ສູນການຮ່ວມມືດ້ານການປະດິດສ້າງປັນຍາປະດິດຈີນ-ອາຊຽນ ໄດ້ເຊັນສັນຍາ 60 ກວ່າໂຄງການ

05/09/2025 16:32
Email Print 147
ຂປລ ນັບ​ມາ​ຮອດ ​ທ້າຍ​ເດືອນ​ສິງ​ຫາ​ປີ​ນີ້, ສູນ​ການ​ຮ່ວມ​ມື ​​ດ້ານການປະ​ດິດ​ສ້າງ​ ປັນ​ຍາ​ປະ​ດິດ​ຈີນ-ອາ​ຊຽນ​ ໄດ້​ເຊັນ​ສັນ​ຍາ​ ໂຄງ​ການ​ພາຍ​ໃນ​ປະ​ເທດ 51 ໂຄງ​ການ ແລະ ໂຄງ​ການ ໃນ​​ປະ​ເທດ ​ສະ​ມາ​ຊິກ​ອາ​ຊຽນ 16 ໂຄງ​ການ ລວມທັງໝົດ 67ໂຄງການ.

ຂປລ. ​ວິ​ທະ​ຍຸ-​ໂທ​ລະ​ພາບ​ ສູນ​ກາງ​ຈີນ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ ຂອງ​ນະ​ຄອນ​ໜານ​ນິງ​ ເຂດ​ປົກ​ຄອງ​ຕົນ​ເອງ ​ເຜົ່າ​ຈ້​ວງກວາງ​ຊີ ຂອງ ສປ ​ຈີນ​ ໃຫ້​ຮູ້​ວ່າ: ນັບ​ມາ​ຮອດ ​ທ້າຍ​ເດືອນ​ສິງ​ຫາ​ປີ​ນີ້, ສູນ​ການ​ຮ່ວມ​ມື ​​ດ້ານການປະ​ດິດ​ສ້າງ​ ປັນ​ຍາ​ປະ​ດິດ​ຈີນ-ອາ​ຊຽນ​ ໄດ້​ເຊັນ​ສັນ​ຍາ​ ໂຄງ​ການ​ພາຍ​ໃນ​ປະ​ເທດ 51 ໂຄງ​ການ ແລະ ໂຄງ​ການ ໃນ​​ປະ​ເທດ ​ສະ​ມາ​ຊິກ​ອາ​ຊຽນ 16 ໂຄງ​ການ ລວມທັງໝົດ 67ໂຄງການ. ສູນ​ການ​ຮ່ວມ​ມື ​ດ້ານ​ການ​ປະ​ດິດ​ສ້າງ ​​ປັນ​ຍາ​ປະ​ດິດ​ຈີນ-ອາ​ຊຽນ​ ຈະ​ສ້າງ​ເປັນ​ສະ​ຖານ​ທີ່ ​ໃຫ້​ບໍ​ລິ​ການ ສາ​ທາ​ລະ​ນະ ແກ່​ການ​ຮ່ວມ​ມື​​ ດ້ານ​ການ​ປະ​ດິດ​ສ້າງ​ ປັນ​ຍາ​ປະ​ດິ​ດ ​ລະ​ຫວ່າງ​ ສປ ຈີນ-ອາ​ຊຽນ, ​ສ້າງ​ເປັນປ່ອງ​ຢ້ຽມ​ ການ​ແລກ​ປ່ຽນ ແລະ ວາງ​ສະ​ແດງ, ສູນ​ຄຸ້ມ​ຄອງ​ການ​ດຳ​ເນີນ​ງານ ແລະ ເວ​ທີການ​ສະ​ໜັບ​ສະ​ໜູນ​ ດ້ານການ​ລົງ​ທຶນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top