ການເລືອກຕັ້ງຢູ່ ສ.ອາເມລິກາ ພວມດຳເນີນໄປຢ່າງຟົດຟື້ນ

19/07/2024 18:28
Email Print 472
ຂປລ ຕາມການສຳຫລວດ ຄັ້ງຫລ້າສຸດ ຢູ່ ສ.ອາເມລິກາ ດ້ວຍການເຂົ້າຮ່ວມ ຂອງຜູ້ມີສິດ ເລືອກຕັ້ງ 2.000 ຄົນ ໄດ້ຈົດທະບຽນ ໄດ້ຊີ້ໃຫ້ເຫັນວ່າ: ຜູ້ອອກສະໝັກ ຮັບເລືອກຕັ້ງ ຂອງພັກສາທາລະນະ ນຳໂດນ ທ່ານ ໂດນັນທຣຳ(Donald Trump) ພວມນຳໜ້າ ທ່ານ ໂຈ ໄບເດັນ(Joe Biden),ປະທານາທິບໍດີ ສ.ອາເມລິກາ ກ່ຽວກັບ ອັດຕາ ສະໜັບ ສະໜູນຢູ່ 7 ລັດສຳຄັນ ກໍຄື ໃນທົ່ວປະເທດ

       ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ຕາມການສຳຫລວດ ຄັ້ງຫລ້າສຸດ ຢູ່ ສ.ອາເມລິກາ ດ້ວຍການເຂົ້າຮ່ວມ ຂອງຜູ້ມີສິດ ເລືອກຕັ້ງ 2.000 ຄົນ ໄດ້ຈົດທະບຽນ ໄດ້ຊີ້ໃຫ້ເຫັນວ່າ: ຜູ້ອອກສະໝັກ ຮັບເລືອກຕັ້ງ ຂອງພັກສາທາລະນະ ນຳໂດນ ທ່ານ ໂດນັນທຣຳ(Donald Trump) ພວມນຳໜ້າ ທ່ານ ໂຈ ໄບເດັນ(Joe Biden),ປະທານາທິບໍດີ ສ.ອາເມລິກາ ກ່ຽວກັບ ອັດຕາ ສະໜັບ ສະໜູນຢູ່ 7 ລັດສຳຄັນ ກໍຄື ໃນທົ່ວປະເທດ ຫລັງຈາກ ໝາກ ຜົນການສຳຫລວດ ຂອງມະຫາວິທະຍາໄລ Emerson ປະກາດ ໃນວັນທີ 18 ກໍລະກົດວ່າ: 46% ຈຳນວນ ຜູ້ມີສິດເລືອກຕັ້ງ ໄດ້ຈົດທະບຽນ ສະໜັບ ສະໜູນ ຜູ້ອອກສະໝັກ ຮັກເລືອກຕັ້ງ Donald Trump ແລະ 42% ຈຳນວນຜູ້ມີສິດເລືອກຕັ້ງ ສະໜັບສະໜູນ ທ່ານ Joe Biden ປະທານາທິບໍດີ, ໃນຂະນະທີ່ 12% ຈຳນວນຜູ້ມີສິດເລືອກຕັ້ງ ຍັງບໍ່ທັນ ຈົດທະບຽນ ເລືອກທ່ານໃດ.ການສຳຫລວດ ໄດ້ປະຕິບັດ ພາຍຫລັງ ທ່ານ Donald Trump ລອດຊີວິດ ໄດ້ຈາກໃນການລອບສັງຫານ ໃນເວລາຂົນຂວາຍ ການຫາສຽງ ເລືອກຕັ້ງ ຢູ່ລັດ ເພັນຊີວາເນຍ( Pennsylvania) ໃນວັນທີ 13 ກໍລະກົດນິີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top