ປະເທດກູເວດ

14/07/2024 08:53
Email Print 909
ຂປລ ປະເທດສາທາ ລະນະລັດ ກູເວດ (Republic of Kuwait) ຫລື ເອີ້ນວ່າ ກູເວດ(Kuwait), ມີນະ ຄອນຫລວງຊື່ວ່າ: ກູເວດ(Kuwait) ແລະ ປະເທດສປປລາວ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນ ໃນວັນທີ 14.7.2008. ເຖິງແມ່ນວ່າ ບໍ່ຍາວນານ ແຕ່ການຮ່ວມມື ຂອງສອງປະເທດ ໄດ້ຮັບພັດທະນາຂື້ນ ຢ່າງບໍ່ຢຸດຢັ້ງ. ກູເວດ ເປັນປະເທດຕັ້ງຢູ່ ໃນທະວີບອາຊີຕາເວັນຕົກ ສ່ຽງໃຕ້ ທີ່ ເອີ້ນກັນວ່າ “ຕາເວັນອອກກາງ” ຕັ້ງຢູ່ແຄມຝັ່ງ ອ່າວເປີເຊຍ ມີຊາຍແດນ ທາງໃຕ້ຕິດກັບ ອາຣັບບີ ຊາອຸດິດ ແລະ ທາງເໜືອຕິດກັບປະເທດ ອີຣັກ.

ປະ​ເທດສາ​ທາ ​ລະ​ນະ​ລັດ ກູ​ເວດ (Republic of Kuwait) ຫລື​ ເອີ້ນ​ວ່າ ກູ​ເວດ(Kuwait), ມີ​ນະ ຄອນຫລວງ​ຊື່ວ່າ: ກູ​ເວດ(Kuwait) ແລະ ປະ​​ເທດສ​ປ​ປລາວ ໄດ້​ສ້າງ​ຕັ້ງ​ສາຍ​ພົ​ວ​ພັນ​ ທາງ​ການ​ທູດ​ຮ່ວ​ມ​ກັນ​ ໃນ​ວັນ​ທີ 14.7.2008. ເຖິງແມ່ນວ່າ ບໍ່​ຍາວ​ນານ​ ແຕ່​ການ​ຮ່ວມ​ມື​ ຂອງສອງ​ປະ​ເທດ ໄດ້​ຮັບພັດ​ທະ​ນາຂື້ນ ຢ່າງ​ບໍ່​ຢຸດ​ຢັ້ງ. ກູ​ເວດ ເປັນ​ປະ​ເທດ​ຕັ້ງ​ຢູ່ ໃນ​ທະ​ວີບ​ອາ​ຊີ​ຕາ​ເວັນ​ຕົກ​ ສ່ຽງ​ໃຕ້ ທີ່​ ເອີ້ນ​ກັນ​ວ່າ “ຕາ​ເວັນ​ອອກ​ກາງ” ​ຕັ້ງ​ຢູ່​ແຄມ​ຝັ່ງ ອ່າວ​ເປີ​ເຊຍ ມີ​ຊາຍ​ແດນ ທາງໃຕ້​ຕິດ​ກັບ ອາ​ຣັບ​ບີ ຊາ​ອຸ​ດິດ ແລະ ທາງເໜືອຕິດ​ກັບ​ປະ​ເທດ ອີ​ຣັກ. ມີ​ເນື້ອ​ທີ່17,820 ກິ​ໂລ​ຕາ​ແມັດ, ກວມ​ເອົາ​ປະຊາກອນ 4,269 ລ້ານຄົນ(​ໃນ​ປີ2022); ​ໃຊ້​ພາສາ​ອາຣັບ ​ແລະ ພາສາ​ອັງກິດ ​ເປັນ​ພາສາ​ທາງ​ການ; ສະ​ກຸນ​ເງິ​ນ​ແມ່ນ ກູ​ເວດ ​ດີ​ນາ(Kuwait Dinar/KWD). ປະ​ຊາ​ຊົນ​ສ່ວນ​ໃຫຍ່ ນັບຖື​ສາ​ສະ​ໜາ ອິ​ສ​ລາມ ເປັນ​ສາ​ສະ​  ໜາ​ປະ​ຈຳ​ຊາດ.

ກູ​ເວດ ເປັນ​ປະ​ເທດ​ທີ່​ມີ ​ຖານ​ເສດ​ຖະ​ກິດ​​ ເຂັ້ມ​ແຂງ ແລະ ລ້ຳ​ລວຍ​ຈາກ​ ການສົ່ງ​ອອກ​ ນ້ຳ​ມັນດີບ ແລະ ແກັສທຳມະຊາດ, ລາຍໄດ້ຂອງລັດ ສ່ວນໃຫຍ່ ຂຶ້ນຢູ່ກັບ ນໍ້າມັນ ແລະ ອຸດສາຫະກຳ ເປັນຫລັກ, ມີສັກກາຍະພາບ ທາງເສດຖະກິດ ທາງດ້ານການຄ້າ ແລະ ການລົງທຶນ. ເນື່ອງຈາກ ພື້ນຖານໂຄງລ່າງ ທາງອຸດສາຫະກຳ ສ່ວນໃຫຍ່ ເປັນອຸດສາຫະກຳ ປິໂຕຣເຄມີ, ຂະນະທີ່ ພາກການຜະລິດອື່ນໆ ມີປະມານ 7% ຂອງ ຈີດີພີ ເຮັດໃຫ້ ກູເວດ ຕ້ອງ ເພີ່ງພາ ການນໍາເຂົ້າສິນຄ້າ ຈາກຕ່າງປະເທດ ເກືອບທັງໝົດ  ໂດຍສະເພາະ ສິນຄ້າ ອຸປະໂພກ ບໍລິໂພກ.  ເຮັດໃຫ້ ລວມຍອດ​ຜະລິດ​ຕະພັນພາຍ​ໃນ (GDP) 175,4 ຕື້ໂດ​ລາ ​ສະຫະລັດ (​ໃນ​ປີ 2022); ສະ​ເລ່ຍຕໍ່​ຫົວ​ຄົນ 41 ພັນກວ່າ​ໂດ​ລາ​ສະຫະລັດຕໍ​່ປີ; ອັດຕາ​ຈະ​ເລີ​ນ​ເຕີບ​ໂຕ​ ທາງ​ດ້ານ​ເສດຖະກິດ 8,9% ຕໍ່ປີ.  ສິນຄ້າທີ່ສົ່ງອອກ ລວມມີ: ນ້ຳມັນ ​ແລະ ຜະລິດ​ຕະພັນ​ ຈາກ​ນ້ຳມັນ, ປຸ໋ຍ; ສິນຄ້າ​ທີ່​ນຳ​ເຂົ້າ​ເຊັ່ນ: ອາຫານ, ວັດ​ສະ​ດຸ​ກໍ່ສ້າງ, ລົດ, ​ເຄື່ອງ​ອາ​ໄຫລ່ ​ແລະ ​ເຄື່ອງນຸ່ງ​ຫົ່ມອື່ນໆ. ສ່ວນ​ຄູ່​ການ​ຄ້າ ​ທີ່​ສຳຄັນ​ເປັນ​ຕົ້ນ ​ແມ່ນ ສ.​ເກົາຫລີ, ອິນ​ເດຍ, ຍີ່ປຸ່ນ, ສ.ອາ​ເມ​ລິ​ກາ, ຈີນ, ​ເຢຍລະ​ມັນ ອື່ນ​ໆ ຕາມ​ລຳດັບ. ນອກ​ນີ້​ ຍັງ​ມີສະຖານ​ທີ່​ທ່ອງ​ທ່ຽວ​ ສຳຄັນ​ຫລາຍ​ແຫ່ງ​ເປັນ​ຕົ້ນຫໍ​ຄອຍ​ສູງ​ທີ່ສຸດ​ 187 ແມັດ ເປັນ​ສັນ​ຍາ​ລັກ​ຂອງ​ປະ​ເທດ;​ໄຊ​ອັນ​ທິ​ຟິກ​ເຊັນ​ເຕີເປັນ​ສູນ​ກາງ​ ການ​ຮຽນ​ຮູ້​ທາງວິ​ທະ​ຍາ​ສາດ ​ແຫ່ງ​ກູ​ເວດ ທັງ​ເປັນສະ​ຖານ​ທີ່​ທ່ອງ​ທ່ຽວ​ຢ່າງ​ແທ້​ຈິງ ​ເນື່ອງ​ຈາກ ​ຖືກ​ອອກ​ແບບ​ມາ​ເປັນ ​ແຫ​ລ່ງຄວາມ​ຮູ້ ​ແລະ ຄວາມບັນ​ເທິ​ງຢ່າງ​ຄົບ​ວົງ​ຈອນ ​ແລະ ອື່ນ​ໆ./.

                                                                                                 ໂດຍ:ດາ​ວັນ

KPL

ຂ່າວອື່ນໆ

    • ຜົນສຳເລັດກອງປະຊຸມຫົວໜ້າສູ້ຮົບອາຊຽນ ຄັ້ງທີ 14ອາຊຽນ ASEAN

      ຜົນສຳເລັດກອງປະຊຸມຫົວໜ້າສູ້ຮົບອາຊຽນ ຄັ້ງທີ 14

      9/3/2024 2:51:21 PM

      ຂປລ. ໃນວັນທີ 3 ກັນຍາ 2024 ນີ້, ທ່ານ ພົນຈັດຕະວາ ກົງ​ທອງ ສຸຂະ​ວົງ ຫົວໜ້າ​ກົມ​ສູ້​ຮົບ​ກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ, ໃນນາມປະທານກອງປະຊຸມ ຫົວໜ້າ​ສູ້​ຮົບ​ອາ​ຊຽນຄັ້ງ​ທີ 14 ໄດ້ຖະແຫລງຂ່າວກ່ຽວ​ກັບ​ຜົນ​ສໍາ​ເລັດ ​ການ​ເປັນ​ເຈົ້າພາບ ​ແລະ ​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ດັ່ງກ່າວ ທີ່ກອງທັບປະຊາຊົນລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍມີຫົວໜ້າ​ກົມສູ້​ຮົບຂອງ 10 ປະເທດອາຊຽນ ພ້ອມຄະນະຜູ້ແທນ ແລະ ຕີມໍແລັດສະເຕ ໃນນາມເປັນປະເທດສັງເກດການ ເຂົ້າຮ່ວມ.

    • ສປປ ລາວ ກຽມເປັນເຈົ້າພາບຈັດກອງປະຊຸມ ຜູ້ປະກອບການແມ່ຍິງອາຊຽນ ໃນຕົ້ນເດືອນຕຸລາອາຊຽນ ASEAN

      ສປປ ລາວ ກຽມເປັນເຈົ້າພາບຈັດກອງປະຊຸມ ຜູ້ປະກອບການແມ່ຍິງອາຊຽນ ໃນຕົ້ນເດືອນຕຸລາ

      9/3/2024 1:59:36 PM

      ຂປລ. ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມ ຜູ້ປະກອບການແມ່ຍິງອາຊຽນ 2024 ໂດຍໄດ້ມີ ການກະກຽມຄວາມພ້ອມ ໃນການເປັນເຈົ້າພາບຈັດກອງປະຊຸມຕ່າງໆ ໃນລະດັບອາຊຽນ ແລະ ກອງປະຊຸມອື່ນໆ ທີ່ປິ່ນອ້ອມມາຮອດປັດຈຸບັນ, ແມ່ນສໍາເລັດແລ້ວໂດຍພື້ນຖານ, ຄາດວ່າກອງປະຊຸມ “ຜູ້ປະກອບການແມ່ຍິງອາຊຽນ 2024 ລວມທັງພິທີມອບລາງວັນພິເສດ ຜູ້ປະກອບການແມ່ຍິງອາຊຽນ” ຈະຈັດຂຶ້ນຢ່າງເປັນທາງການ ໃນວັນທີ 4 ຕຸລາ 2024.

    • ປະເທດ ສສ ຫວຽດນາມອາຊຽນ ASEAN

      ປະເທດ ສສ ຫວຽດນາມ

      9/2/2024 1:18:28 PM

      ເນື່ອງໃນໂອກາດ ວັນຊາດ ຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(Vietnam) ຄົບ ຮອບ 79 ປີ(2.9.1945-2.9.2024) ຫວຽດນາມ ເປັນປະເທດ ໃນອາຊີຕາເວັນອອກ ສ່ຽງໃຕ້ ຕັ້ງຢູ່ທາງພາກຕາເວັນອອກສຸດຂອງແຫລມອິນດູຈີນ, ມີຊາຍແດນທິດເໜືອ ຕິດກັບປະເທດຈີນ, ທິດຕາເວັນຕົກຕິດກັບ ສປປລາວ, ທິດຕາເວັນຕົກສຽງໃຕ້ ຕິດກັບ ກຳປູເຈຍ, ທິດຕາເວັນອອກຕິດກັບ ທະເລຈີນໃຕ້ ແລະ ອ່າວທອນກິນ(Tonkin) ແລະ ທິດໃຕ້ຕິດກັບ ອ່າວໄທ. ມີນະຄອນຫລວງ ຊື່ວ່າ ຮ່າໂນ້ຍ

    • ຫາລືແນວຄວາມຄິດອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ ເພື່ອກ້າວໄປສູ່ເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊອາຊຽນ ASEAN

      ຫາລືແນວຄວາມຄິດອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ ເພື່ອກ້າວໄປສູ່ເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊ

      8/30/2024 11:46:37 AM

      ຂປລ. ໃນນາມປະທານອາຊຽນໃນປີ 2024 ແລະ ໄທ ໃນນາມປະເທດປະສານງານຂອງອາຊຽນ ກ່ຽວກັບ ການຮ່ວມມືການພັດທະນາແບບຍືນຍົງ ໄດ້ຮ່ວມກັນເປັນເຈົ້າພາບຈັດ ກອງປະຊຸມປຶກສາຫາລື ແນວຄວາມຄິດອາຊຽນ ວ່າດ້ວຍ ອິນໂດ-ປາຊິຟິກ: ເພື່ອກ້າວໄປສູ່ເປົ້າໝາຍ ການພັດທະນາແບບຍືນຍົງຂອງ ສປຊ 2030 ໃນວັນທີ 30 ສິງຫາ 2024 ຢູ່ນະຄອນຫລວງວຽງຈັນ, ສປປ ລາວ

    • ອາຊຽນ+ ສ ເກົາຫລີ ແລກປ່ຽນທັດສະນະ ການປະຕິບັດ ແຜນຮ່ວມມືສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດອາຊຽນ ASEAN

      ອາຊຽນ+ ສ ເກົາຫລີ ແລກປ່ຽນທັດສະນະ ການປະຕິບັດ ແຜນຮ່ວມມືສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ

      8/30/2024 11:16:22 AM

      ຂປລ. ກອງປະຊຸມລັດຖະມົນຕີອາຊຽນ+ ສ ເກົາຫລີ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 5 ຈັດຂຶ້ນໃນວັນທີ 29 ສິງຫາ 2024 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພັອ ທະວີ ໂຊດຊົງ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງຣາຊະອານະຈັກໄທ ແລະ ທ່ານ ໂຣ ແມນຊົກ ຫົວໜ້າອົງການໄອຍະການ, ພະແນກຕ້ານຢາເສບຕິດ ແລະ ອາຊະຍາກໍາທີ່ມີການຈັດຕັ້ງ, ອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ເກົາຫລີ ໂດຍມີ ທ່ານ ດຣ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ມີລັດຖະມົນຕີບັນດາປະເທດສະມາຊິກອາ ຊຽນ ແລະ ຕີມໍແລັດສະເຕ ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ, ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມ.

ads
ads

Top