ຍົກລະດັບທັກສະການບັນຊາກອງປະຊຸມ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

03/09/2024 13:33
Email Print 517
ຂປລ ຂປລ.ຊຸດຝຶກອົບຮົມທັກສະໃນການບັນຊາກອງປະຊຸມ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ 10 ແຂວງຄື: ຫົວພັນ, ຊຽງຂວາງ, ວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ແລະ ແຂວງໄຊສົມບູນ ຈັດຂຶ້ນໃນວັນທີ 2-3 ກັນຍາ 2024 ຢູ່ແຂວງບໍລິຄໍາໄຊ



ຂປລ.ຊຸດຝຶກອົບຮົມທັກສະໃນການບັນຊາກອງປະຊຸມ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ 10 ແຂວງຄື: ຫົວພັນ
, ຊຽງຂວາງ, ວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ແລະ ແຂວງໄຊສົມບູນ ຈັດຂຶ້ນໃນວັນທີ 2-3 ກັນຍາ 2024 ຢູ່ແຂວງບໍລິຄໍາໄຊ ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ໂດຍການສະໜັບສະໜູນຊ່ວຍເຫລືອ ດ້ານງົບປະມານຈາກ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫລື ສະເຕັບສ໌ (STEPs) ໂດຍຜ່ານກອງເລຂາຄຸ້ມຄອງ ແຫລ່ງທຶນຊ່ວຍເຫລືອລ້າ ໃຫ້ແກ່ສະພາແຫ່ງຊາດ ສົມທົບກັບງົບປະມານຂອງ ຄະນະເລຂາທິການສະພາແຫ່ງຊາດ.

ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ໄດ້ມີຄຳເຫັນໂດຍເນັ້ນໜັກເຖິງຈຸດປະສົງຕົ້ນຕໍ ຂອງການຝຶກອົບຮົມຄັ້ງນີ້ ເພື່ອບຳລຸງຍົກລະດັບທັກສະ ການບັນຊາກອງປະຊຸມໃຫ້ແກ່ ພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເຊິ່ງເປັນໂອກາດດີທີ່ໄດ້ ແລກປ່ຽນຄວາມເຫັນ, ຖອດຖອນບົດຮຽນ ແລະ ປະສົບການເຊິ່ງກັນ ແລະ ກັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ການນໍາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃນປັດຈຸບັນ ແລະ ຕໍ່ໜ້າ.



ຊຸດອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການສະເໜີ 2 ຫົວຂໍ້ຄື: ທັກສະໃນການບັນຊາກອງປະຊຸມ ຕາມພາລະບົດບາດຂອງສະພາແຫ່ງຊາດ ກໍຄື ສະພາປະຊາຊົນຂັ້ນແຂວງ ແລະ ການບັນຊາກອງປະຊຸມທົ່ວໄປ ຈາກນັ້ນ
, ກໍໄດ້ສົນທະນາແລກປ່ຽນ ຄໍາຄິດຄໍາເຫັນນໍາກັນຢ່າງກົງໄປກົງມາ, ຟົດຟື້ນ, ມີການຍົກເອົາບົດຮຽນໃນ ການບັນຊາກອງປະຊຸມຢູ່ໃນເຂດເລືອກຕັ້ງຕ່າງໆ ມາແລກປ່ຽນນໍາກັນ ເຮັດໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ສາມາດຮຽນຮູ້ກັບປະສົບການຕົວຈິງຫລາຍຂຶ້ນ, ເປັນການສ້າງຄວາມເຂັ້ມແຂງແກ່ ການນໍາຂອງສະພາແຫ່ງຊາດ ແລະ ສະພາປະຊາ ຊົນແຂວງ.

ຂ່າວ: ອານິຕາ ມ່ວນສະຫວັດ

KPL

ຂ່າວອື່ນໆ

    • ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫລີ ພົບປະສອງຝ່າຍການເມືອງ

      ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫລີ ພົບປະສອງຝ່າຍ

      9/13/2024 8:13:31 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ປັກ ຊັງ ກິລ (Pak Sang Gil) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ ຈັດຂຶ້ນໃນວັນທີ 13 ກັນຍາ 2024 ທີ່ກະຊວງການຕ່າງປະເທດ ສປປ ລາວ ໂດຍມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

    • ຖະແຫລງການຮ່ວມ ລາວ-ຫວຽດນາມການເມືອງ

      ຖະແຫລງການຮ່ວມ ລາວ-ຫວຽດນາມ

      9/13/2024 7:38:47 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 10-13 ກັນຍາ 2024.

    • ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ອົງຄະນະພັກນະຄອນໂຮ່ຈີ່ມິງ ເຂົ້າຢ້ຽມຂໍ່ານັບການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ອົງຄະນະພັກນະຄອນໂຮ່ຈີ່ມິງ ເຂົ້າຢ້ຽມຂໍ່ານັບ

      9/13/2024 3:50:02 PM

      ຂປລ. ຕອນແລງວັນທີ 12 ກັນຍາ 2024, ທີ່ ນະຄອນໂຮ່ຈີ່ມິນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ວັນ ເນນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນໂຮ່ຈີ່ມິງ ແລະ ຄະນະ ໃນໂອກາດເດີນທາງຢ້ຽມ ຢາມລັດຖະກິດ ທີ່ ສສ ຫວຽດນາມ ໃນວັນທີ 10-13 ກັນຍາ 2024.

    • ສະຖານທູດ ອາເມຣິກາ ປະຈໍາ ລາວ ມອບ ພາຫະນະ ໃຫ້ອົງການໄອຍະການປະຊາຊົນສູງສຸດການເມືອງ

      ສະຖານທູດ ອາເມຣິກາ ປະຈໍາ ລາວ ມອບ ພາຫະນະ ໃຫ້ອົງການໄອຍະການປະຊາຊົນສູງສຸດ

      9/13/2024 12:40:53 PM

      ຂປລ. ສະຖານທູດສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ໄດ້ມອບລົດໃຫຍ່ ໂຕໂຍຕາ ຟໍຈູນເນີ (TOYOTA FORTUNER) ຈໍານວນ 2 ຄັນ, ລົດຈັກ ເວບ125 ໄອ (WAVE 125i) ຈໍານວນ 22 ຄັນ ລວມມູນຄ່າ 3,2 ຕື້ກີບ ໃຫ້ແກ່ອົງການໄອຍະການປະຊາຊົນສູງສຸດ ໃນວັນທີ 12 ກັນຍາ 2024 ນີ້

    • ນາຍົກລັດຖະມົນຕີ  ຊີ້ນຳຫລາຍບັນຫາ ຕໍ່ການ ພັດທະນາເສດຖະກິດ-ສັງຄົມ ຢູ່ສະຫວັນນະເຂດການເມືອງ

      ນາຍົກລັດຖະມົນຕີ ຊີ້ນຳຫລາຍບັນຫາ ຕໍ່ການ ພັດທະນາເສດຖະກິດ-ສັງຄົມ ຢູ່ສະຫວັນນະເຂດ

      9/13/2024 12:27:44 PM

      ຂປລ. ໃນໂອກາດລົງເຄື່ອນໄຫວຊີ້ນຳວຽກງານ ຢູ່ແຂວງສະຫວັນນະເຂດ ໃນວັນທີ 12 ກັນຍາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໂດຍໄດ້ຮັບການຕ້ອນຈາກ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳ ແລະ ພະນັກງານການນຳຫລັກ ແຫລ່ງພາຍໃນແຂວງ ເຂົ້າຮ່ວມນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຫລາຍບັນຫາສຳຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມຢ ຢູ່ແຂວງສະຫວັນນະເຂດ.

ads
ads

Top