ຂປລ
ເລີ່ມແຕ່ຕົ້ນ ເດືອນກັນຍາປີນີ້ ເປັນຕົ້ນໄປ, ກຳປັ່ນໂຮງໝໍ “ຊື່ລູ້ຟ່າງໂຈ່ວ” ຂອງກອງທັບເຮືອຈີນ ຈະເດີນທາງໄປ ມະຫາສະໝຸດ ປາຊີຟິກໃຕ້ ແລະ ອາເມຣິກາລາຕິນ ເພື່ອປະຕິບັດໜ້າທີ່ “ພາລະກຳ ເພື່ອຄວາມກົມກຽວ-2025”, ເພື່ອໃຫ້ການບໍລິການ ດ້ານການແພດ ແລະ ການແລກປ່ຽນ ດ້ານວັດທະນະທຳ ເປັນຕົ້ນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເລີ່ມແຕ່ຕົ້ນ ເດືອນກັນຍາປີນີ້ ເປັນຕົ້ນໄປ, ກຳປັ່ນໂຮງໝໍ “ຊື່ລູ້ຟ່າງໂຈ່ວ” ຂອງກອງທັບເຮືອຈີນ ຈະເດີນທາງໄປ ມະຫາສະໝຸດ ປາຊີຟິກໃຕ້ ແລະ ອາເມຣິກາລາຕິນ ເພື່ອປະຕິບັດໜ້າທີ່ “ພາລະກຳ ເພື່ອຄວາມກົມກຽວ-2025”, ເພື່ອໃຫ້ການບໍລິການ ດ້ານການແພດ ແລະ ການແລກປ່ຽນ ດ້ານວັດທະນະທຳ ເປັນຕົ້ນ. ນີ້ແມ່ນຄັ້ງທຳອິດ ທີ່ກຳປັ່ນໂຮງໝໍ “ຊື່ລູ້ຟ່າງໂຈ່ວ” ປະຕິບັດພາລະກິດ ຢູ່ຕ່າງປະເທດ ພາຍຫລັງ ເລີ່ມປະຈຳການ, ເປົ້າໝາຍ ແມ່ນເພື່ອ ເພີ່ມທະວີ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປ ຈີນ ກັບປະເທດ ທີ່ກ່ຽວຂ້ອງ, ສະໜອງຜະລິດຕະພັນ ດ້ານຄວາມປອດໄພ ສາທາລະນະ ຫລາຍກວ່າເກົ່າ ໃຫ້ແກ່ ປະຊາຄົມໂລກ, ພ້ອມທັງ ປະຕິບັດແນວຄິດ ປະຊາຄົມ ຮ່ວມຊາຕາກຳ ຂອງມວນມະນຸດ ແລະ ປະຊາຄົມ ຮ່ວມຊາຕາກຳ ທາງທະເລ ໃຫ້ດີກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL