ແຈ້ງເຕືອນ ເຝົ້າລະວັງນໍ້າຖ້ວມຍຶ່ງ ຢູ່ ນວ ໃນລະຫວ່າງວັນທີ 28-30 ສິງຫາ 2024

28/08/2024 19:45
Email Print 577
ຂປລ ຂປລ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຈ້ງເຕືອນເຝົ້າລະວັງນໍ້າຖ້ວມຍຶ່ງ ໃນລະຫວ່າງວັນທີ 28-30 ສິງຫາ 2024 ສະບັບທີ 1 ຄື: ຮ່ອງຄວາມກົດດັນອາກາດຕໍ່າ ໄດ້ພາດຜ່ານເຂດພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະ ດັບຄ່ອຍ ຫາປານກາງຢູ່ໃນແຕ່ລະພາກ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ, ພ້ອມມີລົມພັດແຮງເປັນບາງໂອກາດ.




ຂປລ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຈ້ງເຕືອນເຝົ້າລະວັງນໍ້າຖ້ວມຍຶ່ງ ໃນລະຫວ່າງວັນທີ
28-30 ສິງຫາ 2024 ສະບັບທີ 1 ຄື: ຮ່ອງຄວາມກົດດັນອາກາດຕໍ່າ ໄດ້ພາດຜ່ານເຂດພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະ ດັບຄ່ອຍ ຫາປານກາງຢູ່ໃນແຕ່ລະພາກ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ, ພ້ອມມີລົມພັດແຮງເປັນບາງໂອກາດ.




ເນື່ອງຈາກມີຝົນຕົກໃນລະດັບປານກາງ ຫາ ໜັກ ຕິດຕໍ່ກັນຫລາຍວັນຜ່ານມາ ໄດ້ເຮັດໃຫ້ລະ ດັບນໍ້າຢູ່ບັນດາສະຖານີຕາມລໍານໍ້າຂອງ ໃນຂອບເຂດນະຄອນຫລວງວຽງຈັນ(ນວ) ເພີ່ມຂຶ້ນສູງ
ໂດຍສະ ເພາະສະຖານີວຽງຈັນ ກິໂລແມັດ 4 ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ຂຶ້ນຮອດລະດັບ ເຕືອນໄພ ໃນເວລາ 12:00 ໂມງ ວັນທີ 28 ສິງຫາ 2024 ແທກໄດ້ 11,68 ແມັດ (ລະດັບນ້າເຂດເຕືອນໄພ 11,50 ແມັດ, ເຂດອັນຕະລາຍ 12,50 ແມັດ) ແລະ ຄາດວ່າໃນ ວັນທີ 29 ລະດັບນໍ້າຈະມີທ່າອ່ຽງເພີ່ມຂຶ້ນຕື່ມອີກ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງ ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທ້ອງຖິ່ນທຸກພາກສ່ວນ ທີ່ອາໄສຢູ່ຕາມແຄມແມ່ນໍ້າຂອງ ໃນນະຄອນຫລວງວຽງຈັນ ໂດຍສະເພາະເຂດພື້ນທີ່ຕໍ່າ ໃນຂອບເຂດເມືອງສີໂຄດຕະບອງ ເປັນຕົ້ນ ເຂດບ້ານໜອງດາ; ເມືອງສີສັດຕະນາກ; ເມືອງຫາດຊາຍຟອງ ເຂດບ້ານຫ້ອມ ຊຶ່ງເປັນເຂດທີ່ມີຊາຍແດນ ລຽບຕາມແຄມແມ່ນໍ້າຂອງ ຈົ່ງມີສະຕິເຝົ້າລະວັງນໍ້າຖ້ວມ ແລະ ສະພາບຝົນຍັງຈະສືບຕໍ່ຕົກຕື່ມອີກ ໃນໄລຍະວັນທີ 28-30 ສິງຫາ 2024, ໃຫ້ກຽມພ້ອມຮັບມືຕໍ່ສະພາບນໍ້າຖ້ວມຍຶ່ງ ທີ່ອາດຈະເກີດຂຶ້ນ, ພ້ອມທັງກະກຽມ ຍົກຍ້າຍວັນຖຸສິ່ງຂອງທີ່ມີຄ່າ ແລະ ສັດ ລ້ຽງໄປໄວ້ບ່ອນທີ່ປອດໄພ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

KPL

ຂ່າວອື່ນໆ

    • ຮອງປະທານປະເທດ ລົງຕິດຕາມ ການເຝົ້າລະວັງໄພນ້ຳຖ້ວມຢ່າງໃນ ນວວັດທະນະທຳ-ສັງຄົມ

      ຮອງປະທານປະເທດ ລົງຕິດຕາມ ການເຝົ້າລະວັງໄພນ້ຳຖ້ວມຢ່າງໃນ ນວ

      9/13/2024 8:27:07 PM

      ຂປລ. ໃນຕອນບ່າຍວັນທີ 13 ກັນຍາ 2024 ນີ້, ທ່ານ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ລົງຕິດຕາມການເຝົ້າລະວັງໄພນ້ຳຖ້ວມຕາມຕົວເມືອງ ໃນນະຄອນຫລວງວຽງຈັນ(ນວ). ພ້ອມກັນນີ້, ກໍໄດ້ຖາມຂ່າວຄາວປະຊາຊົນ ທີ່ຢູ່ແຄມນ້ຳຂອງ ເຊິ່ງທີ່ປະລິມານນໍ້າ ໄດ້ໄຫລເຂົ້າຖ້ວມເຂດພື້ນທີ່ຕໍ່າ-ໃກ້ນໍ້າຂອງ ແລະ ບ້ານເຮືອນປະຊາຊົນຈຳນວນໜຶ່ງ, ພ້ອມແນະນຳໃຫ້ປະຊາຊົນ ຕິດຕາມລະດັບນໍ້າຢ່າງໃກ້ຊິດ ແລະ ກຽມພ້ອມຮັບມືຢ່າງທັນການ.

    • ນໍ້າຖ້ວມ ຢູ່ແຂວງຫລວງນໍ້າທາ  ເກີດຈາກອິດທິພົນຂອງພະຍຸຢາກິວັດທະນະທຳ-ສັງຄົມ

      ນໍ້າຖ້ວມ ຢູ່ແຂວງຫລວງນໍ້າທາ ເກີດຈາກອິດທິພົນຂອງພະຍຸຢາກິ

      9/13/2024 8:19:45 PM

      ຂປລ. ກົມຄຸ້ມຄອງຄວາມປອດໄພ ອຸດສາຫະກຳພະລັງງານ (ກປພ) ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຖະແຫລງຂ່າວ ກ່ຽວກັບນໍ້າຖ້ວມແຂວງຫລວງນໍ້າທາ ໃນວັນທີ 12 ກັນຍາ ຜ່ານມານີ້ວ່າ: ສະພາບນໍ້າຖ້ວມຢູ່ແຂວງຫລວງນໍ້າທາ ບໍ່ໄດ້ເກີດຈາກໂຄງການເຂື່ອນໄຟຟ້ານໍ້າທາ 3, ແຕ່ເກີດຈາກອິດທິພົນຂອງພະຍຸຢາກິ ເຮັດໃຫ້ເກີດມີຝົນຕົກໜັກ ຢູ່ທາງພາກເໜືອຂອງລາວ.

    • ທຫລ ຈັດເວທີສົນທະນາ “ການຊໍາລະດ້ວຍ QR Code ຂອງ ສປປ ລາວ”ວັດທະນະທຳ-ສັງຄົມ

      ທຫລ ຈັດເວທີສົນທະນາ “ການຊໍາລະດ້ວຍ QR Code ຂອງ ສປປ ລາວ”

      9/13/2024 8:06:13 PM

      ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດເວທີສົນທະນາ ພາຍໃຕ້ຫົວຂໍ້: “ການຊໍາລະດ້ວຍ QR Code ຂອງ ສປປ ລາວ” ໃນວັນທີ 13 ກັນຍາ 2024 ເພື່ອເປັນການແລກປ່ຽນ ແລະ ສ້າງຄວາມເຂົ້າໃຈໃນການຊໍາລະດ້ວຍ QR Code ຂອງ ສປປ ລາວ ໂດຍການເປັນ ປະທານຂອງ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທຫລ, ມີຄະນະກົມພາຍໃນທະນາຄານແຫ່ງ ສປປ ລາວ, ຜູ້ຕາງໜ້າຈາກກົມສື່ມວນຊົນ, ສະມາຄົມທະນາຄານລາວ, ບໍລິສັດ LAPNet, ທະນາຄານທຸລະກິດ, ສະຖາບັນການເງິນ, ຜູ້ໃຫ້ບໍລິການຊໍາລະເງິນ ທີ່ເປັນນິຕິບຸກຄົນເຂົ້າຮ່ວມ.

    • ແລກປ່ຽນຄໍາເຫັນຕໍ່ຮ່າງນິຕິກໍາ ທີ່ຕິດພັນກັບ ການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວວັດທະນະທຳ-ສັງຄົມ

      ແລກປ່ຽນຄໍາເຫັນຕໍ່ຮ່າງນິຕິກໍາ ທີ່ຕິດພັນກັບ ການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ

      9/13/2024 3:42:17 PM

      ຂປລ. ກອງປະຊຸມແລກປ່ຽນຄໍາເຫັນຕໍ່ຮ່າງນິຕິກໍາ ທີ່ຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ 2 ສະບັບ ຄື: ການນໍາໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ແລະ ການເປີດບັນຊີເງິນຝາກເປັນເງິນຕາຕ່າງປະເທດຢູ່ ສປປ ລາວ ຈັດຂຶ້ນໃນວັນທີ 13 ກັນຍາ 2024 ຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ໂດຍການເປັນປະທານຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ລົງນາມສໍາປະທານໂຄງການພະລັງງານ ແສງຕາເວັນເຊື່ອມຕໍ່ພາກເໜືອ ໄລຍະທີ Iວັດທະນະທຳ-ສັງຄົມ

      ລົງນາມສໍາປະທານໂຄງການພະລັງງານ ແສງຕາເວັນເຊື່ອມຕໍ່ພາກເໜືອ ໄລຍະທີ I

      9/13/2024 1:16:06 PM

      ຂປລ. ພິທີລົງນາມສັນຍາສໍາປະທານ ໂຄງການ ໄຟຟ້າພະລັງງານແສງຕາເວັນ 1.000 ເມກາວັດ ຢູ່ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ໄລຍະທີ I ຂອງໂຄງການຖານເຊື່ອມຕໍ່ ພະລັງງານສະອາດພາກເໜືອຂອງລາວ ລະຫວ່າງ ລັດຖະບານລາວ ແລະ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີ (ລາວ) ຈໍາກັດ ຈັດຂຶ້ນວັນທີ 12 ກັນຍາ 2024 ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ຟາງຮົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ads
ads

Top