ຂປລ
ສະໜາມຫລວງ ແລະ ຮູບປັ້ນ ລະນຶກໄຊຊະນະສົງຄາມ ປະຊາຊົນຈີນ ຕໍ່ຕ້ານການຮຸກຮານ ຂອງຍີ່ປຸ່ນ ແລະສົງຄາມ ຕໍ່ຕ້ານຟາດຊິດໂລກ ຄົບຮອບ 80 ປີຢູ່ນະຄອນຫລວງ ກາຣາກາສ ປະເທດ ເວເນຊູເອລາ ໄດ້ຮັບການສ້າງສຳເລັດ

ຂປລ. ວິທະຍຸ-ໂທລະພາບ ສູນກາງຈີນ, ສະໜາມຫລວງ ແລະ ຮູບປັ້ນ ລະນຶກໄຊຊະນະສົງຄາມ ປະຊາຊົນຈີນ ຕໍ່ຕ້ານການຮຸກຮານ ຂອງຍີ່ປຸ່ນ ແລະສົງຄາມ ຕໍ່ຕ້ານຟາດຊິດໂລກ ຄົບຮອບ 80 ປີຢູ່ນະຄອນຫລວງ ກາຣາກາສ ປະເທດ ເວເນຊູເອລາ ໄດ້ຮັບການສ້າງສຳເລັດ, ທ່ານ ນີໂກລາສ ມາດູໂຣ ປະທານາທິບໍດີ ເວເນຊູເອລາ, ທ່ານ ລານຫູ້ ເອກອັກຄະລັດຖະທູດຈີນ ປະຈຳເວເນຊູເອລາ ແລະ ພາກສ່ວນ ທີ່ກ່່ຽວຂ້ອງ ເຂົ້າຮ່ວມງານຄັ້ງນີ້.ໃນໂອກາດນີ້ ທ່ານ ຈອດ ໂຣດຣີເກັສ, ຮອງປະທານາທິບໍດີ ເວເນຊູເອລາ ກ່າວວ່າ: ກິດຈະກຳລະນຶກທີ່ ສປ ຈີນ ຈັດຂຶ້ນນັ້ນ ໄດ້ປະຈັກຕາ ຊາວໂລກ, ບົດສູນທອນພົດ ຂອງທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ເປັນແຮງບັນດານໃຈ. ພາຍໃຕ້ ສະຖານະການໂລກ ທີ່ສະຫລັບສັບຊ້ອນ, ກິດຈະກຳລະນຶກດັ່ງກ່າວ ຈຶ່ງມີຄວາມໝາຍສຳຄັນ ໃນທາງປະຕິບັດຕົວ ຫລາຍຂຶ້ນຕື່ມ. ທ່ານ ຈອດ ໂຣດຣີເກັສ ກ່າວຕື່ມວ່າ: ຂໍ້ລິເລີ່ມບໍລິຫານໂລກ ທີ່ສະເໜີໂດຍ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ມີຄວາມໝາຍສຳຄັນຕໍ່ ການພັດທະນາໂລກ ໃນປັດຈຸບັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL