ຂປລ
ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກ ກອມມູນິດຈີນ, ປະທານປະເທດຈີນ ໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ປະທານ ປະເທດລາວ ທີ່ເດີນທາງມາ ສປ ຈີນ

ຂປລ. ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 4 ກັນຍານີ້ ຢູ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫລວງປັກກິ່ງຈີນ, ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກ ກອມມູນິດຈີນ, ປະທານປະເທດຈີນ ໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ປະທານ ປະເທດລາວ ທີ່ເດີນທາງມາ ສປ ຈີນ ເພື່ອເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອົງການຮ່ວມມື ຊຽງໄຮ 2025 ແລະ ເຂົ້າຮ່ວມກິດຈະກຳລະນຶກ ໄຊຊະນະ ສົງຄາມ ປະຊາຊົນຈີນ ຕໍ່ຕ້ານຍີ່ປຸ່ນ ແລະ ສົງຄາມຕໍ່ຕ້ານຟາດຊິດໂລກ ຄົບຮອບ 80 ປີ. ທ່ານ ສີ ຈິ້ນຜິງ ຊີ້ໃຫ້ເຫັນວ່າ: ພາຍຫລັງ ສປ ຈີນ- ສປປ ລາວ ຮ່ວມກັນລົງນາມ ໃນແຜນດຳເນີນງານ 5 ປີ ສະບັບໃໝ່ ຂອງການສ້າງ ຄູ່ຮ່ວມຊາຕາກຳລາວ-ຈີນ ໃນເດືອນຕຸລາປີ 2023, ການຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ ໄດ້ຮັບໝາກຜົນ ຢ່າງຊັດເຈນ. ປີໜ້າແມ່ນປີທີ່ ສປ ຈີນ ແລະ ສປປ ລາວ ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນ ຄົບຮອບ 65 ປີ, ສອງປະເທດຄວນ ຖືເອົາໂອກາດນີ້ ເພື່ອວາງແຜນ ແລະ ພັດທະນາການແລກປ່ຽນ ໃນຂົງເຂດຕ່າງໆໃຫ້ດີ. ສປ ຈີນຍິນດີຮ່ວມກັບ ສປປ ລາວ ເພີ່ມທະວີການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໃນດ້ານການຄຸ້ມຄອງພັກ ແລະ ການບໍລິຫານປະເທດ, ສະໜັບສະໜູນ ການກະກຽມ ແລະ ຈັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ດີ. ສປ ຈີນ ຊົມເຊີຍ ສປປ ລາວ ໄດ້ກາຍເປັນຄູ່ ເຈລະຈາ ຂອງອົງການຮ່ວມມື ຊຽງໄຮ, ຍິນດີຮ່ວມກັບ ສປປ ລາວ ລົງເລິກການປະສານສົມທົບກັນ ພາຍໃຕ້ກົນໄກ ພາກພື້ນຕ່າງໆເຊັ່ນ: ການຮ່ວມມື ສປ ຈີນ-ອາຊຽນ, ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ກອງປະຊຸມສຸດຍອດ ອາຊີ ຕາເວັນອອກ ແລະ ອື່ນໆ, ເພື່ອສົ່ງເສີມສັນຕິພາບ ແລະ ການພັດທະນາ ຂອງພາກພື້ນ.ຈາກນັ້ນ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຢ່າງອົບອຸ່ນຕໍ່ ສປ ຈີນ ໃນການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ອົງການຮ່ວມມື ຊຽງໄຮ ທີ່ກຳແພງນະຄອນທຽນສິນ ແລະ ກິດຈະກຳລະນຶກໄຊຊະນະສົງຄາມ ປະຊາຊົນຈີນ ຕໍ່ຕ້ານຍີ່ປຸ່ນ ແລະ ສົງຄາມ ຕໍ່ຕ້ານຟາດຊິດໂລກ ຄົບຮອບ 80 ປີຢ່າງສຳເລັດຜົນ, ພ້ອມທັງ ສະແດງ ຄວາມຂອບໃຈຕໍ່ ສປ ຈີນ ທີ່ໃຫ້ການສະໜັບ ສະໜູນ ແລະ ການຊ່ວຍເຫລືອ ອັນລ້ຳຄ່າແກ່ ສປປ ລາວ ມາໂດຍຕະຫລອດ. ຂອບໃຈຢ່າງຈິງໃຈຕໍ່ ສປ ຈີນ ທີ່ສະໜັບ ສະໜູນ ປະເທດລາວ ໄດ້ເຂົ້າເປັນປະເທດຄູ່ເຈລະຈາ ຂອງອົງການຮ່ວມມືຊຽງໄຮ, ສປປ ລາວ ຈະອອກແຮງຢ່າງສຸດຂີດ ເພື່ອສະໜັບ ສະໝູນ “ຂໍ້ລິເລີ່ມການບໍລິຫານໂລກ” ທີ່ສະເໜີໂດຍ ທ່ານ ສີ ຈິ້ນຜິງ ແລະ ຍິນດີ ເພີ່ມທະວີ ການປະສານງານກັບ ສປ ຈີນ ໃນເວທີສາກົນ. ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງ ຄວາມຂອບໃຈຕໍ່ ສປ ຈີນ ທີ່ສະໜັບສະໜູນ ຢ່າງແຂງແຮງ ຕໍ່ການກະກຽມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກປະຊາຊົນ ປະຕິວັດລາວ, ພ້ອມທັງ ຂໍອວຍພອນ ໃຫ້ກອງະຊຸມ ຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກ ກອມມູນິດຈີນ ສະໄໝທີ 20 ປະສົບຜົນສຳເລັດ ຢ່າງຈົບງາມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL