງພັກປະຊາຊົນປະຕິວັດລາວ, ການປະກາດໃຊ້ລັດຖະທໍາມະນູນ ເປັນເຫດການການ ເມືອງທີ່ສຳຄັນຂອງຊາດ ທັງເປັນຂີດໝາຍໃໝ່ ໃນການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍແລະ ສ້າງໃຫ້ເປັນລັດແຫ່ງກົດໝາຍເທື່ອລະກ້າວ, ມັນໄດ້ສ່ອງແສງໃຫ້ເຫັນເຖິງ ລັກສະນະທາດແທ້ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງລະບອບປະຊາທິປະໄຕ ປະຊາຊົນລາວ ພາຍໃຕ້ການນຳພາອັນຖືກຕ້ອງ ຂອງພັກປະຊາຊົນປະຕິວັດລາວ, ທັງເປັນການຢືນຢັນຕໍ່ໂລກກ່ຽວກັບ ຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນ.

ຂ່າວ-ພາບ: ນົກ ບຸນມາເລີດ

KPL

ຂ່າວອື່ນໆ

    • ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫລີ ພົບປະສອງຝ່າຍການເມືອງ

      ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫລີ ພົບປະສອງຝ່າຍ

      9/13/2024 8:13:31 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ປັກ ຊັງ ກິລ (Pak Sang Gil) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ ຈັດຂຶ້ນໃນວັນທີ 13 ກັນຍາ 2024 ທີ່ກະຊວງການຕ່າງປະເທດ ສປປ ລາວ ໂດຍມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

    • ຖະແຫລງການຮ່ວມ ລາວ-ຫວຽດນາມການເມືອງ

      ຖະແຫລງການຮ່ວມ ລາວ-ຫວຽດນາມ

      9/13/2024 7:38:47 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 10-13 ກັນຍາ 2024.

    • ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ອົງຄະນະພັກນະຄອນໂຮ່ຈີ່ມິງ ເຂົ້າຢ້ຽມຂໍ່ານັບການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ອົງຄະນະພັກນະຄອນໂຮ່ຈີ່ມິງ ເຂົ້າຢ້ຽມຂໍ່ານັບ

      9/13/2024 3:50:02 PM

      ຂປລ. ຕອນແລງວັນທີ 12 ກັນຍາ 2024, ທີ່ ນະຄອນໂຮ່ຈີ່ມິນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ວັນ ເນນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນໂຮ່ຈີ່ມິງ ແລະ ຄະນະ ໃນໂອກາດເດີນທາງຢ້ຽມ ຢາມລັດຖະກິດ ທີ່ ສສ ຫວຽດນາມ ໃນວັນທີ 10-13 ກັນຍາ 2024.

    • ສະຖານທູດ ອາເມຣິກາ ປະຈໍາ ລາວ ມອບ ພາຫະນະ ໃຫ້ອົງການໄອຍະການປະຊາຊົນສູງສຸດການເມືອງ

      ສະຖານທູດ ອາເມຣິກາ ປະຈໍາ ລາວ ມອບ ພາຫະນະ ໃຫ້ອົງການໄອຍະການປະຊາຊົນສູງສຸດ

      9/13/2024 12:40:53 PM

      ຂປລ. ສະຖານທູດສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ໄດ້ມອບລົດໃຫຍ່ ໂຕໂຍຕາ ຟໍຈູນເນີ (TOYOTA FORTUNER) ຈໍານວນ 2 ຄັນ, ລົດຈັກ ເວບ125 ໄອ (WAVE 125i) ຈໍານວນ 22 ຄັນ ລວມມູນຄ່າ 3,2 ຕື້ກີບ ໃຫ້ແກ່ອົງການໄອຍະການປະຊາຊົນສູງສຸດ ໃນວັນທີ 12 ກັນຍາ 2024 ນີ້

    • ນາຍົກລັດຖະມົນຕີ  ຊີ້ນຳຫລາຍບັນຫາ ຕໍ່ການ ພັດທະນາເສດຖະກິດ-ສັງຄົມ ຢູ່ສະຫວັນນະເຂດການເມືອງ

      ນາຍົກລັດຖະມົນຕີ ຊີ້ນຳຫລາຍບັນຫາ ຕໍ່ການ ພັດທະນາເສດຖະກິດ-ສັງຄົມ ຢູ່ສະຫວັນນະເຂດ

      9/13/2024 12:27:44 PM

      ຂປລ. ໃນໂອກາດລົງເຄື່ອນໄຫວຊີ້ນຳວຽກງານ ຢູ່ແຂວງສະຫວັນນະເຂດ ໃນວັນທີ 12 ກັນຍາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໂດຍໄດ້ຮັບການຕ້ອນຈາກ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳ ແລະ ພະນັກງານການນຳຫລັກ ແຫລ່ງພາຍໃນແຂວງ ເຂົ້າຮ່ວມນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຫລາຍບັນຫາສຳຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມຢ ຢູ່ແຂວງສະຫວັນນະເຂດ.

ads
ads

Top