ສປ ຈີນ ກາຍເປັນຫົວຈັກ ຂັບເຄື່ອນການພັດທະນາ ເສດຖະກິດໂລກ

05/09/2025 16:10
Email Print 163
ຂປລ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ຢືນຢັ້ນວ່າ ສປ ຈີນ ຍັງຄົງເປັນຫົວຈັກ ຂັບເຄື່ອນການພັດທະນາ ເສດຖະກິດໂລກ ຄືເກົ່າ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອີງຕາມແຫລ່ງຂ່າວຫລ້າສຸດ ຈາກສຳນັກ ຂ່າວສານ ສະປຸດນິກ(Sputnik) ຂອງຣັດເຊຍ ແຈ້ງໃຫ້ຮູ້ວ່າ: ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ຢືນຢັ້ນວ່າ ສປ ຈີນ ຍັງຄົງເປັນຫົວຈັກ ຂັບເຄື່ອນການພັດທະນາ ເສດຖະກິດໂລກ ຄືເກົ່າ. ເສດຖະກິດໂລກ ໂດຍສະເພາະ ແມ່ນເສດຖະກິດ ໃນພາກພື້ນ ອາຊີ ປາຊີຟິກ ພວມຂະຫຍາຍ ຕົວຢູ່. ທ່ານ ວະລາດີເມຍ ປູຕິນ ໄດ້ຖະແຫລງວ່າ: ການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ໄດ້ຮັບຜົນງານ ອັນຕັ້ງໜ້າ ແລະ ໄດ້ກ່າວຢືນຢັນວ່າ: ຂໍ້ລິເລີ່ມ ການບໍລິຫານໂລກ ທີ່ ສປ ຈີນ ສະເໜີ ອອກມານັ້ນ ແມ່ນມີ ຈຸດປະສົງ ເພື່ອສົ່ງເສີມ ຄວາມຫ້າວຫັນ ລະຫວ່າງ ປະເທດຕ່າງໆ. ປະເທດ ສຳຄັນ ໃນເຂດທີ່ໃຊ້ເງິນເອີໂຣ ພວມຜະເຊີນໜ້າກັບ ຄວາມສ່ຽງ ທີ່ເສດຖະກິດ ຈະຊຸດໂຊມ, ຂະນະທີ່ ເສດຖະກິດ ໂລກ ໂດຍສະເພາະ ໃນພາກພື້ນ ອາຊີ ປາຊີຟິກ ພວມພັດທະນາ ຢ່າງຕໍ່ເນື່ອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top