ປະຊາຄົມການເມືອງເອີຣົບ ເນັ້ນໜັກໃສ່ຄວາມໝັ້ນຄົງຕາມເຂດຊາຍແດນ

19/07/2024 18:09
Email Print 442
ຂປລ ກອງປະຊຸມ ສຸດຍອດ ປະຊາຄົມ ການເມືອງ ເອີຣົບ (EPC) ຄັ້ງທີ 4 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ປະເທດ ອັງກິດ ຊຶ່ງໄດ້ເຕົ້າໂຮມ ການນຳ ເອີຣົບ ເກືອບ 50 ຄົນ ເພື່ອປຶກສາ ຫາລື ບັນດາ ສິ່ງທ້າທາຍ ຂອງທະວີບ.

        ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ກອງປະຊຸມ ສຸດຍອດ ປະຊາຄົມ ການເມືອງ ເອີຣົບ (EPC) ຄັ້ງທີ 4, ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ປະເທດ ອັງກິດ ຊຶ່ງໄດ້ເຕົ້າໂຮມ ການນຳ ເອີຣົບ ເກືອບ 50 ຄົນ ເພື່ອປຶກສາ ຫາລື ບັນດາ ສິ່ງທ້າທາຍ ຂອງທະວີບ.ໃນໂອກາດນີ້ ທ່ານ ເຄີດ ສະຕາເມີ(Keir Starmer),ນາຍົກລັດຖະມົນຕີ ອັງກິດ ໄດ້ກ່າວ ເນັ້ນໜັກວ່າ: ຄວາມໝັ້ນຄົງ ຢູ່ຕາມເຂດຊາຍແດນ ແມ່ນບັນຫາຈຸດສຸມ ສຳລັບ ອັງກິດ ໃນການສ້າງຕັ້ງ ການພົວພັນກັບ ສະຫະພາບ ເອີຣົບ (ອີຢູ) ຄືນໃໝ່. ດັ່ງນັ້ນ ເອີຣົບ ຕ້ອງສາມັກຄີກັນ ແລະ ມີການກະທຳ ຫລາຍກວ່າອີກ ເພື່ອປົກປັກຮັກສາ ເຂດຊາຍແດນ ຂອງທະວີບ ແລະ ກອງປະຊຸມ ຄັ້ງນີ້ ເພື່ອສ້າງທິດທາງ ບັນດາມາດຕະການແກ້ໄຂ ສຳລັບ ບັນຫາອົບພະຍົບ ຢ່າງຜິດກົດໝາຍ ຢູ່ພາກພື້ນ. ຂະນະທີ່ ບັນດາ ສິ່ງທ້າທາຍທີ່ ສັບສົນເຊິ່ງ ເອີຣົບ ພວມປະເຊີນໜ້າ ແມ່ນບໍ່ສາມາດແກ້ໄຂ ແບບຕ່າງຫາກໄດ້ ແລະ ບັນດາ ປະເທດ ຕ້ອງຮ່ວມມືກັນ ເພື່ອຍົກອອກ ມາດຕະການແກ້ໄຂ. ນອກນັ້ນ, ກອງປະຊຸມ ຍັງປຶກສາຫາລື ບັນຫາປະຊາທິປະໄຕ ແລະ ຄວາມໝັ້ນຄົງ ດ້ານພະລັງງານ ຂອງທະວີບ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top