ຈຳນວນຜູ້ໂດຍສານທາງການບິນທົ່ວໂລກ ຈະເພີ່ມຂຶ້ນທົບ 2 ເທົ່າ

19/07/2024 18:16
Email Print 404
ຂປລ ສະຫະ ສະມາຄົມ ຂົນສົ່ງ ການບິນ ສາກົນ (IATA) ໃຫ້ຮູ້ວ່າ: ບັນດາ ບໍລິສັດ ການບິນ ຄາດຄະເນ ຈຳນວນ ຜູ້ໂດຍສານ ໃນຮອບ ເວລາ 2 ທົດສະວັດ ຈະມາເຖິງ ຈະເພີ່ມຂຶ້ນທົບ 2 ເທົ່າ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ເມື່ອບໍ່ດົນມານີ້, ສະຫະ ສະມາຄົມ ຂົນສົ່ງ ການບິນ ສາກົນ (IATA) ໃຫ້ຮູ້ວ່າ: ບັນດາ ບໍລິສັດ ການບິນ ຄາດຄະເນ ຈຳນວນ ຜູ້ໂດຍສານ ໃນຮອບ ເວລາ 2 ທົດສະວັດ ຈະມາເຖິງ ຈະເພີ່ມຂຶ້ນທົບ 2 ເທົ່າ. ນຳໜ້າ ແມ່ນການເຕີບໂຕ ຂອງບັນດາຕະຫລາດ ຫາກໍພົ້ນເດັ່ນຄື: ອາຊີ - ປາຊີຟິກ ແລະ ຕາເວັນອອກກາງ. ໃນບົດລາຍງານ ອັບເດັດຫລ້າສຸດ, IATA ຄາດຄະເນວ່າ, ຈຳນວນຜູ້ໂດຍສານ ຈະເພີ່ມຂຶ້ນ ສະເລ່ຍ 3,6% ໃນແຕ່ລະປີ ຮອດປີ 2043. ສະເພາະ ໃນປີ 2024, ລະດັບ ເຕີບໂຕ ໄດ້ຮັບການຄາດຄະເນວ່າ ບັນລຸ 9,7%. ພາກພື້ນ ອາຊີ - ປາຊີຟິກ ຈະນຳໜ້າ ດ້ວຍລະດັບ ເຕີບໂຕ ສະເລ່ຍ 4,8%, ເປັນຕົ້ນ ແມ່ນບັນດາ ປະເທດ, ຄື: ອິນເດຍ (6,9%), ສປ ຈີນ (5,8%), ໄທ ແລະ ສສ ຫວຽດນາມ (ແຕ່ລະປະເທດ ເພີ່ມຂຶ້ນ 6,4%)./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top