ຕະຫລອດໄລຍະ 69 ປີ ເອື້ອຍນ້ອງ ແມ່ຍິງ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

18/07/2024 14:30
Email Print 541
ຂປລ ຂປລ. ຕະຫລອດ 69 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງແມ່ຍິງລາວ ພາຍໃຕ້ການນຳພາຂອງພັກ, ລັດຖະບານ ກໍຄື ອົງການຈັດຕັ້ງສະຫະພັນແມ່ຍິງລາວ, ເອື້ອຍນ້ອງແມ່ຍິງ ໃນຂອບເຂດທົ່ວປະເທດ ໄດ້ຮັບການພັດທະນາຕໍ່ເນື່ອງ ແລະ ເຂັ້ມແຂງຮອບດ້ານ.



ຂປລ. ຕະຫລອດ
69 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງແມ່ຍິງລາວ ພາຍໃຕ້ການນຳພາຂອງພັກ, ລັດຖະບານ ກໍຄື ອົງການຈັດຕັ້ງສະຫະພັນແມ່ຍິງລາວ, ເອື້ອຍນ້ອງແມ່ຍິງ ໃນຂອບເຂດທົ່ວປະເທດ ໄດ້ຮັບການພັດທະນາຕໍ່ເນື່ອງ ແລະ ເຂັ້ມແຂງຮອບດ້ານ. ​ໃນໄລຍະຕໍ່ສູ້ປົດປ່ອຍຊາດ ຕ້ານຈັກກະພັດຜູ້ຮຸກຮານ ມາເຖິງໃນໄລຍະສ້າງສາ ພັດທະນາປະເທດຊາດ ໃນປັດຈຸບັນ, ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ຍາມໃດກໍຄຽງບ່າຄຽງໄຫລ່ ຮ່ວມກັບອ້າຍນ້ອງຊາຍ ໃນການປະຕິບັດວຽກງານ ທີ່ຕົນເອງຮັບຜິດຊອບ ດ້ວຍນໍ້າໃຈຮັກຊາດອັນສູງສົ່ງ ເຊິ່ງເຫັນໄດ້ມີຜົນງານ ອັນອັນໂດດເດັ່ນ ແລະ ໃຫຍ່ຫລວງ, ຫລາຍທ່ານກາຍເປັນນັກຮົບ ແຂ່ງຂັນ ແລະ ວິລະຊົນແຫ່ງຊາດ.

ທ່ານ ອຸລຸນໄຊ ສູນນະລາດ ເຈົ້າແຂວງແຂວງຈຳປາສັກ ໄດ້ໃຫ້ສຳພາດເມື່ອບໍ່ດົນມານນີ້ວ່າ: ພາຍໃຕ້ການນໍາພາຂອງພັກ ເອື້ອຍນ້ອງແມ່ຍິງ ມີສິດສະເໝີພາບສູງຂຶ້ນ, ​ໃນຂະນະດຽວກັນ ເອື້ອຍນ້ອງແມ່ຍິງ ກໍມີພັນທະຫລາຍຂຶ້ນ ຖ້າທຽບໃສ່ເອື້ອຍນ້ອງແມ່ຍິງ ກ່ອນມີການນຳພາຂອງພັກ, ແມ່ຍິງສະໄໝນັ້ນໄດ້ຖືກກົດ​ຂີ່ຂູດຮີດບໍ່ໜ້ອຍ ຍ້ອນຮີດຄອງປະເພນີທີ່ບໍ່ສອດຄ່ອງ ແລະ ຍ້ອນການປົກຄອງໃນເວລານັ້ນ ເຮັດໃຫ້ແມ່ຍິງມີຂໍ້ຈຳກັດຫລາຍຢ່າງ ເປັນຕົ້ນ ແມ່ຍິງຕ້ອງເປັນແມ່ເຮືອນແມ່ຊານ, ຜົວເປັນຊ້າງທ້າວໜ້າ ສ່ວນເມຍເປັນຊ້າງທ້າວຫລັງ. ນອກນັ້ນ, ຍັງມີຄວາມເຊື້ອວ່າ ແມ່ຍິງບໍ່ສາມາດຫາເງິນໄດ້, ຕ້ອງເຝົ້າແຕ່ເຮືອນ. ​ແຕ່ພາຍຫລັງທີ່​ມີພັກນຳພາ ເອື້ອຍນ້ອງແມ່ຍິງ ໄດ້ປະກອບສ່ວນເຂົ້າໃນວຽກງານຕ່າງໆ ມາ​ຮອດປັດຈຸບັນ, ແມ່ຍິງໄດ້ ກາຍເປັນ ການນຳຫລາຍຂຶ້ນ, ກາຍເປັນກົມການເມືອງ, ຮອງປະທານປະເທດ, ລັດຖະມົນຕີ, ເຈົ້າເມືອງ, ເປັນນາຍທະຫານ, ເປັນນັກການທູດ, ເປັນນັກບໍລິຫານ, ແມ່ຍິງໄດ້ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ. ສະເພາະ ແຂວງຈຳປາສັກ ເຫັນວ່າ ແມ່ຍິງ ໄດ້ດຳລົງຕຳແໜ່ງເປັນຄະນະປະຈຳ, ຄະນະພັກ, ເຈົ້າເມືອງ ​ເຊິ່ງ​ໄດ້ສ່ອງແສງໃຫ້ເຫັນວ່າ ເອື້ອຍນ້ອງແມ່ຍິງ ລ້ວມແລ້ວແຕ່ມີຄວາມຮູ້, ຄວາມສາມາດ, ແມ່ຍິງໃນຍຸກປັດຈຸບັນ ຍັງມີຄວາມອົບອຸ່ນຂຶ້ນ, ແມ່ຍິງມີຄວາມສົດໃສຂຶ້ນ, ແມ່ຍິງມີສິດເສລີພາບສູງຂຶ້ນ, ແມ່ຍິງມີບົດບາດ ຫລາຍຂຶ້ນ ບໍ່ວ່າຈະເປັນບົດບາດໃນເວທີພາຍໃນ ຫລື ເວທີສາກົນ.

​ໂອກາດ​ນີ້, ທ່ານ ອຸລຸນໄຊ ສູນນະລາດ  ຍັງຝາກເຖິງ ເອື້ອຍນ້ອງແມ່ຍິງລາວ ໃນຂອບເຂດທົ່ວປະເທດ  ຈົ່ງຮັກສາມູນເຊື້ອອັນດີງາມຂອງຕົນ ຄືກັບຮັກສາແກ້ວຕາຂອງຕົນ ໂດຍສະເພາະ ຄວາມເປັນແມ່ຍິງລາວ ໃນການນຸ່ງສິ້ນທີ່ເປັນເອກະລັກ, ໃຫ້ສືບຕໍ່ຮັກສາ ແລະ ອະນຸລັກໄວ້ ໂດຍສະເພາະແມ່ຍິງຮຸ່ນໜຸ່ມ, ແມ່ຍິງຕ້ອງເຊື້ອໝັ້ນ ຕໍ່ການນຳພາຂອງພັກ, ເຄົາລົບ ແລະ ປະຕິບັດກົດໝາຍ, ເຂົ້າຮ່ວມໃນການປະຕິບັດ ສິດເອກະລາດເປັນເຈົ້າຕົນເອງ ເນື່ອງຈາກແມ່ຍິງໄດ້ມີບົດບາດຫລາຍ ຢູ່ໃນຄົວເຮືອນ ໃນການສ້າງເສດຖະກິດຄອບຄົວ.

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ຫາລືແກ້ໄຂຂໍ້ຄົງຄ້າງວຽກປະຕິບັດຄໍາຕັດສິນຂອງສານການເມືອງ

      ຫາລືແກ້ໄຂຂໍ້ຄົງຄ້າງວຽກປະຕິບັດຄໍາຕັດສິນຂອງສານ

      9/3/2024 2:05:51 PM

      ຂປລ. ເມື່ອບໍ່ດົນມານີ້, ກະຊວງຍຸຕິທໍາ ຈັດກອງປະຊຸມປຶກສາຫາລືແກ້ໄຂຂໍ້ຄົງຄ້າງ ວຽກງານປະຕິບັດຄໍາຕັດສິນຂອງສານ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ, ມີຫົວໜ້າກົມຄຸ້ມຄອງ ການປະຕິບັດຄໍາຕັດສີນຂອງສານ, ຫົວໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງ, ພ້ອມດ້ວຍພະນັກງານ ປະຕິບັດຄໍາຕັດສີນຂອງສານ ທົ່ວນະຄອນຫລວງວຽງຈັນ ເຂົ້າຮ່ວມ ແລະ ຮັບຟັງການລາຍງານ ສະພາບການເຄື່ອນໄຫວ ວຽກງານການປະຕິບັດຄໍາຕັດສິນຂອງສານ ຢູ່ນະຄອນຫລວງວຽງຈັນ

    • ຍົກລະດັບທັກສະການບັນຊາກອງປະຊຸມ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງການເມືອງ

      ຍົກລະດັບທັກສະການບັນຊາກອງປະຊຸມ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

      9/3/2024 1:33:49 PM

      ຂປລ.ຊຸດຝຶກອົບຮົມທັກສະໃນການບັນຊາກອງປະຊຸມ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ 10 ແຂວງຄື: ຫົວພັນ, ຊຽງຂວາງ, ວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ແລະ ແຂວງໄຊສົມບູນ ຈັດຂຶ້ນໃນວັນທີ 2-3 ກັນຍາ 2024 ຢູ່ແຂວງບໍລິຄໍາໄຊ

    • ໂທລະເລກອວຍພອນວັນຊາດ ຫວຽດນາມ ຄົບຮອບ 79 ປີການເມືອງ

      ໂທລະເລກອວຍພອນວັນຊາດ ຫວຽດນາມ ຄົບຮອບ 79 ປີ

      9/2/2024 3:11:06 PM

      ຂປລ. ວັນ​ທີ 1 ກັນຍາ 2024 ນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​ເຖິງ ສະຫາຍ ບຸຍ ແທັງ ເຊີນ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ ໃນໂອກາດສະເຫລີມສະຫລອງ ວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ

    • ການນໍາຂັ້ນສູງຂອງລາວ ອວຍພອນ ວັນຊາດ ຫວຽດນາມ ຄົບຮອບ 79 ປີ 	ການເມືອງ

      ການນໍາຂັ້ນສູງຂອງລາວ ອວຍພອນ ວັນຊາດ ຫວຽດນາມ ຄົບຮອບ 79 ປີ

      9/2/2024 3:05:01 PM

      ຂປລ. ວັນ​ທີ 1 ກັນຍາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດສັງຄົມນິຍົມຫວຽດນາມ, ສະຫາຍ ເຈິ່ນ ແທັງ ເມີ້ນ ປະທານສະພາແຫ່ງຊາດແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ.

    • ມອບຫລຽນກາລະນຶກ ວັນສ້າງຕັ້ງຄະນະຊາວໝຸ່ມ ປະຊາຊົນປະຕິວັດລາວ ແລະ ປະຖະກະຖາ 2 ວັນສຳຄັນການເມືອງ

      ມອບຫລຽນກາລະນຶກ ວັນສ້າງຕັ້ງຄະນະຊາວໝຸ່ມ ປະຊາຊົນປະຕິວັດລາວ ແລະ ປະຖະກະຖາ 2 ວັນສຳຄັນ

      8/30/2024 4:25:46 PM

      ຂປລ. ຫ້ອງການຊາວໝຸ່ມກອງທັບ ຈັດພິທີມອບຫລຽນກາລະນຶກວັນສ້າງຕັ້ງ ຄະນະຊາວໝຸ່ມປະຊາຊົນປະຕິວັດລາວຄົບຮອບ 65 ປີ ແລະ ປາຖະກະຖາ 2 ວັນປະສາດຄື: ວັນຢຶດອໍານາດທົ່ວປະເທດ ຄົບຮອບ 49 ປີ, (23 ສິງຫາ 1955-23 ສິງຫາ 2024), ວັນລັດຖະທຳມະມູນແຫ່ງ ສປປ ລາວ ຄົບຮອບ 33 ປີ (15 ສິງຫາ 1991-15 ສິງຫາ 2024) ໃນວັນທີ 30 ສິງຫາ 2024

ads
ads

Top