ສສ ຫວຽດນາມ ພັດທະນາການຄ້າເອເລັກໂຕຣນິກ ໄວທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້

19/07/2024 18:37
Email Print 489
ຂປລ ບົດລາຍງານ ການຄ້າ ເອເລັກໂຕຣນິກ ອາຊີ ຕາເວັນອອກ ສ່ຽງໃຕ້ ຂອງອົງການ OpenGov Asia ໄດ້ປະ ກາດວ່າ: ສສ ຫວຽດນາມ ແລະ ໄທ ພົ້ນເດັ່ນຂຶ້ນ ແມ່ນ 2 ຕະຫລາດ ການຄ້າ ເອເລັກໂຕຣນິກ ມີການພັດທະນາ ໄວທີ່ສຸດ ຢູ່ອາຊີ ຕາເວັນອອກ ສ່ຽງໃຕ້(ອາຊຽນ).

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,ວັນທີ19 ກໍລະກົດນີ້, ບົດລາຍງານ ການຄ້າ ເອເລັກໂຕຣນິກ ອາຊີ ຕາເວັນອອກ ສ່ຽງໃຕ້ ຂອງອົງການ OpenGov Asia ໄດ້ປະກາດວ່າ: ສສ ຫວຽດນາມ ແລະ ໄທ ພົ້ນເດັ່ນຂຶ້ນ ແມ່ນ 2 ຕະຫລາດ ການຄ້າ ເອເລັກໂຕຣນິກ ມີການພັດທະນາ ໄວທີ່ສຸດ ຢູ່ອາຊີ ຕາເວັນອອກ ສ່ຽງໃຕ້(ອາຊຽນ). ບົດລາຍງານ ໄດ້ຍົກໃຫ້ເຫັນ ແຈ້ງເລື່ອງ ສສ ຫວຽດນາມ ລື່ນກາຍ ຟີລິບປິນ ກາຍເປັນ ຕະຫລາດ ການຄ້າ ເອເລັກໂຕຣນິກ ໃຫຍ່ອັນດັບທີ 3 ໃນພາກພື້ນ. ຕາມ OpenGov Asia ແລ້ວ, ປີ 2023, ຍອດມູນຄ່າ ສິນຄ້າ (GMV) ຂອງ 8 ພື້ນຖານ ການຄ້າ ເອເລັກໂຕຣນິກ ແຖວໜ້າ ອາຊີ ຕາເວັນອອກ ສ່ຽງໃຕ້ ບັນລຸ 114,6 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 15%ເມື່ອທຽບໃສ່ປີຕໍ່ປີ ໂດຍບໍ່ຫົວຊາຕໍ່ ບັນດາສິ່ງທ້າທາຍ ດ້ານເສດຖະກິດ ມະຫາພາກ, ຂົງເຂດ ການຄ້າເອເລັກໂຕຣນິກ ຢູ່ອາຊີ ຕາເວັນອອກ ສ່ຽງໃຕ້ ຍັງສະແດງ ໃຫ້ເຫັນ ການເຕີບໂຕ ຢ່າງຕໍ່ເນື່ອງ, ດ້ວຍ GMVໃນປີ 2024 ຄາດວ່າ ຈະເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ປີ 2020. ສສ ຫວຽດນາມ ແລະ ໄທ ນຳໜ້າ ໃນການເຕີບໂຕ, ດ້ວຍ GMV ເພີ່ມຂຶ້ນ ຕາມລຳດັບແມ່ນ 52,9% ແລະ 34,1% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2023. ຕະຫລາດ ການຄ້າເອເລັກໂຕຣນິກ ຫວຽດນາມ ມີອັດຕາເຕີບໂຕ ເປັນປົກກະຕິ ດ້ວຍລະດັບ ເຕີບໂຕ ຄິດໄລ່ ສະເລ່ຍ ແຕ່ລະປີ ລະດັບ 16% - 30% ໃນ4ປີ ຜ່ານມາ ເຊິ່ງແມ່ນລະດັບ ສູງທີ່ສຸດ ໃນໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top