ຊົມເຊີຍຜົນສຳເລັດ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃນໄລຍະໃໝ່

13/07/2024 17:14
Email Print 756
ຂປລ *ການເດີນທາງຢ້ຽມຢາມທາງລັດຖະກິດຂອງສະຫາຍ ໂຕ ເລິມປະທານປະເທດ ແຫ່ງ ສາທາ ລະ ນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເປັນການເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.


*ການເດີນທາງຢ້ຽມຢາມທາງລັດຖະກິດຂອງສະຫາຍ ໂຕ ເລິມປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເປັນການເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ໃນພິທີພົບປະຂອງການຂັ້ນສູງ ລາວ-ຫວຽດນາມ ສະຫາຍ ທອງລຸນ ສີສຸລິດ ໄດ້ຕີລາຄາສູງທີ່ ສະຫາຍ ໂຕ ເລິມ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດ ໃນການເຄື່ອນໄຫວຕ່າງປະເທດຂອງຕົນ ໃນຕຳແໜ່ງປະທານປະເທດ, ອັນໄດ້ສະແດງໃຫ້ເຫັນເຖິງການຖືສໍາຄັນ ຂອງພັກ-ລັັດ ຫວຽດນາມ ທີ່ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ. ພ້ອມນີ້, ສອງຝ່າຍໄດ້ເຫັນດີ ເປັນເອກະພາບຕີລາຄາສູງຕໍ່ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ, ການຈັດຕັ້ງປະຕິບັດບັນດາໂຄງການ ຮ່ວມມື ແລະ ຂໍ້ຕົກລົງຮ່ວມມືສອງຝ່າຍ ໃນທຸກໆດ້ານ ໃນ ໄລຍະຜ່ານມາ ກໍຄື ຜົນຂອງ ກອງ ປະຊຸມ ລະຫວ່າງສອງລັດຖະບານ ທີ່ໄດ້ເປັນເອກະພາບຮ່ວມກັນ,  ສະແດງອອກຄື: ການຮ່ວມມືທາງດ້ານການເມືອງ ແລະ ການຕ່າງປະເທດ ສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ ແລະ ນັບ ມື້ມີຄວາມໃກ້ຊິດສະໜິດສະໜົມ ສ້າງໄດ້ ຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ ໃນລະດັບສູງ, ມີການໄປມາ ແລະ ພົບປະລະຫວ່າງການນໍາຂັ້ນສູງ ແລະ ທຸກລະດັບເປັນປົກກະຕິ; ການຮ່ວມມືດ້ານປ້ອງກັນຊາດ- ປ້ອງກັນ ຄວາມສະຫງົບ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ມີປະສິດທິພາບ ດ້ວຍຫລາຍຮູບການ ແລະ ວິທີການຕ່າງໆ ທີ່ແໜ້ນແຟ້ນ, ມີຄວາມໃກ້ຊິດ ເພື່ອຮັບມືກັບສະພາບການ ໃໝ່ທີ່ນັບ ມື້ນັບຜັນແປຢ່າງສະຫລັບສັບ ຊ້ອນ ແລະ ຮັກສາໄດ້ຊາຍແດນ ລາວ-ຫວຽດນາມ ໃຫ້ກາຍເປັນຊາຍ ແດນແຫ່ງ ສັນຕິພາບ ແລະ ພັດທະນາແບບຍືນຍົງ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ, ການທ່ອງທ່ຽວ ແລະ ອື່ນໆ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ນໍາເອົາຜົນ ປະໂຫຍດຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ເປັນຢ່າງດີ; ການພົວພັນຮ່ວມມື ລະຫວ່າງບັນດາກະຊວງ, ຂະແໜງ ການ ແລະ ທ້ອງຖິ່ນ ລວມເຖິງອົງການຈັດຕັ້ງມະຫາຊົນ ແລະ ລະຫວ່າງ ປະຊາຊົນກັບປະ ຊາຊົນ ກໍນັບມື້ນັບໃກ້ຊິດສະໜິດສະໜົມ ແລະ ມີປະສິດຜົນ. ພ້ອມນີ້, ສອງຝ່າຍ ໄດ້ຮ່ວມກັນວາງທິດທາງ ແຜນການຮ່ວມມືໃນ ຕໍ່ໜ້າ​ເຊິ່ງສອງຝ່າຍ ໄດ້ເຫັນດີເປັນເອກະພາບສືບຕໍ່ ໃນການເພີ່ມທະວີ ແລະ ຮັດແໜ້ນປະສານສົມທົບ ກັນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍ ການຮ່ວມມືຮອບດ້ານ ໃນທຸກຂົງເຂດວຽກງານ ເປັນຕົ້ນ ການຮ່ວມມື ທາງດ້ານການ ເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການ ເຊື່ອມຈອດດ້ານພື້ນຖານໂຄງລ່າງ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ, ການທ່ອງທ່ຽວ ແລະ ອື່ນໆ.

ຜົນສໍາເລັດຂອງການຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ຂອງສະຫາຍ ໂຕ ເລິມ ຄັ້ງນີ້ ຈະປະກອບສ່ວນອັນສຳຄັນເຂົ້າ ໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມອ້າຍນ້ອງ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ມີຄວາມແໜ້ນເເຟ້ນ ຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.




KPL

ຂ່າວອື່ນໆ

    • ຫາລືແກ້ໄຂຂໍ້ຄົງຄ້າງວຽກປະຕິບັດຄໍາຕັດສິນຂອງສານການເມືອງ

      ຫາລືແກ້ໄຂຂໍ້ຄົງຄ້າງວຽກປະຕິບັດຄໍາຕັດສິນຂອງສານ

      9/3/2024 2:05:51 PM

      ຂປລ. ເມື່ອບໍ່ດົນມານີ້, ກະຊວງຍຸຕິທໍາ ຈັດກອງປະຊຸມປຶກສາຫາລືແກ້ໄຂຂໍ້ຄົງຄ້າງ ວຽກງານປະຕິບັດຄໍາຕັດສິນຂອງສານ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ, ມີຫົວໜ້າກົມຄຸ້ມຄອງ ການປະຕິບັດຄໍາຕັດສີນຂອງສານ, ຫົວໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງ, ພ້ອມດ້ວຍພະນັກງານ ປະຕິບັດຄໍາຕັດສີນຂອງສານ ທົ່ວນະຄອນຫລວງວຽງຈັນ ເຂົ້າຮ່ວມ ແລະ ຮັບຟັງການລາຍງານ ສະພາບການເຄື່ອນໄຫວ ວຽກງານການປະຕິບັດຄໍາຕັດສິນຂອງສານ ຢູ່ນະຄອນຫລວງວຽງຈັນ

    • ຍົກລະດັບທັກສະການບັນຊາກອງປະຊຸມ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງການເມືອງ

      ຍົກລະດັບທັກສະການບັນຊາກອງປະຊຸມ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

      9/3/2024 1:33:49 PM

      ຂປລ.ຊຸດຝຶກອົບຮົມທັກສະໃນການບັນຊາກອງປະຊຸມ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ 10 ແຂວງຄື: ຫົວພັນ, ຊຽງຂວາງ, ວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ແລະ ແຂວງໄຊສົມບູນ ຈັດຂຶ້ນໃນວັນທີ 2-3 ກັນຍາ 2024 ຢູ່ແຂວງບໍລິຄໍາໄຊ

    • ໂທລະເລກອວຍພອນວັນຊາດ ຫວຽດນາມ ຄົບຮອບ 79 ປີການເມືອງ

      ໂທລະເລກອວຍພອນວັນຊາດ ຫວຽດນາມ ຄົບຮອບ 79 ປີ

      9/2/2024 3:11:06 PM

      ຂປລ. ວັນ​ທີ 1 ກັນຍາ 2024 ນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​ເຖິງ ສະຫາຍ ບຸຍ ແທັງ ເຊີນ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ ໃນໂອກາດສະເຫລີມສະຫລອງ ວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ

    • ການນໍາຂັ້ນສູງຂອງລາວ ອວຍພອນ ວັນຊາດ ຫວຽດນາມ ຄົບຮອບ 79 ປີ 	ການເມືອງ

      ການນໍາຂັ້ນສູງຂອງລາວ ອວຍພອນ ວັນຊາດ ຫວຽດນາມ ຄົບຮອບ 79 ປີ

      9/2/2024 3:05:01 PM

      ຂປລ. ວັນ​ທີ 1 ກັນຍາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດສັງຄົມນິຍົມຫວຽດນາມ, ສະຫາຍ ເຈິ່ນ ແທັງ ເມີ້ນ ປະທານສະພາແຫ່ງຊາດແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ.

    • ມອບຫລຽນກາລະນຶກ ວັນສ້າງຕັ້ງຄະນະຊາວໝຸ່ມ ປະຊາຊົນປະຕິວັດລາວ ແລະ ປະຖະກະຖາ 2 ວັນສຳຄັນການເມືອງ

      ມອບຫລຽນກາລະນຶກ ວັນສ້າງຕັ້ງຄະນະຊາວໝຸ່ມ ປະຊາຊົນປະຕິວັດລາວ ແລະ ປະຖະກະຖາ 2 ວັນສຳຄັນ

      8/30/2024 4:25:46 PM

      ຂປລ. ຫ້ອງການຊາວໝຸ່ມກອງທັບ ຈັດພິທີມອບຫລຽນກາລະນຶກວັນສ້າງຕັ້ງ ຄະນະຊາວໝຸ່ມປະຊາຊົນປະຕິວັດລາວຄົບຮອບ 65 ປີ ແລະ ປາຖະກະຖາ 2 ວັນປະສາດຄື: ວັນຢຶດອໍານາດທົ່ວປະເທດ ຄົບຮອບ 49 ປີ, (23 ສິງຫາ 1955-23 ສິງຫາ 2024), ວັນລັດຖະທຳມະມູນແຫ່ງ ສປປ ລາວ ຄົບຮອບ 33 ປີ (15 ສິງຫາ 1991-15 ສິງຫາ 2024) ໃນວັນທີ 30 ສິງຫາ 2024

ads
ads

Top