ກຽມສະຫລອງ 3 ວັນປະຫວັດສາດ ໃນປີ 2025 ບົນຈິດໃຈປະຢັດມັດທະຍັດ-ຖືເອົາເນື້ອໃນເປັນຕົ້ນຕໍ

19/07/2024 12:51
Email Print 466
ຂປລ ຂປລ. ສປປ ລາວ ກຽມສະເຫລີມສະຫລອງ 3 ວັນປະຫວັດສາດ ໃນປີ 2025 ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 105 ປີ ບົນຈິດໃຈປະຢັດມັດທະຍັດ ແລະ ຖືເອົາເນື້ອໃນເປັນຕົ້ນຕໍ.



ຂປລ. ສປປ ລາວ ກຽມສະເຫລີມສະຫລອງ 3 ວັນປະຫວັດສາດ ໃນປີ 2025 ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 105 ປີ ບົນຈິດໃຈປະຢັດມັດທະຍັດ ແລະ ຖືເອົາເນື້ອໃນເປັນຕົ້ນຕໍ.

ວັນທີ 18 ກໍລະກົດ 2024 ນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຕາງໜ້າຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫລີມສະຫລອງ ສາມວັນປະຫວັດສາດ ດັ່ງກ່າວ ໂດຍທ່ານໄດ້ໃຫ້ຮູ້ວ່າ: ປີ 2025 ເປັນປີທີ່ມີຄວາມ ໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະ ກອບອາວຸດ ແລະ ປວງຊົນລາວທັງຊາດ ເຊິ່ງພວກເຮົາຈະໄດ້ພ້ອມກັນ ສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 105 ປີ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ມີຜົນສໍາເລັດຢ່າງຈົບງາມ. ພ້ອມກັນນັ້ນ,  ປີ 2025 ກໍເປັນປີມ້ວນທ້າຍແຫ່ງ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ IX ໃນສະພາບແວດລ້ອມຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສັບສົນ, ໄວວາ ແລະ ຄາດຄະເນໄດ້ຍາກ ເຊິ່ງໄດ້ສົ່ງຜົນກະທົບຫລາຍດ້ານ ຕໍ່ປະເທດພວກເຮົາ, ຢູ່ພາຍໃນປະເທດພວກເຮົາ ກໍຜະເຊີນໜ້າກັບ ສິ່ງທ້າທາຍໃຫຍ່ຫລວງ ຫລາຍປະການ. ດັ່ງນັ້ນ, ເພື່ອເຮັດໃຫ້ການກະກຽມ ສະເຫລີມສະຫລອງ ສາມວັນປະຫວັດສາດດັ່ງກ່າວ ມີເນື້ອໃນເລິກເຊິ່ງ, ມີຮູບການທີ່ເໝາະສົມ ແລະ ທັນກັບກຳນົດເວລາ ຈຶ່ງມີຄວາມຈໍາເປັນຕ້ອງມີ ການຊີ້ນໍາ-ນໍາພາຢ່າງໃກ້ຊິດແທດເຖິງ, ຕ້ອງກະກຽມແຕ່ລະດ້ານໃຫ້ລະອຽດ, ທັງປຸກ ລະດົມຂະບວນການແຂ່ງຂັນ ຮັກຊາດພັດທະນາ ໃນທົ່ວປະເທດໃຫ້ຟົດຟື້ນ, ແຂງແຮງ, ສ້າງທ່ວງທ່າໃໝ່ ກ້າວເຂົ້າສູ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດ້ວຍຜົນສໍາເລັດອັນໃຫຍ່ຫລວງ.

ການສະເຫລີມສະຫລອງ ສາມວັນປະຫວັດສາດດັ່ງກ່າວ, ຕ້ອງຮັບປະກັນບັນລຸໃຫ້ໄດ້ ຈຸດປະສົງ-ລະດັບຄາດໝາຍ ດັ່ງນີ້: ຫວນຄືນມູນເຊື້ອແຫ່ງການກໍ່ຕັ້ງ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນປະຕິ ວັດລາວທີ່ມີກຽດສະຫງ່າ ຕະຫລອດໄລຍະ 70 ປີຜ່ານມາ ກໍຄື ທົບທວນມູນເຊື້ອອັນສະຫງ່າງາມ ແຫ່ງການຕໍ່ສູ້ປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນຕະຫລອດໄລຍະ 50 ປີ ແຫ່ງ ສປປ ລາວ, ທັງເປັນການລະນຶກ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນ, ຈົດຈໍາລໍາລຶກຜົນງານຄຸນ ງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ; ສຶກສາອົບຮົມພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫລວດ ຕະຫລອດຮອດປະຊາຊົນບັນດາ ເຜົ່າ ແລະ ຊັ້ນຄົນຕ່າງໆ ໃຫ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ທາດແທ້ມູນເຊື້ອອັນດີງາມຂອງພັກ, ເຫັນແຈ້ງຜົນສໍາເລັດ, ຜົນງານອັນໃຫຍ່ຫລວງ ຂອງການປົກປັກຮັກ ສາ ແລະ ສ້າງສາປະເທດຊາດ, ສຶກສາຮໍ່າຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດສິນທໍາປະຕິວັດ ຂອງປະທານ ໄກສອນ ພົມວິຫານ ແນໃສ່ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າ, ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍມານະຈິດປະຕິວັດ, ບຸກບືນສູ້ຊົນ ເຮັດຫຼ້ອນໜ້າທີ່ວຽກງານທີ່ພັກ ແລະ ລັດ ມອບໝາຍໃຫ້; ເຊີດຊູກຽດ ແລະ ອິດທິພົນບົດບາດຂອງພັກ ໃຫ້ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ; ຖືເອົາການສະເຫລີມສະຫລອງ ສາມວັນປະຫວັດສາດ ເປັນໂອກາດສໍາຄັນ ເປີດບັ້ນປຸກລະດົມ ນໍ້າໃຈຮັກຊາດ, ຮັກລະບອບໃໝ່, ສຸມໃສ່ສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕາມທິດເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ; ປຸກລະດົມຂະບວນການ ການເຄື່ອນໄຫວໃນທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະ ກອບອາວຸດ ແລະ ປວງຊົນລາວທັງຊາດ ບຸກບືນສູ້ຊົນຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໄລຍະທ້າຍສະໄໝ ແລະ ສອງວາລະແຫ່ງຊາດ ຕິດພັນກັບການໂຄສະນາແນວທາງ, ນະໂຍບາຍຂອງພັກ-ລັດ, ຜົນສໍາເລັດຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ, ຍູ້ແຮງການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງຜົນງານ ຂໍ່ານັບຮັບຕ້ອນບັນດາວັນບຸນໃຫຍ່ທີ່ສໍາຄັນ ຂອງພັກ ແລະ ຂອງຊາດ ໃນປີ 2025, ພ້ອມທັງຕັ້ງໜ້າກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢ່າງເປັນຂະບວນຟົດຟື້ນ.



ທ່ານ ກິແກ້ວ ໄຂຄໍາພິທູນ ຍັງໄດ້ກ່າວອີກວ່າ: ການສະເຫລີມສະຫລອງ ບັນດາວັນບຸນສໍາຄັນດັ່ງກ່າວ ຕ້ອງດໍາເນີນບົນຈິດໃຈ ປະຢັດມັດທະຫຍັດ ແລະ ຖືເອົາເນື້ອໃນເປັນຕົ້ນຕໍ ເຊັ່ນ: ໃຫ້ຈັດຕັ້ງໂຮມຊຸມນຸມໃຫຍ່ລະດັບຊາດຢູ່ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ໃນວັນທີ 22 ມີນາ 2025
; ສໍາລັບການສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025 ໃຫ້ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ ຢູ່ນະຄອນຫລວງວຽງຈັນ ໂດຍມີການສະແດງກ້ອນກໍາລັງເດີນສວນສະໜາມ ຂອງບັນດາກໍາລັງປະກອບອາວຸດ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ກໍາມະກອນ-ຊາວຜູ້ອອກແຮງງານ ຕາມຄວາມເໝາະສົມ; ຈັດງານວາງສະແດງ ຜົນສໍາເລັດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕິດພັນກັບການວາງສະແດງຮູບພາບກ່ຽວກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ແລະ ກິດຈະກໍາອື່ນໆ; ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ ເພື່ອຄົ້ນຄວ້າທິດສະດີ-ສະຫລຸບພຶດຕິກໍາ ແຫ່ງການນໍາພາຂອງພັກເຮົາ ສ້າງໃຫ້ກາຍເປັນຄັງສາງທິດສະດີ, ບົດຮຽນພຶດຕິກໍາ ເພື່ອນໍາພາຊີ້ນໍາພາລະກິດ ປະຕິວັດກ້າວຂຶ້ນ ແລະ ໃຫ້ຄົນຮຸ່ນຫລັງໄດ້ສືບທອດ, ໄດ້ຄົ້ນຄວ້າຮໍ່າຮຽນ ແລະ ໝູນໃຊ້ເຂົ້າໃນຊີວິດຕົວຈິງ; ຈັດຕັ້ງປາຖະກະຖາເລົ່າມູນເຊື້ອແຫ່ງການກໍ່ຕັ້ງ, ເຕີບໃຫຍ່ຂະຫຍາຍຕົວອັນສະຫງ່າງາມຂອງພັກເຮົາໃນ 70 ປີຜ່ານມາ, ໂຄສະນາເຜີຍແຜ່ຜ່ານສື່ມວນຊົນ ແລະ ສື່ສັງຄົມອອນລາຍຢ່າງແຂງແຮງ, ກວ້າງຂວາງ ກ່ຽວກັບບົດບາດຕັດສິນຊີ້ຂາດ ແຫ່ງການນໍາພາຂອງ ພັກປະຊາຊົນປະຕິວັດລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ແລະ ຢືນຢັນຜົນງານ, ຜົນສໍາເລັດອັນໃຫຍ່ຫລວງສໍາຄັນ, ຫລາຍດ້ານ ແຫ່ງໝາກຜົນຕົວຈິງ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະຫລອດ 50 ປີ, ຍ້ອງຍໍສັນລະເສີນຜົນງານ ແລະ ຄຸນງາມ ຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ; ຄົ້ນຄວ້າ, ຕີລາຄາ, ຄັດເລືອກບຸກຄົນ, ກົມກອງ ທີ່ມີຜົນງານດີເດັ່ນ ໃນຂະບວນການ “ແຂ່ງຂັນຮັກຊາດ ແລະ ພັດທະນາ”. ພ້ອມກັນນັ້ນ, ກໍໃຫ້ມີການພົບປະພະນັກງານປະຕິວັດອາວຸໂສ, ບໍານານ ແລະ ຄອບຄົວພະນັກງານປະຕິວັດ ທີ່ເສຍຊີວິດແລ້ວ. ສໍາລັບການຈັດຕັ້ງສະເຫລີມສະຫລອງ ວັນສ້າງຕັ້ງຂອງບັນດາຂະແໜງການ ແລະ ອົງການຈັດຕັ້ງພັກ-ລັດ ທີ່ຄົບຮອບປີໃຫຍ່ ແມ່ນໃຫ້ຈັດເຂົ້າເປັນຂະບວນການລວມ ຂອງການສະເຫລີມສະຫລອງວັນປະຫວັດສາດ ໂດຍແມ່ນຂະແໜງການ ແລະ ອົງການກ່ຽວຂ້ອງ ເປັນເຈົ້າການ ພາຍໃຕ້ການຊີ້ນໍາໂດຍກົງ ຂອງຄະນະຮັບຜິດຊອບຊີ້ນໍາລະດັບຊາດ; ໃຫ້ຈັດຕັ້ງການດໍາເນີນ ຊີວິດການເມືອງ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຂອງບັນດາອົງຄະນະພັກ ກະຊວງ, ອົງການ ແລະ ທ້ອງຖິ່ນ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ຫາລືແກ້ໄຂຂໍ້ຄົງຄ້າງວຽກປະຕິບັດຄໍາຕັດສິນຂອງສານການເມືອງ

      ຫາລືແກ້ໄຂຂໍ້ຄົງຄ້າງວຽກປະຕິບັດຄໍາຕັດສິນຂອງສານ

      9/3/2024 2:05:51 PM

      ຂປລ. ເມື່ອບໍ່ດົນມານີ້, ກະຊວງຍຸຕິທໍາ ຈັດກອງປະຊຸມປຶກສາຫາລືແກ້ໄຂຂໍ້ຄົງຄ້າງ ວຽກງານປະຕິບັດຄໍາຕັດສິນຂອງສານ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ, ມີຫົວໜ້າກົມຄຸ້ມຄອງ ການປະຕິບັດຄໍາຕັດສີນຂອງສານ, ຫົວໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງ, ພ້ອມດ້ວຍພະນັກງານ ປະຕິບັດຄໍາຕັດສີນຂອງສານ ທົ່ວນະຄອນຫລວງວຽງຈັນ ເຂົ້າຮ່ວມ ແລະ ຮັບຟັງການລາຍງານ ສະພາບການເຄື່ອນໄຫວ ວຽກງານການປະຕິບັດຄໍາຕັດສິນຂອງສານ ຢູ່ນະຄອນຫລວງວຽງຈັນ

    • ຍົກລະດັບທັກສະການບັນຊາກອງປະຊຸມ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງການເມືອງ

      ຍົກລະດັບທັກສະການບັນຊາກອງປະຊຸມ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

      9/3/2024 1:33:49 PM

      ຂປລ.ຊຸດຝຶກອົບຮົມທັກສະໃນການບັນຊາກອງປະຊຸມ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ 10 ແຂວງຄື: ຫົວພັນ, ຊຽງຂວາງ, ວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ແລະ ແຂວງໄຊສົມບູນ ຈັດຂຶ້ນໃນວັນທີ 2-3 ກັນຍາ 2024 ຢູ່ແຂວງບໍລິຄໍາໄຊ

    • ໂທລະເລກອວຍພອນວັນຊາດ ຫວຽດນາມ ຄົບຮອບ 79 ປີການເມືອງ

      ໂທລະເລກອວຍພອນວັນຊາດ ຫວຽດນາມ ຄົບຮອບ 79 ປີ

      9/2/2024 3:11:06 PM

      ຂປລ. ວັນ​ທີ 1 ກັນຍາ 2024 ນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​ເຖິງ ສະຫາຍ ບຸຍ ແທັງ ເຊີນ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ ໃນໂອກາດສະເຫລີມສະຫລອງ ວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ

    • ການນໍາຂັ້ນສູງຂອງລາວ ອວຍພອນ ວັນຊາດ ຫວຽດນາມ ຄົບຮອບ 79 ປີ 	ການເມືອງ

      ການນໍາຂັ້ນສູງຂອງລາວ ອວຍພອນ ວັນຊາດ ຫວຽດນາມ ຄົບຮອບ 79 ປີ

      9/2/2024 3:05:01 PM

      ຂປລ. ວັນ​ທີ 1 ກັນຍາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດສັງຄົມນິຍົມຫວຽດນາມ, ສະຫາຍ ເຈິ່ນ ແທັງ ເມີ້ນ ປະທານສະພາແຫ່ງຊາດແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ.

    • ມອບຫລຽນກາລະນຶກ ວັນສ້າງຕັ້ງຄະນະຊາວໝຸ່ມ ປະຊາຊົນປະຕິວັດລາວ ແລະ ປະຖະກະຖາ 2 ວັນສຳຄັນການເມືອງ

      ມອບຫລຽນກາລະນຶກ ວັນສ້າງຕັ້ງຄະນະຊາວໝຸ່ມ ປະຊາຊົນປະຕິວັດລາວ ແລະ ປະຖະກະຖາ 2 ວັນສຳຄັນ

      8/30/2024 4:25:46 PM

      ຂປລ. ຫ້ອງການຊາວໝຸ່ມກອງທັບ ຈັດພິທີມອບຫລຽນກາລະນຶກວັນສ້າງຕັ້ງ ຄະນະຊາວໝຸ່ມປະຊາຊົນປະຕິວັດລາວຄົບຮອບ 65 ປີ ແລະ ປາຖະກະຖາ 2 ວັນປະສາດຄື: ວັນຢຶດອໍານາດທົ່ວປະເທດ ຄົບຮອບ 49 ປີ, (23 ສິງຫາ 1955-23 ສິງຫາ 2024), ວັນລັດຖະທຳມະມູນແຫ່ງ ສປປ ລາວ ຄົບຮອບ 33 ປີ (15 ສິງຫາ 1991-15 ສິງຫາ 2024) ໃນວັນທີ 30 ສິງຫາ 2024

ads
ads

Top