ສຶກສາ-ກິລາ11/28/2014 8:58:05 AM
ຂປລ. ເຈົ້າໜ້າທີ່ອາວຸໂສທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລາວ-ໄທ ໄດ້ຮ່ວມກັນປຶກ ສາຫາລື ກ່ຽວກັບການກຳນົດທິດທາງ, ໂຄງການ ຫລື ກິດຈະກຳການຮ່ວມມື, ກົນໄກ ແລະ ວິທີການໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລາວ-ໄທ ເຊິ່ງຈັດຂຶ້ນໃນວັນທີ 27 ເດືອນພະຈິກ ປີ 2014
ສຶກສາ-ກິລາ11/25/2014 3:52:19 PM
ຂປລ. ວັນທີ 1 ເດືອນຕຸລາ ປີ 2014 ນີ້ ຄະນະວິທະຍາສາດ-ສັງຄົມ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ (UNFPA) ໄດ້ເປີດໂອກາດ ໃຫ້ນັກສຶກສາເຂົ້າຮ່ວມໃນການສະແດງທັດສະນະ ແລະ ຄວາມຄິດ-ຄວາມເຫັນ ຂອງຕົນກ່ຽວກັບການ ພັດທະນາຊາວໜຸ່ມໂດຍການຈັດການແຂ່ງຂັນໂຕ້ວາທີ ພາຍໃຕ້ຫົວຂໍ້ “ການພັດທະນາໄວໜຸ່ມ”.
ສຶກສາ-ກິລາ11/25/2014 3:26:24 PM
ຂປລ. ກອງປະຊຸມຜູ້ບໍລິຫານການສຶກສາລະດັບສູງ ຂອງ ໜ່ວຍງານວິຊາການຂະແໜງການສຶກສາ (ESWG) ເພື່ອປຶກ ສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບຄວາມຄືບ ໜ້າບັນຫາສິ່ງທ້າທາຍ ຂອງໜ່ວຍງານວິຊາການຂະແໜງ ການສຶກສາ
ສຶກສາ-ກິລາ11/6/2014 4:36:51 PM
ຂປລ. ກອງປະຊຸມຜູ້ບໍລິຫານການສຶກສາລະດັບສູງ ຂອງ ໜ່ວຍງານວິຊາການຂະແໜງການສຶກສາ (ESWG) ເພື່ອປຶກ ສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບຄວາມຄືບ ໜ້າບັນຫາສິ່ງທ້າທາຍ ຂອງໜ່ວຍງານວິຊາການຂະແໜງ ການສຶກສາ
ສຶກສາ-ກິລາ10/22/2014 11:02:20 AM
ຂປລ. ວັນທີ 16-17 ເດືອນຕຸລາ ປີ 2014ນີ້, ທ່ານ ຫລີ ບຸນຄໍ້າ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ ພ້ອມດ້ວຍ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຈັງຫວັດຊຽງໃໝ່
ສຶກສາ-ກິລາ10/21/2014 9:47:19 AM
ຂປລ. ສະມາຄົມມິດຕະພາບໄຊຕະມະ-ລາວ ຈະໃຫ້ທຶນ 200.000 ເຢັນ (ສະກຸນເງິນຍີ່ປຸ່ນ) ເພື່ອຊ່ວຍປັບປຸງລະບົບການສຶກສາແກ່ ສປປ ລາວ ເປັນຕົ້ນ ສືບຕໍ່ປັບປຸງໂຮງຮຽນປະຖົມ ແລະ ສ້ອມແປງຂົວທີ່ແຂວງຫົວພັນ,
ສຶກສາ-ກິລາ10/21/2014 9:28:37 AM
ຂປລ. ໃນຕອນເຊົ້າວັນທີ 18 ເດືອນຕຸລາ ປີ 2014 ຢູ່ ໂຮງຮຽນມັດທະຍົມສົມບູນວຽງຈັນ, ສູນປະກັນຄຸນນະພາບການສຶກສາກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ບໍລິສັດ ໄອໄອຈີ ການສຶກສາລາວ ຈັດການແຂ່ງຂັນຄວາມສາມາດດ້ານພາສາອັງກິດ TOEFL Junior Challeng ລະດັບປະເທດ ສຳລັບຊັ້ນນັກຮຽນມັດທະຍົມຕອນຕົ້ນ.
ສຶກສາ-ກິລາ10/15/2014 5:08:20 AM
ຂປລ. ອົງການຮ່ວມມືສາກົນເພື່ອການສຶກສາຜູ້ໃຫຍ່ ແຫ່ງ ສສ ເຢຍລະມັນ ໄດ້ມອບປຶ້ມກ່ຽວກັບຄຸນນະພາບການສຶກສາ ແລະ ການຮຽນຮູ້ຕະ ຫລອດຊີວິດເພື່ອທຸກຄົນ ໃຫ້ແກ່ກົມສຶກສານອກໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ, ເຊິ່ງປຶ້ມດັ່ງກ່າວມີຫົວຂໍ້ວ່າ: “ຮວງເຂົ້າກຳລັງ ສຸກງອມຂອງເປົ້າໝາຍສະຫັດສະວັດເພື່ອການພັດທະນາ ແລະ ການສຶກສາເພື່ອທຸກຄົນ”.
ສຶກສາ-ກິລາ9/19/2014 2:54:19 PM
ຂປລ, ຕາມຂ່າວຕ່າງປະເທດ, ໃນວັນທີ 18 ເດືອນກັນຍາ ປີ 2014 ຢູ່ນະຄອນຫລວງພະນົມເປັນຂອງກຳປູເຈຍ ໄດ້ຈັດງານສົ່ງເສີມການທ່ອງທ່ຽວພາກພື້ນອາຊີ-ປາຊີຟິກ ສົກປີ 2014 (PaTa Travel Mart 2014)ຂຶ້ນ –ເປັນເວລາ 3 ວັນ. ນີ້ຖືວ່າເປັນຄັ້ງທຳອິດ ໂດຍມີຜູ້ແທນຈຳນວນ 1.000 ກວ່າຄົນ ທີ່ມາຈາກ 60 ກວ່າປະເທດ ເຂົ້າຮ່ວມໃນງານຄັ້ງນີ້.
ສຶກສາ-ກິລາ9/18/2014 10:22:44 AM
ຂປລ. ຕາມຂ່າວຕ່າງປະເທດ,ວັນທີ17ເດືອນກັນຍາ, ທະນາຄານໂລກ ຫລື World Bank ໄດ້ອະນຸມັດເງິນ ຈຳນວນ 105 ລ້ານໂດລາສະຫະລັດ ໃນວັນທີ 16 ເດືອນກັນຍານີ້ ເພື່ອສະໜັບສະໜຸນໃນການຕ້ານ ແລະ ຢຸດຕິການແພ່ລະບາດຂອງພະຍາດອີໂບລາ ໃນອາຟຣິກກາຕາເວັນຕົກ. ຄາດວ່າ ອາດຕ້ອງໃຊ້ເງິນຫລາຍກວ່າຈຳນວນ 1 ຕື້ໂດລາສະຫະລັດ