ທະນາຄານພັດທະນາອາຊີ ປັບເພີ່ມຄາດໝາຍຕໍ່ການພັດທະນາເສດຖະກິດພາກພື້ນອາຊີປາຊິຟິກ

19/07/2024 18:46
Email Print 489
ຂປລ ທະນາຄານ ພັດທະນາ ອາຊີ ປະກາດ “ບົດລາຍງານ ການຄາດຄະເນ ການພັດທະນາ ອາຊີ ປີ2024 (ສະບັບ ເດືອນກໍລະກົດ) ໂດຍໄດ້ປັບອັດຕາ ການເຕີບໂຕ ທາງເສດຖະກິດ ຂອງກຸ່ມ ເສດຖະກິດ ພວມພັດທະນາ ໃນອາຊີ ຈາກ 4,9% ທີ່ຄາດໝາຍໄວ້ ໃນເມື່ອກ່ອນ ໃຫ້ເພີ່ມຂຶ້ນເປັນ 5%.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ທະນາຄານ ພັດທະນາ ອາຊີ ປະກາດບົດລາຍງານ ການຄາດຄະເນ ການພັດທະນາ ອາຊີ ປີ2024 (ສະບັບ ເດືອນກໍລະກົດ) ໂດຍໄດ້ປັບອັດຕາ ການເຕີບໂຕ ທາງເສດຖະກິດ ຂອງກຸ່ມ ເສດຖະກິດ ພວມພັດທະນາ ໃນອາຊີ ຈາກ 4,9% ທີ່ຄາດໝາຍໄວ້ ໃນເມື່ອກ່ອນ ໃຫ້ເພີ່ມຂຶ້ນເປັນ 5%. ສ່ວນການຄາດໝາຍ ຕໍ່ອັດຕາການເຕີບໂຕ ທາງເສດຖະກິດ ໃນປີ2025 ແມ່ນຈະຮັກສາ ຢູ່ໃນລະດັບ 4,9% ຄືເກົ່າ.ໃນນັ້ນ,ທະນາຄານ ພັດທະນາອາຊີ ໄດ້ຮັກສາຕົວເລກ ຄາດໝາຍ ຕໍ່ການເຕີບໂຕ ທາງເສດຖະກິດ ຂອງ ສປ ຈີນ ບໍ່ໄດ້ປ່ຽນແປງ ປີ2024 ຄາດວ່າ ຈະເຕີບໂຕ 4,8% ແລະ ປີ2025 ແມ່ນ 4,5%.ຂະນະທີ່ ກຸ່ມເສດຖະກິດ ພວມພັດທະນາ ໃນອາຊີ ສຳລັບ ອັດຕາເງິນເຟີ້ ໃນປີ2024 ຈາກ 3,2% ທີ່ຄາດຄະເນ ໃນເດືອນເມສາ ໄດ້ຫລຸດລົງ ເປັນ 2,9%, ປີ2025 ແມ່ນຮັກສາ ໃນລະດັບ 3% ຄືເກົ່າ. ທະນາຄານ ພັດທະນາອາຊີ ແມ່ນທະນາຄານ ພັດທະນາ ຫລາຍຝ່າຍ ທີ່ສຸມໃສ່ ການພັດທະນາ ຂອງພາກພື້ນ ອາຊີ ປາຊິຟິກ, ສ້າງຕັ້ງຂຶ້ນ ເມື່ອປີ1966, ສຳນັກງານໃຫຍ່ ຕັ້ງຢູ່ນະຄອນຫລວງ ມານີລາ ຂອງຟິລິບປິນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top