ກອງບັນຊາການເມືອງຫາດຊາຍຟອງ ນຳກຳລັງເຂົ້າຊ່ວຍປະຊາຊົນທີ່ຖືກນໍ້າຖ້ວມ

30/08/2024 16:33
Email Print 690
ຂປລ ຂປລ. ໃນໄລຍະຜ່ານມາ, ເກີດມີຝົນຕົກໜັກຢ່າງຕໍ່ເນື່ອງ ເຮັດໃຫ້ນ້ຳຂອງລົ້ນຝັ່ງເຂົ້າຖ້ວມນາ, ສວນ ແລະ ເຮືອນຊານບ້ານຊ່ອງ ເຂດເມືອງຫາດຊານຟອງ ຈຳນວນ 12 ບ້ານໄດ້ຮັບຜົນກະທົບໜັກ. ປັດຈຸບັນ, ກອງບັນຊາການທະຫານເມືອງຫາດຊາຍຟອງ ໄດ້ສົມທົບກັບ ປກສ ເມືອງ, ກຳລັງຊາວໜຸ່ມເມືອງ ນຳກຳລັງເຂົ້າຊ່ວຍເຫລືອປະຊາຊົນເຂດບ້ານດັ່ງກ່າວ.





ຂປລ. ໃນໄລຍະຜ່ານມາ
, ເກີດມີຝົນຕົກໜັກຢ່າງຕໍ່ເນື່ອງ ເຮັດໃຫ້ນ້ຳຂອງລົ້ນຝັ່ງເຂົ້າຖ້ວມນາ, ສວນ ແລະ ເຮືອນຊານບ້ານຊ່ອງ ເຂດເມືອງຫາດຊານຟອງ ຈຳນວນ 12 ບ້ານໄດ້ຮັບຜົນກະທົບໜັກ. ປັດຈຸບັນ, ກອງບັນຊາການທະຫານເມືອງຫາດຊາຍຟອງ ໄດ້ສົມທົບກັບ ປກສ ເມືອງ, ກຳລັງຊາວໜຸ່ມເມືອງ ນຳກຳລັງເຂົ້າຊ່ວຍເຫລືອປະຊາຊົນເຂດບ້ານດັ່ງກ່າວ.

 ສະຫາຍ ພັນໂທ ວຽງວິໄລ ແກ້ວບຸນມີ ຫົວໜ້າການທະຫານ ຜູ້ຊີ້ນໍາໄພນໍ້າຖ້ວມ ໄດ້ໃຫ້ຮູ້ວ່າ: ປັດຈຸບັນກຳລັງພວກເຮົາໄດ້ຊ່ວຍປະຊາຊົນ ຈຳນວນ 12 ບ້ານ ຄື: ບ້ານທ່າພະ, ສິມມະໂນໃຕ້, ສິມມະໂນເໜືອ, ນາລ້ອງ, ຄວຍແດງ, ຫາດກັນຊາ, ດອນເກີດ, ຊຽງຄວນ, ສະຫວ່າງ, ທ່າເດື່ອ, ດອນເກີດ ແລະ ບ້ານທ່າພະ ເຊິ່ງການຊ່ວຍໃນຄັ້ງນີ້, ແມ່ນຊ່ວຍຂົົນເຄື່ອງ ແລະ ເອົາເປົາຊາຍສ້າງຄູກັນນ້ຳ. ສຳລັບຜົນເສຍຫາຍຍັງບໍ່ສາມາດປະເມີນໄດ້ ເພາະວ່ານ້ຳກຳລັງໄຫລເຂົ້າສວນບ່ອນທຳມາຫາກິນ ແລະ ເຮືອນຊານຂອງປະຊາຊົນ. ພ້ອມກັນນີ້, ປະຊາຊົນບ້ານຖິ່ນຕົມ ຍັງປະສານຂໍກຳລັງ ສ່ວນໜຶ່ງເພື່ອຊ່ວຍເຂົາເຈົ້າ ຕື່ມອີກ.

ຂ່າວ: ພັນຕີ ວີຊຽນ ສຸວັນນະສານ

KPL

ຂ່າວອື່ນໆ

    • ຮອງປະທານປະເທດ ລົງຕິດຕາມ ການເຝົ້າລະວັງໄພນ້ຳຖ້ວມຢ່າງໃນ ນວວັດທະນະທຳ-ສັງຄົມ

      ຮອງປະທານປະເທດ ລົງຕິດຕາມ ການເຝົ້າລະວັງໄພນ້ຳຖ້ວມຢ່າງໃນ ນວ

      9/13/2024 8:27:07 PM

      ຂປລ. ໃນຕອນບ່າຍວັນທີ 13 ກັນຍາ 2024 ນີ້, ທ່ານ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ລົງຕິດຕາມການເຝົ້າລະວັງໄພນ້ຳຖ້ວມຕາມຕົວເມືອງ ໃນນະຄອນຫລວງວຽງຈັນ(ນວ). ພ້ອມກັນນີ້, ກໍໄດ້ຖາມຂ່າວຄາວປະຊາຊົນ ທີ່ຢູ່ແຄມນ້ຳຂອງ ເຊິ່ງທີ່ປະລິມານນໍ້າ ໄດ້ໄຫລເຂົ້າຖ້ວມເຂດພື້ນທີ່ຕໍ່າ-ໃກ້ນໍ້າຂອງ ແລະ ບ້ານເຮືອນປະຊາຊົນຈຳນວນໜຶ່ງ, ພ້ອມແນະນຳໃຫ້ປະຊາຊົນ ຕິດຕາມລະດັບນໍ້າຢ່າງໃກ້ຊິດ ແລະ ກຽມພ້ອມຮັບມືຢ່າງທັນການ.

    • ນໍ້າຖ້ວມ ຢູ່ແຂວງຫລວງນໍ້າທາ  ເກີດຈາກອິດທິພົນຂອງພະຍຸຢາກິວັດທະນະທຳ-ສັງຄົມ

      ນໍ້າຖ້ວມ ຢູ່ແຂວງຫລວງນໍ້າທາ ເກີດຈາກອິດທິພົນຂອງພະຍຸຢາກິ

      9/13/2024 8:19:45 PM

      ຂປລ. ກົມຄຸ້ມຄອງຄວາມປອດໄພ ອຸດສາຫະກຳພະລັງງານ (ກປພ) ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຖະແຫລງຂ່າວ ກ່ຽວກັບນໍ້າຖ້ວມແຂວງຫລວງນໍ້າທາ ໃນວັນທີ 12 ກັນຍາ ຜ່ານມານີ້ວ່າ: ສະພາບນໍ້າຖ້ວມຢູ່ແຂວງຫລວງນໍ້າທາ ບໍ່ໄດ້ເກີດຈາກໂຄງການເຂື່ອນໄຟຟ້ານໍ້າທາ 3, ແຕ່ເກີດຈາກອິດທິພົນຂອງພະຍຸຢາກິ ເຮັດໃຫ້ເກີດມີຝົນຕົກໜັກ ຢູ່ທາງພາກເໜືອຂອງລາວ.

    • ທຫລ ຈັດເວທີສົນທະນາ “ການຊໍາລະດ້ວຍ QR Code ຂອງ ສປປ ລາວ”ວັດທະນະທຳ-ສັງຄົມ

      ທຫລ ຈັດເວທີສົນທະນາ “ການຊໍາລະດ້ວຍ QR Code ຂອງ ສປປ ລາວ”

      9/13/2024 8:06:13 PM

      ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດເວທີສົນທະນາ ພາຍໃຕ້ຫົວຂໍ້: “ການຊໍາລະດ້ວຍ QR Code ຂອງ ສປປ ລາວ” ໃນວັນທີ 13 ກັນຍາ 2024 ເພື່ອເປັນການແລກປ່ຽນ ແລະ ສ້າງຄວາມເຂົ້າໃຈໃນການຊໍາລະດ້ວຍ QR Code ຂອງ ສປປ ລາວ ໂດຍການເປັນ ປະທານຂອງ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທຫລ, ມີຄະນະກົມພາຍໃນທະນາຄານແຫ່ງ ສປປ ລາວ, ຜູ້ຕາງໜ້າຈາກກົມສື່ມວນຊົນ, ສະມາຄົມທະນາຄານລາວ, ບໍລິສັດ LAPNet, ທະນາຄານທຸລະກິດ, ສະຖາບັນການເງິນ, ຜູ້ໃຫ້ບໍລິການຊໍາລະເງິນ ທີ່ເປັນນິຕິບຸກຄົນເຂົ້າຮ່ວມ.

    • ແລກປ່ຽນຄໍາເຫັນຕໍ່ຮ່າງນິຕິກໍາ ທີ່ຕິດພັນກັບ ການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວວັດທະນະທຳ-ສັງຄົມ

      ແລກປ່ຽນຄໍາເຫັນຕໍ່ຮ່າງນິຕິກໍາ ທີ່ຕິດພັນກັບ ການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ

      9/13/2024 3:42:17 PM

      ຂປລ. ກອງປະຊຸມແລກປ່ຽນຄໍາເຫັນຕໍ່ຮ່າງນິຕິກໍາ ທີ່ຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ 2 ສະບັບ ຄື: ການນໍາໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ແລະ ການເປີດບັນຊີເງິນຝາກເປັນເງິນຕາຕ່າງປະເທດຢູ່ ສປປ ລາວ ຈັດຂຶ້ນໃນວັນທີ 13 ກັນຍາ 2024 ຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ໂດຍການເປັນປະທານຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ລົງນາມສໍາປະທານໂຄງການພະລັງງານ ແສງຕາເວັນເຊື່ອມຕໍ່ພາກເໜືອ ໄລຍະທີ Iວັດທະນະທຳ-ສັງຄົມ

      ລົງນາມສໍາປະທານໂຄງການພະລັງງານ ແສງຕາເວັນເຊື່ອມຕໍ່ພາກເໜືອ ໄລຍະທີ I

      9/13/2024 1:16:06 PM

      ຂປລ. ພິທີລົງນາມສັນຍາສໍາປະທານ ໂຄງການ ໄຟຟ້າພະລັງງານແສງຕາເວັນ 1.000 ເມກາວັດ ຢູ່ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ໄລຍະທີ I ຂອງໂຄງການຖານເຊື່ອມຕໍ່ ພະລັງງານສະອາດພາກເໜືອຂອງລາວ ລະຫວ່າງ ລັດຖະບານລາວ ແລະ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີ (ລາວ) ຈໍາກັດ ຈັດຂຶ້ນວັນທີ 12 ກັນຍາ 2024 ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ຟາງຮົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ads
ads

Top