ຂປລ
ອົງການ ຮ່ວມມື ເພື່ອການພັດທະນາສາກົນ ແຫ່ງຊາດຈີນ ແຈ້ງໃຫ້ຮູ້ວ່າ: ໂດຍອີງຕາມການຮ້ອງຂໍ ຈາກປະເທດ ອາຟະການິດສະຖານ, ລັດຖະບານຈີນ ຕົກລົງໃຫ້ການຊ່ວຍເຫລືອ ດ້ານມະນຸດສະທຳ ໃຫ້ແກ່ ອາຟະການິດສະຖານ ເພື່ອກູ້ໄພແຜ່ນດິນໄຫວ ສຸກເສີນ ຈຳນວນ 50 ລ້ານຢວນ ເຊິ່ງຈະປະກອບມີ ວັດຖຸສິ່ງຂອງ ສຳລັບ ກູ້ໄພສຸກເສີນຕ່າງໆ ເຊັ່ນ: ເຕັ້ນ, ຜ້າຫົ່ມ, ອາຫານ ແລະ ອື່ນໆ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອົງການ ຮ່ວມມື ເພື່ອການພັດທະນາສາກົນ ແຫ່ງຊາດຈີນ ແຈ້ງໃຫ້ຮູ້ວ່າ: ໂດຍອີງຕາມການຮ້ອງຂໍ ຈາກປະເທດ ອາຟະການິດສະຖານ, ລັດຖະບານຈີນ ຕົກລົງໃຫ້ການຊ່ວຍເຫລືອ ດ້ານມະນຸດສະທຳ ໃຫ້ແກ່ ອາຟະການິດສະຖານ ເພື່ອກູ້ໄພແຜ່ນດິນໄຫວ ສຸກເສີນ ຈຳນວນ 50 ລ້ານຢວນ ເຊິ່ງຈະປະກອບມີ ວັດຖຸສິ່ງຂອງ ສຳລັບ ກູ້ໄພສຸກເສີນຕ່າງໆ ເຊັ່ນ: ເຕັ້ນ, ຜ້າຫົ່ມ, ອາຫານ ແລະ ອື່ນໆ. ພາຍຫລັງ ເກີດແຜ່ນດິນໄຫວ ທີ່ເກີດຂຶ້ນ ຢູ່ພາກຕາເວັນອອກສຽງເໜືອ ຂອງອາຟະການິດສະຖານ ເຮັດໃຫ້ມີຜູ້ເສຍຊີວິດ ຫລາຍກວ່າ 2.200 ຄົນ ແລະ ໄດ້ຮັບບາດເຈັບ ຫລາຍກວ່າ 3.640 ຄົນ.ນອກນີ້ ຍັງສູນຫາຍ ອີກຈຳນວນໜຶ່ງ ຫລັງຈາກ ເຂດພູຮີນດູຄູຊ໌ ທີ່ຕັ້ງຢູ່ ທາງພາກຕາເວັນອອກ ສຽງເໜືອ ຂອງອາຟະການິດສະຖານ ໄດ້ເກີດໄພແຜ່ນດິນໄຫວຄວາມແຮງ 6,1 ລິກເຕີ ແລະ ພາກຕາເວັນອອກ ຂອງອາຟະການິດສະຖານ ໄດ້ເກີດແຜ່ນດິນໄຫວ ອີກຄັ້ງ ໃນຄວາມແຮງ 5,5 ຣິກເຕີ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL