ສຶກສາ-ກິລາ12/20/2024 3:40:00 PM
ຂປລ. ຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມສະຫລຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ໃນວັນທີ 19 ທັນວາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີ ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ ທົ່ວຫ້ອງການເມືອງ ເຂົ້າຮ່ວມ.
ສຶກສາ-ກິລາ12/20/2024 2:11:51 PM
ຂປລ. ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານ ການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງ ການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ຈັດພິທີລະນຶກ ວັນຄົນພິການສາກົນ ພາຍໃຕ້ຫົວຂໍ້ “ເພີ່ມທະວີຄວາມເປັນຜູ້ນຳ ຂອງຜູ້ທີ່ມີຄວາມເປັນພິການ ເພື່ອອະນາຄົດທີ່ມີການລວມເອົາພວກເຂົາ ແລະ ອະນາຄົດທີ່ຍືນຍົງ” ຂຶ້ນໃນວັນທີ 18 ທັນວາ 2024 ທີ່ນະຄອນຫລວງວຽງຈັນ ເພື່ອເປັນການລະນຶກ ເຖິງວັນຄົນພິການສາກົນ ແລະ ເພື່ອສະແດງໃຫ້ເຫັນເຫັນເຖິງຜົນສຳເລັດ ຂອງການຮ່ວມມື ໃນຂະແໜງການສຶກສາ ຂອງ ສປປ ລາວ.
ສຶກສາ-ກິລາ12/18/2024 12:04:11 PM
ທີມນັກເຕະບານນັກຮຽນຊາຍ ເຈົ້າພາບ ແຂວງສາລະວັນ ບໍ່ເຮັດໃຫ້ແຟນບານພັນແທ້ລູກຫລານອົງແກ້ວອົງກົມມະດຳຜິດຫວັງ ທີ່ຫລັ່ງໄຫລເຂົ້າມາຊົມມາເຊຍກັນເຕັມຂອບສະໜາມ ດ້ວຍການຍິງຈຸດໂທດເອົາຊະນະທີມນະຄອນຫລວງວຽງຈັນ ໄປໄດ້ 5-3 ປະຕູຫລັງໃນເວລາ 90 ນາທີ.
ສຶກສາ-ກິລາ12/18/2024 12:00:39 PM
ການແຂ່ງຂັນກິລາແລ່ນ-ລານ ໃນມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ແຂ່ງຂັນມາໃນລະຫວ່າງວັນທີ 15-16 ທັນວາຜ່ານມາ ແລະ ມີການຊີງຫລຽນຄຳແລ້ວ 17 ຫລຽນ.
ສຶກສາ-ກິລາ12/18/2024 11:19:47 AM
ທ່ານ ອິນທີ ຈັນປະເສີດເຮີ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດນຳພາທັບນັກກິລາ ເຂົ້າຮ່ວມການແຂ່ງຂັນມະຫະກຳ ກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນເປັນເຈົ້າພາບວ່າ: ສໍາລັບແຂວງໄຊຍະບູລີໄດ້ເຂົ້າຮ່ວມແຂ່ງຂັນ 7 ປະເພດກິລາ, ມີນັກກິລາ ແລະ ຄູຝຶກເຂົ້າຮ່ວມກວ່າ 100 ຄົນ ເຊິ່ງການເຂົ້າຮ່ວມການແຂ່ງ ຂັນຄັ້ງນີ້, ສຳລັບແຂວງໄຊຍະບູລີ ກໍ່ໄດ້ຕັ້ງເປົ້າສູ້ຊົນຍາດຫລຽນຄຳຢ່າງໜ້ອຍໃຫ້ໄດ້ 5 ຫລຽນຄໍາຂຶ້ນໄປ.
ສຶກສາ-ກິລາ12/18/2024 10:54:20 AM
ໃນວັນທີ 15 ທັນວາ 2024 ຜ່ານມານີ້, ທີ່ສະໜາມກິລາ ແຂວງສາລະວັນ ໄດ້ມີການແຂ່ງຂັນຊີງຫລຽນ 5 ລາຍການ.
ສຶກສາ-ກິລາ12/16/2024 2:59:25 PM
ຂປລ. ຫລາຍກວ່າໜຶ່ງສ່ວນສາມຂອງຄູ ໃນ ສປປ ລາວ ສອນຫ້ອງຄວບ ທີ່ມີນັກຮຽນສອງຂັ້ນຮຽນຂຶ້ນໄປ ຮຽນຮ່ວມກັນໃນຫ້ອງຮຽນດຽວ ຊຶ່ງອາດເປັນສິ່ງທ້າທາຍ ແລະ ຮຽກຮ້ອງ ໃຫ້ຄູປັບບົດຮຽນ ຂອງເຂົາເຈົ້າ ພ້ອມທັງຕ້ອງແບ່ງ ຄວາມເອົາໃຈໃສ ຕໍ່ທຸກຂັ້ນຮຽນໃນຫ້ອງຮຽນໃຫ້ທົ່ວເຖິງ.
ສຶກສາ-ກິລາ12/15/2024 3:52:40 PM
ຂປລ. ການແຂ່ງຂັນກິລາມະຫະກຳ ນັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນ ເປັນເຈົ້າພາບຂອງວັນທີ 14 ທັນວາ 2024 ມີການຊີງຫລຽນສອງປະເພດກິລາຄື: ກິລາເປຕັງ ແລະ ກິລາໜ້າເກັກ.
ສຶກສາ-ກິລາ12/15/2024 3:43:16 PM
ຂປລ. ແຫລ່ງຂ່າວຈາກ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ມະຫາກຳກິລາໂຍນໝາກຄອນ 3 ແຈປະເທດ (ລາວ-ຫວຽດ-ຈີນ) ຄັ້ງທີ VIII ໄດ້ປິດລົງຢ່າງສະງ່າງາມ ໃນຕອນຄໍ່າຂອງວັນທີ 13 ທັນວາ 2024 ທີ່ເດີນສວນສາທາລະນະຂອງແຂວງຜົ້ງສາລີ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ, ທ່ານ ຕະວັນເສີນ ປະທານຄະນະກໍາມະການ ປະຊາຊົນເມືອງແຍ້ ແຂວງດຽນບຽນ ສສ ຫວຽດນາມ, ທ່ານ ຫວາງ ລິນ ເຊີນ ຫົວໜ້າຄະນະແນວໂຮມເມືອງຈຽງເຊິນ ສປ ຈີນ
ສຶກສາ-ກິລາ12/15/2024 3:33:55 PM
ຂປລ.ທ່ານ ອິນທີ ຈັນປະເສີດເຮີ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດນຳພາທັບນັກກິລາ ເຂົ້າຮ່ວມການແຂ່ງຂັນ ກິລາມະຫະກຳນັກຮຽນ ມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນເປັນເຈົ້າພາບ