ສຶກສາ-ກິລາ1/6/2025 10:54:29 AM
ຂປລ. ອົງການກາແດງແຫ່ງຊາດລາວ ຈັດກິດຈະກຳຍ່າງເພື່ອສຸຂະພາບ ແລະ ວາງສະແດງຮູບພາບ ເນື່ອງໃນວັນສ້າງຕັ້ງ ອົງການກາແດງແຫ່ງຊາດລາວ ຄົບຮອບ 70 ປີ (1 ມັງກອນ 1955 ຫາ 1 ມັງກອນ 2025) ໃນວັນທີ 4 ມັງກອນ2025 ທີ່ປະຕູໄຊນະຄອນຫລວງວຽງຈັນ
ສຶກສາ-ກິລາ1/2/2025 4:12:49 PM
ຂປລ. ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານໃນລາວ (ແຜນງານບີຄວາ) ໄດ້ຜະລິດວິດີໂອ ສຳລັບການພັດທະນາຄູໃໝ່ 2 ຕອນ ກ່ຽວກັບການຄຸ້ມຄອງຫ້ອງຮຽນ ແລະ ເຕັກນິກການສອນບົດຮຽນຝຶກເວົ້າພາສາລາວ ສຳລັບນັກຮຽນຊົນເຜົ່າທີ່ ບໍ່ເວົ້າພາສາລາວລຸ່ມ ເປັນພາສາຫລັກໃນຄອບຄົວ.
ສຶກສາ-ກິລາ1/2/2025 3:17:13 PM
ຂປລ. ກອງພັນນັກຮຽນທີ 1 ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ສະຫລຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ຜ່ານທິດທາງແຜນການປະຈຳປີ 2025 ໃນວັນທີ 31 ທັນວາ 2024 ໂດຍການເປັນປະທານຂອງທ່ານ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ແລະ ນັກຮຽນ ເຂົ້າຮ່ວມ.
ສຶກສາ-ກິລາ12/30/2024 12:59:58 PM
ຂປລ. ອົງການໄອຍະການປະຊາຊົນສູງສຸດ ຈັດແຂ່ງຂັນກິລາມິດຕະພາບ ຊີງຂັນລາງວັນ ຂອງທ່ານຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 35 ປີ (09/1/1990-09/1/2025) ໃນວັນທີ 26 ທັນວາ 2024 ຜ່ານມາ ໂດຍການເປັນ ປະທານກ່າວເປີດພິທີ ໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະພັກ-ຄະນະນຳ, ຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ໄອຍະການ ອົງການໄອຍະການປະຊາຊົນສູງສຸດ
ສຶກສາ-ກິລາ12/30/2024 12:54:22 PM
ຂປລ. ພິທີມອບ-ຮັບໂຄງການ ກໍ່ສ້າງອາຄານໂຮຽຮຽນ, ຫໍພັກນັກຮຽນ, ເຮືອນ ຄົວນັກຮຽນ, ປະຕູໂຂງ ແລະ ຮົ້ວອ້ອມໂຮງຮຽນມັດທະຍົມຕອນຕົ້ນ ກຸ່ມບ້ານສະນໍາຣະ ເມືອງສໍາພັນ, ແຂວງຜົ້ງສາລີ ຈັດຂຶ້ນໃນວັນທີ 28 ທັນວາ 2024 ຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ, ບັນດາທ່ານຮອງລັດຖະມົນຕີ, ພ້ອມດ້ວຍການນໍາເມືອງ, ຄູອາຈານ, ນ້ອງນັກຮຽນ, ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສຶກສາ-ກິລາ12/25/2024 3:06:23 PM
ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດພິທີ ມອບ-ຮັບ ໂຄງການກໍ່ສ້າງ ແລະ ເປີດນ້ຳໃຊ້ ເຮືອນນອນໂສດ ພະນັກງານຄູອາຈານ ວັນທີ 25 ທັນວາ 2024
ສຶກສາ-ກິລາ12/25/2024 2:57:20 PM
ຂປລ. ລັດຖະບານ ສະວິດ ປະກາດການສະໜັບສະໜູນ ການນຳໃຊ້ແນວທາງທີ່ຄຳນຶງເຖິງ ການປ່ຽນແປງຂອງດິນຟ້າອາກາດ ແລະ ຍືນຍົງ ມານຳໃຊ້ເຂົ້າໃນການປຸງແຕ່ງ ອາຫານທ່ຽງ ໃນໂຮງຮຽນ ໃຫ້ນັກຮຽນຊັ້ນປະຖົມ 120 ກວ່າໂຮງຮຽນ ຢູ່ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ
ສຶກສາ-ກິລາ12/24/2024 2:14:09 PM
ຂປລ. ໃນວັນທີ 20 ທັນວາ 2024 ຜ່ານມາ, 3 ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ (ກໍາມະບານ, ຊາວໜຸ່ມ ແລະ ແມ່ຍິງ) ໄດ້ນຳເອົາເຄື່ອງຊ່ວຍເຫລືອ ໄປມອບໃຫ້ໂຮງຮຽນສາມັນ ກິນນອນຊົນເຜົ່າ ແຂວງອຸດົມໄຊ ນໍາພາໂດຍ ທ່ານ ສົມບູນ ສີຫານາດ ກໍາມະການຄະນະບໍລິຫານງານພັກ ກະຊວງ ການຕ່າງປະເທດ, ເລຂາໜ່ວຍພັກກົມເສດຖະກິດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ພ້ອມດ້ວຍບັນດາຄະນະກົມ, ຜູ້ຕາງໜ້າຈາກຄະນະບໍລິຫານງານກໍາມະບານ, ຊາວໜຸ່ມ ແລະ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ແລະ ພະນັກງານກົມເສດຖະກິດ ເຂົ້າຮ່ວມ.
ສຶກສາ-ກິລາ12/23/2024 10:09:31 AM
ໝາກເຂືອຈັດເປັນພືດລົ້ມລຸກ ມີລໍາຕົ້ນຕັ້ງຊື່ ແຕກກິ່ງແຕກງ່າ ຕັ້ງແຕ່ລະດັບຕໍ່າເປັນຊົງພຸ່ມຂະໜາດນ້ອຍ, ສູງປະມານ 20-100 cm, ເປືອກລໍາຕົ້ນບາງ ມີສີຂຽວ ຫລື ສີຂຽວອົມເທົາ.
ສຶກສາ-ກິລາ12/23/2024 9:51:09 AM
ງານມະຫະກຳກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າ ພາບ ໄດ້ປິດລົງໃນວັນທີ 22 ທັນວາ 2024 ດ້ວຍບັນຍາກາດຄືກຄື້ນມ່ວນຊື່ນ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.